ຫ້ອງເສນາທິການທະຫານແຂວງຫຼວງພະບາງ ເປີດຂະບວນການແຂ່ງຂັນກິລາ
ເວລາອອກຂ່າວ: 2020-02-14 09:43:25 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 330 | ຄວາມນິຍົມ: ![]()
ວັນທີ 7 ກຸມພາ ນີ້, ຫ້ອງ ເສນາທິການທະຫານແຂວງຫຼວງ
ພະບາງໄດ້ຈັດກິດຈະກໍາແຂ່ງ
ຂັນກີລາ ເພື່ອສ້າງຜົນງານຂໍ່າ ນັບຮັບຕ້ອນກອງປະຊຸມໃຫຍ່
ຄັ້ງທີ VII ຂອງອົງຄະນະພັກ
ກອງບັນຊາການ ໂດຍການເປັນ
ປະທານຂອງ ສະຫາຍ ພັນໂທ
ອຸ່ນເຮືອນ ເຮືອງບົວສອນ ຫົວ
ໜ້າຫ້ອງເສນາທິການທະຫານ ແຂວງຫຼວງພະບາງ, ມີຄະນະ
ພັກ-ຄະນະບັນຊາ, ພະນັກງານ-
ນັກຮົບຈາກອົງການ 5 ຫ້ອງ, ກົມກອງອ້ອມຂ້າງກອງບັນຊາ ແລະ ນັກກີລາເຂົ້າຮ່ວມ.
ການແຂ່ງຂັນກີລາໃນຄັ້ງນີ້ ເພື່ອເປັນການສ້າງບັນຍາກາດ ໃຫ້ ຟົດຟື້ນມ່ວນຊື່ນຂໍ່ານັບຮັບຕ້ອນ ວັນປະຫວັດສາດຂອງຊາດ, ຂອງພັກ ແລະ ຂອງກອງທັບ ໂດຍສະເພາະແມ່ນກອງປະຊຸມ ໃຫຍ່ ຄັ້ງທີ VII ຂອງອົງຄະນະ ພັກກອງບັນຊາການທະຫານ ແຂວງຫຼວງພະບາງ ໃຫ້ມີຄວາມ ໝາຍເລິກເຊິ່ງ, ອີກດ້ານໜຶ່ງກໍ ເພື່ອເປັນການເສີມຂະຫຍາຍຮັດ ແໜ້ນຄວາມສາມັກຄີລະຫວ່າງ ກົມກອງ, ບັນດາອົງການ, ພະ
ແນກການ ແລະ ແຕ່ລະພາກສ່ວນທີ່ມີຢູ່ແລ້ວນັ້ນໃຫ້ນັບມື້
ແໜ້ນແຟ້ນຍິ່ງໆຂຶ້ນ ແລະ ເປັນ ການສ້າງໂອກາດເງື່ອນໄຂໃຫ້ ຄະນະພັກ-ຄະນະບັນຊາ, ພະ
ນັກງານ-ສະມາຊິກຊາວໜຸ່ມ ແລະ ນັກກີລາແຕ່ລະພາກສ່ວນ ໄດ້ພົບປະແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ທັງເປັນການ ສົ່ງເສີມການຫຼີ້ນກີລາໃຫ້ຕິດ ພັນກັບທຸກຂະບວນການອື່ນໆ ໃຫ້ນັບມື້ກວ້າງຂວາງຍິ່ງໆຂຶ້ນ. ສໍາລັບການແຂ່ງຂັນກີລາມິດ ຕະພາບໃນຄັ້ງນີ້ມີ ກີລາເປ
ຕັງ ຍິງ-ຊາຍ. ໃນນີ້ ຜົນແຂ່ງຂັນ
ຕົວຈິງ ທີມກີລາເປຕັງຊາຍ ທີ I ໄດ້ ແກ່ທີມກີລາສະໜາມບິນ 2 , ທີ II ໄດ້ແກ່ວິທະຍາໄລການຊ່າງ ແລະ ທີ III ໄດ້ແກ່ມະຫາວິທະຍາໄລສຸພາ ນຸວົງ, ປະເພດກີລາເປຕັງຍິງ ທີ I ໄດ້ແກ່ວິທະຍາໄລຄູຫຼວງພະ ບາງ, ທີ II ໄດ້ແກ່ສະຫະພັນແມ່ ຍິງ ຫ້ອງເສນາທິການທະຫານ
ແຂວງ ແລະ ທີ III ໄດ້ແກ່ສະຫະ ພັນແມ່ຍິງກອງພັນ 415 .
ໂອກາດດັ່ງກ່າວຫ້ອງເສນາທິ
ການທະຫານແຂວງ ກໍໄດ້ມອບ
ໃບສົມມະນາບຸນຄຸນໃຫ້ແກ່ພາກ
ສ່ວນຕ່າງໆທີ່ໄດ້ນໍາເອົາເຄື່ອງ
ອຸປະກອນກີລາ, ວັດສະດຸກໍ່ສ້າງ
ແລະ ເງິນສົດ ຈໍານວນ 27 ລ້ານ
ກວ່າກີບ ມາມອບໃຫ້ຫ້ອງເສນາ
ທິການໃນໄລຍະຜ່ານມາ ເຊິ່ງ
ໃນນີ້, ມີວິທະຍາໄລຄູຫຼວງພະ ບາງເງິນສົດ 1.500.000 ກີບ,
ວິທະຍາໄລ ວິທະຍາສາດສຸຂະ
ພາບ 1.500.000 ກີບ, ວິທະຍາ
ໄລ ກະສິກໍາ-ປາໄມ້ 1.000.000 ກີບ, ກອງບັນຊາການທະຫານນະ ຄອນ ຫຼວງພະບາງ 1.000.000
ກີບ, ພະແນກການທະຫານທ້ອງ ຖິ່ນ 500.000 ກີບ, ໂຮງໝໍບໍລິ ເວນ 107 ເງິນສົດ 1.000.000 ກີບ, ສະຖາບັນຍຸຕິທໍາພາກເໜືອ 1.000.000 ກີບ, ກອງຮ້ອຍ 307 ເງິນສົດ 1.000.000 ກີບ, ສາງນໍ້າມັນເລກ II 500.000 ກີບ, ສະຫາຍ ວາທີ ສໍາລານ ສຸນາ
ລົງມອບເຄື່ອງກີລາ ຈຳນວນ 11
ຊຸດ ລວມມູນຄ່າ 417.000 ກີບ,
ໂຮງງານປະສານເຫຼົ່າ 1.000.000
ກີບ, ວິທະຍາໄລການເງິນພາກ
ເໜືອ 1.500.000 ກີບ, ມະຫາວິ
ທະຍາໄລ ສຸພານຸວົງ 720.000 ກີບ ແລະ ກຸ່ມບໍລິສັດ T ປະລາສະ
ຕິກ ຄອນກິດ ຈໍາກັດ15.960.000 ກີບ ໂດຍແມ່ນ ສະຫາຍ ພັນໂທ
ອຸ່ນເຮືອນ ເຮືອງບົວສອນ ເປັນຜູ້
ຂຶ້ນມອບຢ່າງສົມກຽດ.
ໂດຍ: ສົມພອນ ສຸວັນທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















