ໂຮງຮຽນກໍ່ສ້າງນາຍສີບເລກ 1 ຜ່ານແຜນການຊ້ອມຮົບ ໃຫ້ນັກຮຽນບຳລຸງການທະຫານລະບົບ 6 ເດືອນ
ເວລາອອກຂ່າວ: 2020-02-14 09:50:00 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 317 | ຄວາມນິຍົມ: ![]()
ໃນວັນທີ 7 ກຸມພາ 2020
ນີ້, ຫ້ອງອົບຮົມໂຮງຮຽນກໍ່ສ້າງ
ນາຍສິບເລກ 1 ໄດ້ເປີດກອງປະ
ຊຸມຜ່ານແຜນການຊ້ອມຮົບໃຫ້ ແກ່ນັກຮຽນບຳລຸງການທະຫານ
ໄລຍະສັ້ນ ລະບົບ 6 ເດືອນ ຊຸດ
ທີ VI ຂຶ້ນ, ໂດຍການເປັນປະ ທານຂອງ ສະຫາຍ ພັນໂທ ບຸນ ຈັນ ໂສລາວັນ ຫົວໜ້າຫ້ອງການ
ເມືອງ, ມີຄະນະພັກ-ຄະນະບັນ ຊາບັນດາຄະນະຮັບຜິດຊອບ ແລະ
ຄູ-ອາຈານ ຕະຫຼອດຮອດນັກ ຮຽນບຳລຸງເຂົ້າຮ່ວມ 100 ກວ່າ ສະຫາຍ.
ສະຫາຍ ພັນໂທ ລຸນທອງ ແກ້ວໂພໄຊ ຮອງຫົວໜ້າຫ້ອງ ອົບຮົມໄດ້ຂຶ້ນຜ່ານແຜນການຄຳ ສັ່ງຊ້ອມຮົບ, ຂໍ້ຕົກລົງແຕ່ງຕັ້ງ ຄະນະຮັບຜິດຊອບ ແລະ ຂໍ້ກຳ ນົດ, ກົດລະບຽບຂອງໂຮງຮຽນ, ວ່າດ້ວຍການແຕ່ງຕັ້ງຄະນະຮັບ ຜິດຊອບໃນການເຄື່ອນທັບຊ້ອມ ຮົບໃນຄັ້ງນີ້, ທັງນີ້ກໍເພື່ອເຮັດໃຫ້ ຜູ້ທີ່ຖືກແຕ່ງຕັ້ງ ແລະ ນັກຮຽນ ທຸກສະຫາຍຮັບຮູ້ພ້ອມກັນນຳໄປ ຈັດຕັ້ງໃຫ້ຖືກຕ້ອງເຂັ້ມງວດ ແລະ ເປັນການວັດແທກຄວາມ ຮັບຮູ້ເຂົ້າໃຈຂອງນັກຮຽນທີ່ໄດ້ ຮຽນທັງພາກທິດສະດີຜ່ານມາ ນຳໄປໝູນໃຊ້ເຂົ້າໃນພາກປະຕິ ບັດ ຊ້ອມຮົບຢູ່ສະໜາມຕົວຈິງ ໃນຄັ້ງນີ້ໃຫ້ໄດ້ຮັບໝາກຜົນດີ, ການເຄື່ອນທັບຊ້ອມຮົບຈະໄດ້ ໃຊ້ເວລາ 3 ວັນຈິ່ງສຳເລັດຕາມ ແຜນການ.
ໂອກາດດຽວກັນນີ້ ສະຫາຍ ພັນ
ໂທ ບຸນຈັນ ໂສລາວັນ ກໍໄດ້ເນັ້ນ ໜັກໃຫ້ຄະນະຮັບຜິດຊອບຄູ-ອາ ຈານໃຫ້ມີນໍ້າໃຈຮັບຜິດຊອບສູງ ແລະ ຮຽກຮ້ອງໃຫ້ນັກຮຽນທຸກ ສະຫາຍຈົ່ງສຸມທຸກສະຕິປັນຍາ ເຫື່ອແຮງ, ເກັບກຳເນື້ອໃນຫຼັກ ການທ່າຈັງຫວະແຕ່ລະບາດກ້າວ
ໃຫ້ລະອຽດ, ເຖິງວ່າຈະພົບກັບ
ອຸປະສັກ, ຄວາມຫຍຸ້ງຍາກໃນ ການເດີນທາງ ແລະ ດິນຟ້າອາ ກາດບໍ່ເອື້ອຍອຳນວຍຄວາມສະ
ດວກກໍຕາມຂໍໃຫ້ທຸກຄົນອົດທົນ.
ພ້ອມກັນຮັກສາໄດ້ຄວາມສາ
ມັກຄີ ແລະ ຮັບປະກັນຄວາມປອດ
ໄພໃຫ້ໄດ້ 100%.
ໂດຍ: ນາງ ນ້ອຍຈັນໄພ ແກ້ວວັນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















