ຄະນະພັກ-ຄະນະອຳນວຍການໂຮງໝໍ 107 ມອບເງິນນະໂຍບາຍໃຫ້ພະນັກງານບຳນານ
ເວລາອອກຂ່າວ: 2020-02-14 10:19:35 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 317 | ຄວາມນິຍົມ: ![]()
ວັນທີ 3 ກຸມພາ 2020 ນີ້ ຢູ່ໂຮງໝໍບໍລິເວນ 107 ໄດ້ຈັດ
ພິທີມອບເງິນໃຫ້ແກ່ພະນັກງານ ຜູ້ທີ່ມີອາຍຸກະສຽນພັກຜ່ອນ ເຂົ້າຮັບບຳນານ ໂດຍອີງຕາມ ກົດໝາຍ ວ່າດ້ວຍນາຍທະຫານ ກອງທັບປະຊາຊົນລາວ ແລະ ຂໍ້ຕົກລົງ ວ່າດ້ວຍການອະນຸມັດ ໃຫ້ນາຍທະຫານພັກຜ່ອນຮັບ
ເບ້ຍບຳນານ ຈຳນວນ 2 ສະຫາຍ
ຄື: ສະຫາຍ ພັນໂທ ນາງ ນາ ທອນ ສູນທາລາ ຈຳນວນເງິນ 22.770.000 ກີບ ແລະ ສະ
ຫາຍ ພັນໂທ ບຸນເຖິງ ຈັນທະ
ວົງສາ ຈຳນວນເງິນ 14.515.000 ກີບ. ໂດຍແມ່ນ ສະຫາຍ ພັນໂທ ຍຸຄອນ ຜາລີເພັງ ຮອງເລຂາຄະນະພັກຮາກຖານ, ຫົວໜ້າການເມືອງໂຮງໝໍໃຫ້ ກຽດມອບ.
ການມອບເງິນດັ່ງກ່າວ
ແມ່ນການປະຕິບັດນະໂຍບາຍ
ຂອງພັກ-ລັດທີ່ມີຕໍ່ນາຍ ແລະ
ພົນທະຫານໃນຖັນແຖວກອງ ທັບປະຊາຊົນລາວທີ່ໄດ້ປະກອບ
ສ່ວນເຂົ້າໃນພາລະກິດປະຕິວັດ
ເສຍສະຫຼະທາງກາຍ, ສະຕິ ປັນຍາເພື່ອປົກປັກຮັກສາ ແລະ
ສ້າງສາພັດທະນາປະເທດຊາດ
ໃນນັ້ນແມ່ນການປະຕິບັດຕາມ ໜ້າທີ່ວຽກງານຂອງຕົນທີ່ຂັ້ນ
ເທິງມອບໝາຍໃຫ້ໃນໄລຍະ
ຜ່ານມາ ແລະ ຈຳນວນເງິນດັ່ງ ກ່າວເພື່ອເປັນທຶນຮອນໃນການ ສ້າງສາພັດທະນາເສດຖະ ກິດຄອບຄົວປັບປຸງຊີວິດການ
ເປັນຢູ່ຂອງຕົນໃຫ້ສອດຄ່ອງ ເໝາະສົມ ແລະ ດີຂຶ້ນກວ່າເກົ່າ.
ໂດຍ: ສົມພອນ ພວງແກ້ວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















