ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 07 ຕຸລາ 2026

  

ການເຄື່ອນໄຫວຂອງກົມກອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ
ເວລາອອກຂ່າວ: 2020-02-17 09:56:33 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 307 | ຄວາມນິຍົມ:



+ ຫ້ອງການເມືອງກົມໃຫຍ່ ການເມືອງກອງທັບ: ໄດ້ຈັດຕັ້ງ ເປີດຮຽນເອກະສານສະໜັບສະ ໜູນໃຫ້ແກ່ມະຫາຊົນຜູ້ທີ່ກ້າວໜ້າ ທີ່ມີຄວາມຫ້າວຫັນ ໃນການປະຕິ ບັດໜ້າທີ່ວຽກງານ, ຜ່ານຂະບວນການເຝິກຝົນຫຼໍ່ຫຼອມໃນຂະບວນ ການຕົວຈິງ ຂອງບັນດາອົງການ ຈັດຕັ້ງມະຫາຊົນໃນແຕ່ລະຂັ້ນ ຂອງບັນດາກົມ, ຫ້ອງການ, ກອງ ຕາມມາດຖານເງື່ອນໄຂເຂົ້າເປັນ ສະມາຊິກພັກປະຊາຊົນປະຕິວັດ ລາວ ຕາມລະບຽບຂອງພັກກໍາ ນົດໄວ້. + ກອງພົນທີ 3: ໄດ້ຈັດຕັ້ງພິທີ ມອບເງິນນະໂຍບາຍ ໃຫ້ແກ່ພະ ນັກງານ ຜູ້ທີ່ເຂົ້າຮັບບຳນານ ເພື່ອເປັນການຕອບແທນຕໍ່ບັນດາ ສະຫາຍທີ່ຕັ້ງໜ້າເຂົ້າໃນການ ປະຕິບັດໜ້າທີ່ປົກປັກຮັກສາປະ ເທດຊາດເວົ້າລວມ, ເວົ້າສະ ເພາະ ແມ່ນການປະກອບສ່ວນ ໃນການປະຕິບັດໜ້າທີ່ຕົນໃນ ຂົງເຂດວຽກງານວິຊາສະເພາະ ຂອງຕົນ ເພື່ອພັດທະນາກົມກອງ ໃຫ້ມີໃບໜ້າໃໝ່, ໃນນີ້ໄດ້ມອບ ເງິນຈໍານວນ 4.200.000 ກີບ ໃຫ້ພະນັກງານທີ່ເຂົ້າກິນບໍານານ ຈຳນວນ 6 ສະຫາຍ. + ທະຫານເມືອງນາແລ ແລະ ກອງຮ້ອຍທະຫານຊາຍແດນ 131 ທີ່ຂຶ້ນກັບທະຫານແຂວງ ຫຼວງນໍ້າທາ: ໄດ້ຈັດຕັ້ງຫວນຄືນ ມູນເຊື້ອວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 71 ປີ ໃນ ການປາຖະກະຖາຄັ້ງນີ້ ເພື່ອ ເປັນການສຶກສາອົບຮົມການ ເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບໄດ້ຮັບຮູ້ເຊື່ອມຊຶມກຳ ແໜ້ນມູນເຊື້ອການເຕີບໃຫຍ່ຂະ ຫຍາຍຕົວ ລວມທັງຜົນງານ ແລະ ໄຊຊະນະທີ່ກອງທັບເຮົາຍາດມາ ໄດ້ຕະຫຼອດໄລຍະ 71 ປີຜ່ານມາ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍ ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງກົມກອງໃຫ້ປະກົດຜົນເປັນຈິງ. + ພະແນກໂຄສະນາກອງພົນທີ 4: ລົງເຄື່ອນໄຫວເຮັດວຽກ ແລະ ເກັບກຳຂໍ້ມູນການເຄື່ອນໄຫວ ວຽກງານທີ່ປິ່ນອ້ອມຂອງກອງ ຮ້ອຍ 154 (ເຄມີສາດ) ເພື່ອນໍາ ການເຄື່ອນວຽກງານຕ່າງໆ ຂອງ ກົມກອງດັ່ງກ່າວໄປເປັນຂໍ້ມູນ ໃນການອ້າງອີງທີ່ຈະປະກອບໃສ່ ໃນການຂຽນບົດ, ຂຽນຂ່າວ ເພື່ອ ສົ່ງອອກທາງໜັງສືພິມກອງທັບ, ວິທະຍຸ ແລະ ໂທລະພາບກອງທັບ. + ກອງຮ້ອຍສື່ສານກອງພັນໃຫຍ່ 302 ທີ່ຂຶ້ນກັບກອງພົນທີ 3: ໄດ້ເຊື່ອມຊຶມມູນເຊື້ອວັນສ້າງຕັ້ງເຫຼົ່າ ຮົບສື່ສານ ຄົບຮອບ 65 ປີ ເຫຼົ່າ ຮົບສື່ສານ ແມ່ນເຫຼົ່າຮົບໜຶ່ງທີ່ ໄດ້ຄຽງບ່າຄຽງໄຫຼ່ກັບເຫຼົ່າຮົບ ອື່ນ ປະກອບສ່ວນເຂົ້າໃນການຕໍ່ ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກ ຮານ ແລະ ລູກແຫຼ້ງຕີນມືຂອງ ພວກເຂົາ ທັງສູ້ຮົບ, ທັງເຮັດໜ້າ ທີ່ຮັບປະກັນວິຊາສະເພາະຕິດຕໍ່ສື່ ສານ, ທັງປັບປຸງກໍ່ສ້າງກຳລັງ ຂອງຕົນໃຫ້ເຕີບໃຫຍ່ເຂັ້ມແຂງ ສາມາດຕອບສະໜອງໄດ້ຕາມ ຄວາມຮຽກຮ້ອງຕ້ອງການຂອງ ສະພາບການ ກໍຄືໜ້າທີ່ການ ເມືອງຂອງ ພັກ-ລັດ ໄປພ້ອມກັບການຂະຫຍາຍຕົວທາງດ້ານເຕັກ ໂນໂລຊີຂໍ້ມູນຂ່າວສານຂອງ ໂລກ, ວຽກງານຮັບປະກັນຕິດຕໍ່ ສື່ສານໃນກອງທັບເຮົາ ກໍໄດ້ຮັບການປັບປຸງໃຫ້ເຂັ້ມແຂງຂຶ້ນໂດຍ ລັດຖະບານ ກໍຄືກະຊວງປ້ອງກັນ ປະເທດໄດ້ຕົກລົງສ້າງຕັ້ງໂຄງ ການສື່ສານຮັບໃຊ້ການນຳ ແລະ ວຽກງານ ປກຊ-ປກສ ເພື່ອນຳ ເອົາລະບົບສື່ສານທີ່ທັນສະໄໝ ເປັນຕົ້ນລະບົບໂທລະສັບຕັ້ງໂຕະ ແບບໂອໂຕມາຕິກ, ໂທລະສັບມື ຖື, ອິນເຕີເນັດ ແລະ ລະບົບໄອທີ ຕ່າງໆເຂົ້າມານຳໃຊ້ ເພື່ອຮັບປະ ກັນວຽກງານຕິດຕໍ່ສື່ສານໃຫ້ແກ່ ການນຳ ພັກ-ລັດ ກໍຄືກະຊວງປ້ອງ ກັນປະເທດດ້ວຍຄວາມວ່ອງໄວ, ຖືກຕ້ອງຊັດເຈນປິດລັບ ແລະ ປອດໄພ. + ທະຫານແຂວງບໍ່ແກ້ວ: ໄດ້ ຈັດຕັ້ງເປີດຮຽນສະໜັບສະໜູນ ແລະ ກົດລະບຽບພັກໃຫ້ມະຫາ ຊົນຜູ້ກ້າວໜ້າ ງວດທີ 2 ປະຈຳປີ 2019. ທັງນີ້້ກໍເພື່ອເປັນການກໍ່ ສ້າງໃຫ້ພະນັກງານ-ນັກຮົບ ຜູ້ທີ່ ມີຜົນງານດີເດັ່ນໃນການປະຕິບັດ ໜ້າທີ່ວຽກງານຢ່າງການຕັ້ງໜ້າ ເສີມຂະຫຍາຍມູນເຊື້ອຂອງພັກ ສ້າງເງື່ອນໄຂໃຫ້ຕົນເອງໄດ້ເຂົ້າ ເປັນສະມາຊິກພັກສຳຮອງ, ສະ ມາຊິກພັກສົມບູນຢ່າງເຕັມຕົວ ແລະ ເປັນພະນັກງານຮຸ່ນສືບທອດ ປ່ຽນແທນໃນອະນາຄົດ. + ໜ່ວຍສະຫະພັນແມ່ຍິງຫ້ອງ ການວິທະຍາຄານ ວພກ: ໄດ້ເປີດ ກອງປະຊຸມສະຫຼຸບຖອດຖອນ ວຽກງານນຳພາຮອບດ້ານ ປະ ຈຳປີ 2019 ແລະ ທິດທາງ ແຜນການປະຈໍາປີ 2020 ຕາມ ບົດສະຫຼຸບໃນໄລຍະ 1 ປີຜ່ານ ມາ, ພາຍໃຕ້ການຊີ້ນຳ-ນຳພາ ຈາກຄະນະພັກ-ຄະນະບັນຊາ, ຄະ ນະໜ່ວຍພວກເຮົາ ໄດ້ເອົາໃຈໃສ່ ສຶກສາອົບຮົມການເມືອງ-ນຳພາ ແນວຄິດໃຫ້ເອື້ອຍນ້ອງພາຍໃນ ໜ່ວຍ ໃຫ້ມີຄວາມຮັບຮູ້, ເຊື່ອມ ຊຶມ, ເຂົ້າໃຈພາລະບົດບາດຂອງ ແມ່ຍິງລາວໄດ້ເປັນຢ່າງດີ, ປຸກ ລະດົມເອື້ອຍນ້ອງເຂົ້າຮ່ວມເຊື່ອມ ຊຶມບັນດາຂໍ້ກຳນົດ, ກົດລະບຽບ ຕ່າງໆຂອງ ພັກ-ລັດ, ຂອງກອງ ທັບ, ຕິດພັນກັບຂໍ້ແຂ່ງຂັ້ນ 3 ດີ ຂອງສູນກາງແມ່ຍິງລາວວາງ ອອກ. ນອກນີ້ໜ່ວຍຂອງ ພວກເຮົາຍັງໄດ້ສຸມໃສ່ປະຕິບັດ ຕາມແຜນການປູກຝັງ-ລ້ຽງສັດ, ຕຳ່ຫູກທໍ່ໄໝເປັນຕົ້ນຕໍ ໃນການ ສ້າງແຫຼ່ງລາຍຮັບເຂົ້າໜ່ວຍລວມ ໝູ່, ຄອບຄົວ ແລະ ບຸກຄົນ ເຊິ່ງໃນ 1 ປີຜ່ານມາ ສາມາດສ້າງລາຍ ຮັບເຂົ້າຄັງລວມໄດ້ທັງໝົດ 8.101.000 ກີບ. + ສູນເຝິກອົບຮົມກອງພົນທີ 3: ໄດ້ຈັດຕັ້ງສະຫຼຸບໝາກຜົນຂອງ ການເຂົ້າຮ່ວມແຂ່ງຂັນກີລາ ທົ່ວກອງພົນທີ 3 ທີ່ຈັດຂຶ້ນໃນ ຫວ່າງບໍ່ດົນມານີ້, ເຊິ່ງສູນ ເຝິກອົບຮົມໄດ້ນຳສົ່ງນັກ ກີລາເຂົ້າຮ່ວມການແຂ່ງຂັນ ກີລາດັ່ງກ່າວຈຳນວນ 4 ປະ ເພດຄື: ກີລາເຕະບານ, ບານສົ່ງ, ກະຕໍ້ ແລະ ເປຕັງຍິງ-ຊາຍ ຜ່ານ ການແຂ່ງຂັນຕົວຈິງນັ້ນ ສາມາດ ຍາດໄດ້ລາງວັນປະເພດຕ່າງໆຄື: ກີລາເຕະບານ ໄດ້ອັນດັບທີ2, ບານສົ່ງ ໄດ້ອັນດັບທີ 2, ກະຕໍ້ ໄດ້ອັນດັບທີ 3 ແລະ ສ່ວນ ເປຕັງຍິງ-ຊາຍແມ່ນໄດ້ຮັບລາງ ວັນຊົມເຊີຍ. + ທະຫານແຂວງຄຳມ່ວນ: ເປີດ ຮຽນສະໜັບສະໜູນໃຫ້ແກ່ມະຫາ ຊົນຜູ້ກ້າວໜ້າ ແລະ ມີເປົ້າໝາຍ ຂະຫຍາຍເຂົ້າພັກ ເຊິ່ງການຮຽນ ໃນຄັ້ງນີ້ ໄດ້ຮຽນຮູ້ກ່ຽວກັບບັນ ດາເອກະສານຄື: ຄວາມຮູ້ພື້ນ ຖານກ່ຽວກັບພັກການເມືອງ, ຄວາມຮູ້ພື້ນຖານກ່ຽວກັບລັດທິ ມາກ - ເລນິນ , ຄຸນທາດການເມືອງ ຂອງສະມາຊິກພັກ, ຄວາມເປັນ ແບບຢ່າງນຳໜ້າຂອງສະມາຊິກ ພັກ, ຄຸນສົມບັດສິນທຳປະຕິວັດ ຂອງສະມາຊິກພັກ, ສະມາຊິກພັກ ຕ້ອງສ້າງ ແລະ ຕ້ານຫຍັງ ເພື່ອ ສືບຕໍ່ເຮັດຫຼ້ອນໜ້າທີ່ການເມືອງ ຂອງຕົນ. + ພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມແຂວງຈຳປາສັກ: ໄດ້ຈັດຕັ້ງປາຖະກະຖາວັນສ້າງ ຕັ້ງກອງທັບ ຄົບຮອບ 71 ປີ, ໃນ ການປາຖະກະຖາຄັ້ງນີ້ ຍົກໃຫ້ ເຫັນປະຫວັດມູນເຊື້ອການກຳ ເນີດເຕີບໃຫຍ່ຂະຫຍາຍຕົວຂອງ ວີລະກຳອັນພົ້ນເດັ່ນ, ມູນເຊື້ອ ແລະ ຜົນງານໄຊຊະນະທີ່ກອງທັບປະ ຊາຊົນລາວຍາດມາໄດ້ ຕະຫຼອດ ໄລຍະ 71 ປີ ທີ່ມີການຕໍ່ສູ້ກູ້ຊາດ ອັນຍືດເຍື້ອຍາວນານຢ່າງພິລາດ ອາດຫານ ເຊິ່ງສະແດງໃຫ້ເຫັນ ຄວາມສາມັກຄີປອງດອງຂອງ ກອງທັບ ກັບ ປະຊາຊົນບັນດາເຜົ່າ ທີ່ຍາດເອົາໄຊຊະນະອັນໃຫຍ່ ຫຼວງໃນພາລະກິດຕໍ່ສູ້ປົດປ່ອຍ ຊາດ ເຮັດສຳເລັດພາລະກຳປະ ຫວັດສາດທີ່ພັກ ແລະ ປະຊາຊົນ ມອບໝາຍໃຫ້ໄດ້ຢ່າງສົມບູນ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ