ກອງພັນ 586 ສະຫຼຸບຖອດຖອນບົດຮຽນວຽກງານອົບຮົມ-ຫັດແອບ ປະຈຳປີ 2019
ເວລາອອກຂ່າວ: 2020-02-17 10:00:12 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 275 | ຄວາມນິຍົມ: ![]()
ໃນຫວ່າງບໍ່ດົນມານີ້, ກອງ ພັນ 586 ທີ່ຂຶ້ນກັບກອງພັນໃຫຍ່ 11 ໄດ້ຈັດຕັ້ງສະຫຼຸບຖອດຖອນ
ບົດຮຽນວຽກງານອົບຮົມ-ຫັດ
ແອບການທະຫານ ປະຈຳປີ 2019 ແລະ ຜ່ານທິດທາງແຜນການ ປະຈຳປີ 2020 ໂດຍການເປັນ ປະທານຂອງ ສະຫາຍ ພັນໂທ
ແສງເພັດ ແສງສຸໂຍນ ເລຂາຄະ
ນະພັກຮາກຖານ, ຫົວໜ້າການ ເມືອງກອງພັນ 586.
ສະຫາຍ ພັນໂທ ວິໄລສັກ ເພັດ
ວົງສາ ຮອງຫົວໜ້າການທະຫານ
ກອງພັນ 586 ໃຫ້ຮູ້ວ່າ: ການຈັດ
ຕັ້ງອົບຮົມ-ຫັດແອບ ປະຈຳປີ
2019 ຜ່ານມາ, ຄະນະພັກ-ຄະ
ນະບັນຊາກົມກອງ ໄດ້ເອົາໃຈໃສ່ ປະສານສົມທົບກັບຂັ້ນເທິງລົງ ຕິດຕາມການອົບຮົມ-ຫັດແອບ ຂອງນາຍ ແລະ ພົນທະຫານພາຍ ໃນກົມກອງຢ່າງເປັນປົກກະຕິ, ຈັດຕັ້ງພະນັກງານລົງກໍ່ສ້າງຮາກ ຖານຢູ່ຂອບເຂດບ້ານອ້ອມຂ້າງ, ພ້ອມທັງໄດ້ປະສານສົມທົບກັບ ກຳລັງກອງຫຼອນ ແລະ ກົມກອງ ເພື່ອນ ເພື່ອພ້ອມກັນຕ້ານສະກັດກັ້ນທຸກປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນ ເຊິ່ງໃນຊຸມປີຜ່ານມາ ເຫັນວ່າມີຄວາມສະຫງົບໂດຍພື້ນ ຖານ.
ໃນປີ 2019 ທີ່ຜ່ານມາກົມ ກອງໄດ້ປະຕິບັດຕາມແຜນອົບ ຮົມຂອງພະແນກເສນາທິການ ກອງພັນໃຫຍ່ 11 ກໍຄືຂະແໜງ ອົບຮົມວາງອອກໄດ້ຈັດຕັ້ງອົບ ຮົມການເມືອງ 8 ວັນ, ອົບຮົມ ພາກການທະຫານ 80 ວັນ, ອົບ
ຮົມພາກພະລາທິການ 6 ວັນ, ອົບຮົມພາກເຕັກນິກ 5 ວັນ ສະ ເລ່ຍຜົນໄດ້ຮັບ 95%. ພິເສດແມ່ນ ໄດ້ເຂົ້າຮ່ວມອົບຮົມວິຊາແຜນທີ່ ທີ່ກອງພັນໃຫຍ່ຈັດຂຶ້ນ ແລະ ໄດ້ ເຂົ້າຮ່ວມຊ້ອມຮົບ ທີ່ສະໜາມວິ ທະຍາຄານກົມມະດຳ ພາຍໃຕ້ລະ
ຫັດ (ສາມຂັ້ນຝ່າຍດຽວ) ສາ
ມາດຮັບປະກັນທາງດ້ານຄວາມ
ປອດໄພ ແລະ ສຳເລັດຕາມແຜນ ການ.
ໂດຍ: ສຸກັນ ວົງສະຫວັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















