ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ແຕ່ງຕັ້ງຄະນະຮັບຜິດຊອບ ແລະ ອະນຸກຳມະການ ກະກຽມດຳເນີນກອງປະຊຸມຜູ້ແທນແມ່ຍິງ ຄັ້ງທີ VIII ທົ່ວກອງທັບ
ເວລາອອກຂ່າວ: 2020-02-20 10:10:42 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 880 | ຄວາມນິຍົມ:



ກອງປະຊຸມແຕ່ງຕັ້ງຄະນະ ຮັບຜິດຊອບ ແລະ ອະນຸກໍາມະ ການ ກະກຽມດໍາເນີນກອງປະຊຸມ ຜູ້ແທນແມ່ຍິງຄັ້ງທີ VIII ທົ່ວກອງ ທັບ, ຈັດຂຶ້ນໃນວັນທີ 19 ກຸມພາ ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ກຳມະການຄະນະ ພັກກະຊວງ, ຮອງຫົວໜ້າກົມ ໃຫຍ່ການເມືອງກອງທັບ, ທັງ ເປັນຫົວໜ້າຄະນະຊີ້ນໍາລວມ ກະກຽມດຳເນີນກອງປະຊຸມຜູ້ ແທນແມ່ຍິງ ຄັ້ງທີ VIII ທົ່ວກອງ ທັບ, ມີຄະນະຊີ້ນໍາລວມ, ອະນຸກຳ ມະການດ້ານຕ່າງໆ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ນາງ ໄພ ວອນ ອິນທະບຸດ ຫົວໜ້າຫ້ອງ ການສະຫະພັນແມ່ຍິງກະຊວງ ປ້ອງກັນປະເທດ, ໄດ້ຜ່ານແຜນ ການຈັດຕັ້ງດຳເນີນກອງປະຊຸມ ຜູ້ແທນແມ່ຍິງ ຄັ້ງທີ VIII ທົ່ວກອງ ທັບ ແລະ ຜ່ານຂໍ້ຕົກລົງຂອງກະ ຊວງປ້ອງກັນປະເທດ ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບ ຊີ້ນໍາລວມ ແລະ ອະນຸກໍາມະການ ກະກຽມ ແລະ ດໍາເນີນກອງປະ ຊຸມຜູ້ແທນແມ່ຍິງ ຄັ້ງທີ VIII ທົ່ວ ກອງທັບ ໃນນັ້ນ, ໄດ້ແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມປະ ກອບມີ: ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ຮອງຫົວ ໜ້າກົມໃຫຍ່ການເມືອງກອງທັບ ເປັນຫົວໜ້າຄະນະ, ສະຫາຍ ພົນ ຈັດຕະວາ ຄໍາມ່ວນ ເລືອງວັນ ຫຼ້າ ຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ເປັນ ຮອງຄະນະ ແລະ ມີຄະນະກົມໃຫຍ່ ເສນາທິການກອງທັບ, ກົມໃຫຍ່ ພະລາທິການກອງທັບ, ກົມໃຫຍ່ ເຕັກນິກກອງທັບ, ຫົວໜ້າກົມ ແຜນການ-ການເງິນ, ຫົວໜ້າກົມ ນໍ້າມັນເຊື້ອໄຟ ແລະ ຫົວໜ້າຫ້ອງການສະຫະພັນແມ່ຍິງເປັນຄະນະ, ພ້ອມກັນນັ້ນກໍໄດ້ແຕ່ງຕັ້ງອະນຸ ກຳມະການດ້ານຕ່າງໆເປັນຕົ້ນ: ອະນຸກຳມະການເນື້ອໃນ, ອະນຸ ກຳມະການໂຄສະນາ, ຂະບວນ ການ ແລະ ປະດັບປະດາ, ອະນຸ ກຳມະການບຸກຄະລາກອນ, ອະ ນຸກຳມະການເສດຖະກິດ, ອະນຸ ກຳມະການພາຫະນະ ແລະ ນໍ້າ ມັນເຊື້ອໄຟ, ອະນຸກຳມະການພິທີ ການ, ຮັບແຂກ ແລະ ສະຖານທີ່ ພັກເຊົາ ແລະ ອະນຸກໍາມະການ ປ້ອງກັນ, ຈາກນັ້ນ, ບັນດາອະ ນຸກຳມະການ ກໍໄດ້ພ້ອມກັນປະ ກອບຄໍາຄິດເຫັນ ເພື່ອປັບປຸງຂອດ ທີ່ຍັງບໍ່ທັນສອດຄ່ອງໃຫ້ເໝາະ ສົມ ແນໃສ່ເຮັດໃຫ້ການດໍາເນີນ ກອງປະຊຸມຜູ້ແທນສະຫະພັນແມ່ ຍິງຄັ້ງທີ VIII ທົ່ວກອງທັບ ດຳເນີນ ໄປດ້ວຍຜົນສໍາເລັດອັນຈົບງາມ. ສະຫາຍ ພົນຈັດຕະວາ ວໍລະ ສານ ວິລັດດາວົງ ກໍໄດ້ມີຄໍາເຫັນ ຊີ້ນໍາ ໂດຍໄດ້ເນັ້ນໃຫ້ຫ້ອງການ ສະຫະພັນແມ່ຍິງຕ້ອງເປັນໃຈ ກາງກະກຽມຄວາມພ້ອມໃນທຸກ ດ້ານ, ເອົາໃຈໃສ່ປັບປຸງແກ້ໄຂບັນ ຫາທີ່ຍັງບໍ່ທັນແທດເໝາະໃຫ້ ສອດຄ່ອງ, ຄະນະຊີ້ນໍາ ແລະ ອະນຸ ກຳມະການແຕ່ລະດ້ານ ກໍຕ້ອງ ເປັນເຈົ້າການຊີ້ນໍາເຄື່ອນໄຫວ ຕາມພາລະບົດບາດຂອງຕົນ, ຮັບ ປະກັນໃຫ້ການດຳເນີນກອງປະຊຸມໄປຕາມວາລະທີ່ໄດ້ກະກຽມ ແລະ ໄດ້ຮັບຜົນສໍາເລັດຕາມຄາດ ໝາຍທີ່ວາງໄວ້. ໂດຍ: ນາງ ຍ້ອມເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ