ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ວິທະຍາຄານພະລາທິການກອງທັບ (ວພກ) ຄົ້ນຄົ້ວຜ່ານໂຄງການຫຼັກສູດກໍ່ສ້າງປະລິຍາໂທ ສາຂາພະລາທິການ
ເວລາອອກຂ່າວ: 2020-02-20 10:13:05 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 760 | ຄວາມນິຍົມ:



ໃນວັນທີ 11 ກຸມພາ ນີ້, ວິທະ ຍາຄານພະລາທິການກອງທັບໄດ້ຈັດຕັ້ງກອງປະຊຸມສະພາວິ ທະຍາສາດ ເພື່ອຄົ້ນຄວ້າຜ່ານ ໂຄງການຫຼັກສູດກໍ່ສ້າງປະລິນ ຍາໂທ ສາຂາວິຊາພະລາທິການ ໃນສົກຮຽນ 2021-2022 ຢູ່ ຫ້ອງປະຊຸມຄະນະອໍານວຍການ ໂດຍການເຂົ້າຮ່ວມ ເປັນປະທານ ຂອງ ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ກຳມະການຄະນະ ປະຈຳພັກກະຊວງ ຫົວໜ້າກົມ ໃຫຍ່ພະລາທິການກອງທັບ ມີ ສະຫາຍ ພັນເອກ ປອ ບົວເຮືອງ ສົມຟອງບຸດຕາຂັນ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ວພກ ພ້ອມດ້ວຍຄະນະ, ມີີບັນດາ ກົມວິຊາສະເພາະທີ່ກ່ຽວຂ້ອງ, ມີຄະນະກຳມະການ ແລະ ອານຸກຳ ມະການ, ພະແນກການທີ່ກ່ຽວ ຂ້ອງ ແລະ ຄູອາຈານເຂົ້າຮ່ວມ. ສະຫາຍ ພັນໂທ ປອ ສົມເພັດ ວົງພະຈັນ ຮອງຫົວໜ້າຫ້ອງ ຄົ້ນຄວ້າວິທະຍາສາດໄດ້ຜ່ານໂຄງການຫຼັກສູດກໍ່ສ້າງປະລິນ ຍາໂທສາ ຂາວິຊາພະລາທິການ ໂດຍປະຕິບັດທິດທາງນະໂຍ ບາຍຂອງພັກ ແລະ ລັດຖະບານຕໍ່ ການຈັດຕັ້ງຜັນຂະຫຍາຍມະຕິ X ຂອງພັກ, ມະຕິ IV ຂອງອົງຄະ ນະພັກກະຊວງປ້ອງກັນປະເທດ ໂດຍສະເພາະແມ່ນ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະ ຊວງປ້ອງກັນປະເທດວາງອອກ ເວົ້າລວມ, ເວົ້າສະເພາະ ແມ່ນວຽກ ງານປັບປຸງກໍ່ສ້າງກຳລັງ, ສ້າງ ພະນັກງານວິຊາສະເພາະ ແຕ່ລະ ຂະແໜງການໃຫ້ມີຄວາມເຕີບ ໃຫຍ່ ເຂັ້ມແຂງຂຶ້ນເລື້ອຍໆ, ການກໍ່ສ້າງພະນັກງານວິຊາສະເພາະດັ່ງກ່າວ ກໍແມ່ນໜຶ່ງໃນອົງປະກອບທີ່ ສຳຄັນ ແລະ ຂາດບໍ່ໄດ້ ເຊິ່ງທາງ ວິທະຍາຄານພະລາທິການກໍ ໄດ້ມີການພັດທະນາ ແລະ ປັບ ປຸງໂຄງການຫຼັກສູດການຮຽນ-ການສອນ ໃຫ້ມີຄວາມສອດຄ່ອງ ກັບສະພາບປັດຈຸບັນນີ້ ກໍເພື່ອ ເປັນການຍົກສູງຄຸນນະພາບການ ຮຽນ-ການສອນ ໃຫ້ດີຂຶ້ນເລື້ອຍໆ ໂດຍອີງໃສ່ແຜນພັດທະນາສ້າງວິຊາສະເພາະ ໃນສະເພາະໜ້າ ແລະ ຍາວນານ ເພື່ອແນໃສ່ສ້າງ ໃຫ້ນັກສຶກສາມີຄວາມຮູ້ທາງ ດ້ານທິດສະດີ ແລະ ມີຄວາມຊຳ ນິຊຳນານ ໃນດ້ານພຶດຕິກຳຕົວ ຈິງ, ສາມາດປະສົມປະສານ ຄວາມຮູ້ເຂົ້າໃນວຽກງານຮັບປະ ກັນພະລາທິການ ໃຫ້ມີຄວາມຮູ້ຢ່າງເລິກເຊິ່ງທາງດ້ານວິຊາສະ ເພາະ, ສ້າງໃຫ້ມີຄວາມສາມາດໃນການເຮັດວຽກວິຊາສະເພາະ, ຮັບປະກັນການຄຸ້ມຄອງ ແລະ ປັບປຸງກໍ່ສ້າງກຳລັງຢູ່ບັນດາກົມ ກອງຂອງຕົນ ໃຫ້ມີວິທະຍາສາດ ເຕີບໃຫຍ່ເຂັ້ມແຂງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ໂດຍ: ພັນໂທ ບຸນມີ ເພັງມີໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ