ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ຜູ້ອຳນວຍການໃຫຍ່ ອົງການອາຫານ ແລະ ການກະເສດ (FAO) ມາຢ້ຽມຢາມລາວ
ເວລາອອກຂ່າວ: 2020-02-20 10:17:38 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 239839216 | ຄວາມນິຍົມ:



ໃນລະຫວ່າງວັນທີ 18-20 ກຸມພາ ນີ້, ທ່ານ Dr. Qu Dongyu, ຜູ້ອໍານວຍການໃຫຍ່ອົງການອາ ຫານ ແລະ ການກະເສດ (FAO), ເຊິ່ງມີສໍານັກງານໃຫຍ່ຕັ້ງຢູ່ນະ ຄອນຫຼວງໂຣມ, ປະເທດອີຕາລີ, ພ້ອມດ້ວຍຄະນະ ໄດ້ເດີນທາງມາ ຢ້ຽມຢາມ ສປປ ລາວ ຢ່າງເປັນ ທາງການ, ເປັນຄັ້ງທໍາອິດນັບຕັ້ງ ແຕ່ທ່ານໄດ້ຮັບຕຳແໜ່ງເປັນຜູ້ອຳນວຍການໃຫຍ່ຄົນໃໝ່ ຂອງ ອົງການ FAO ແລະ ເປັນຄັ້ງທີສອງ ໃນຮອບສອງປີຕິດຕໍ່ກັນທີ່ຜູ້ອໍານວຍການໃຫຍ່ FAO ໄດ້ ເດີນທາງມາຢ້ຽມຢາມ ສປປ ລາວ ໃນປີ 2019 ຜ່ານມາ, ເຊິ່ງເປັນ ຄັ້ງທໍາອິດໃນຮອບ 30 ປີ. ຄະນະຜູ້ແທນຈາກອົງການ FAO ໄດ້ເຂົ້າຢ້ຽມຂໍ່ານັບການ ນໍາຂັ້ນສູງຂອງ ສປປ ລາວ ໂດຍ ໄດ້ເຂົ້າພົບພະນະ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນວັນທີ 19 ກຸມພາ ນີ້, ເຊິ່ງທ່ານນາຍົກລັດຖະມົນຕີ ກໍໄດ້ຕີລາຄາສູງຕໍ່ການຢ້ຽມຢາມ ໃນຄັ້ງນີ້, ຖືເປັນການຮັດແໜ້ນ ສາຍພົວພັນການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການໃຫ້ແໜ້ນ ແຟ້ນຂຶ້ນກວ່າເກົ່າ ແລະ ໄດ້ມີການ ແລກປ່ຽນປຶກສາຫາລື ກ່ຽວກັບ ບັນດາໂຄງການຮ່ວມມື ໃນໄລຍະ ຜ່ານມາ ແລະ ແນວທາງການ ຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ແມ່ນຂໍ້ລິເລີ່ມຈາກມືສູ່ມືຂອງຜູ້ ອໍານວຍການໃຫຍ່ຄົນໃໝ່, ເຊິ່ງ ປັດຈຸບັນແມ່ນເພື່ອນໍາເອົາການ ຊ່ວຍເຫຼືອຈາກບັນດາຄູ່ຮ່ວມພັດ ທະນາມາສູ່ບັນດາປະເທດທີ່ມີ ຄວາມຈໍາເປັນ. ໃນນາມຕາງໜ້າ ໃຫ້ລັດຖະບານ ສປປ ລາວ ທ່ານ ນາຍົກລັດຖະມົນຕີ ກໍໄດ້ສະແດງ ຄວາມຂອບໃຈ ມາຍັງອົງການທີ່ ໄດ້ປະກອບສ່ວນໃນການລະ ດົມຂົນຂວາຍທຶນເຂົ້າໃນການປັບ ປຸງ ແລະ ພັດທະນາວຽກງານ ໃນຂົງເຂດກ່ຽວຂ້ອງ ໂດຍຜ່ານ ບັນດາໂຄງການຕ່າງໆ ທີ່ໄດ້ຈັດ ຕັ້ງປະຕິບັດຮ່ວມກັບຂະແໜງ ການພາກລັດຂອງລາວ ລວມເຖິງ ບັນດາໂຄງການຊ່ວຍເຫຼືອ ທີ່ຈະ ເກີດມີໃນອະນາຄົດ. ນອກຈາກນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ໃຫ້ ຂໍ້ມູນແກ່ທ່ານຜູ້ອຳນວຍການ ໃຫຍ່ອົງການ FAO ກ່ຽວກັບ ບັນດາວຽກງານບູລິມະສິດຕ່າງໆ ຂອງລັດຖະບານ ໂດຍສະເພາະ ການສຸມໃສ່ຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 (2016-2020) ກໍຄື ການກະກຽມໃຫ້ແກ່ການສ້າງ ແຜນພັດທະນາເສດຖະກິດ-ສັງ ຄົມ 5 ປີ ຄັ້ງທີ IX (2021- 2025), ລວມທັງສຸມໃສ່ຈັດຕັ້ງ ປະຕິບັດວາລະ 2030 ເພື່ອການ ພັດທະນາແບບຍືນຍົງ, ຄວາມ ພະຍາຍາມເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກ ສະຖານະພາບ ປະເທດດ້ອຍພັດທະນາ ໂດຍສະ ເພາະການລຶບລ້າງຄວາມທຸກ ຍາກ ແລະ ການລຶບລ້າງໄພອຶດ ຫີວ ກໍຄືການປັບປຸງຊີວິດການ ເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ດີ ຂຶ້ນ, ເຊິ່ງວຽກງານເຫຼົ່ານັ້ນລ້ວນ ແຕ່ເປັນວຽກທີ່ຕິດພັນໂດຍກົງ ກັບບູລິມະສິດ ແລະ ເປົ້າໝາຍ ຂອງອົງການ FAO, ສະນັ້ນ, ການສືບຕໍ່ ແລະ ຮັດແໜ້ນການ ຮ່ວມມືກັບອົງການແມ່ນມີຄວາມ ສໍາຄັນ. ທ່ານຜູ້ອໍານວຍການໃຫຍ່ອົງ ການ FAO ກໍໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນອົບ ອຸ່ນ ແລະ ການເດີນທາງມາຢ້ຽມ ຢາມໃນຄັ້ງນີ້ ຖືເປັນນິມິດໝາຍ ອັນໃໝ່ ແລະ ບາດກ້າວທີ່ສໍາຄັນສະແດງໃຫ້ເຫັນເຖິງການຮ່ວມມືທີ່ດີລະຫວ່າງ ສປປ ລາວ ແລະ ອົງການ FAO ໃນໄລຍະຜ່ານມາ ແລະ ການເອົາໃຈໃສ່ເປັນພິເສດໃນການຮ່ວມມືວຽກງານດ້ານການຄໍ້າປະກັນສະບຽງອາຫານ ແລະ ປັບປຸງໂພສະນາການ. ນອກຈາກນີ້, ໃນໄລຍະການ ຢ້ຽມຢາມ ສປປ ລາວ, ທ່ານຜູ້ອໍາ ນວຍການໃຫຍ່ ກໍຍັງໄດ້ເຂົ້າຢ້ຽມ ຂໍ່ານັບທ່ານ ປອ ລຽນ ທິແກ້ວ, ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ສົມມາດ ພົນເສນາ, ລັດຖະມົນຕີກະຊວງຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ແລະ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ພ້ອມ ທັງຍັງໄດ້ເດີນທາງໄປຢ້ຽມຊົມ ບັດດາໂຄງການທີ່ຈັດຕັ້ງປະຕິບັດ ຮ່ວມກັນລະຫວ່າງອົງການ FAO ແລະ ຄູ່ຮ່ວມງານພາກລັດ ທີ່ສະ ຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ການພັດທະນາຊົນນະບົດ ແຫ່ງຊາດກ່ອນທີ່ຈະເດີນທາງກັບດ້ວຍຄວາມສະຫວັດດີພາບ. ອົງການ FAO ໄດ້ມີການ ຮ່ວມມືກັບ ສປປ ລາວ ຕັ້ງແຕ່ປີ 1975 ເປັນຕົ້ນມາ ແລະ ໄດ້ສ້າງ ຕັ້ງຫ້ອງການຜູ້ຕາງໜ້າຂອງຕົນ ປະຈໍາ ສປປ ລາວ ໃນປີ 1980. ໃນປັດຈຸບັນ ສປປ ລາວ ແລະ ອົງການ FAO ກໍາລັງຈັດຕັ້ງປະ ຕິບັດແຜນງານຊ່ວຍເຫຼືອ ສປປ ລາວ, ເຊິ່ງມີມູນຄ່າ 37 ລ້ານໂດ ລາສະຫະລັດ ສໍາລັບປີ 2016-2021.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ