ພກອ ມອບເງິນ 30 ລ້ານກີບ ອຸປະຖຳແກ່ກິລາກອງທັບ
ເວລາອອກຂ່າວ: 2020-02-21 09:12:43 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 758 | ຄວາມນິຍົມ: ![]()
ວັນທີ 20 ກຸມພາ ນີ້, ຄະນະ
ພັກລັດວິສາຫະກິດພັດທະນາກະ ສິກຳ, ອຸດສາຫະກຳ ແລະ ບໍລິການ
ຂາອອກ-ຂາເຂົ້າ(ພກອ) ນຳ ໂດຍ ສະຫາຍ ພັນໂທ ທອງສຸກ
ແກ້ວພິທູນ ຮອງເລຂາ ຄະນະພັກ ພກອ ພ້ອມດ້ວຍຄະນະໄດ້ນຳເອົາ ເງິນສົດ ຈຳນວນ 30 ລ້ານກີບ ມາ ມອບໃຫ້ກະຊວງປ້ອງກັນປະເທດ ເພື່ອເປັນການກະຕຸກຊຸກຍູ້ ແລະ ໝູນໃຊ້ເຂົ້າໃນວຽກງານກີລາ ຂອງກະຊວງປ້ອງກັນປະເທດທີ່ຈະເຂົ້າຮ່ວມການແຂ່ງຂັນໃນ ງານມະຫະກໍາກີລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ
ເປັນເຈົ້າພາບຈັດຂຶ້ນໃນລະ ຫວ່າງ
ວັນທີ 22 ມີນາ-1 ເມສາ 2020 ນີ້.
ໃນໂອກາດກ່າວຮັບການອຸປະ ຖໍ້າຄັ້ງນີ້ ສະຫາຍ ພົນຈັດຕະວາ ຄໍາມ່ວນ ເລືອງວັນລາ ຮອງຫົວ ໜ້າຫ້ອງວ່າການກະຊວງປ້ອງ ກັນປະເທດ, ທັງເປັນຄະນະຊີ້ນໍາ ຮັບຜິດຊອບວຽກງານລະດົມທຶນ ຂອງກະຊວງປ້ອງກັນປະເທດ ຕາງໜ້າໃຫ້ກະຊວງປ້ອງກັນ ປະເທດ ກ່າວສະແດງຄວາມ ຂອບໃຈ ແລະ ຮູ້ບຸນຄຸນຕໍ່ຄະນະ
ພັກລັດວິສາຫະກິດພັດທະນາກະ ສິກຳ, ອຸດຫະກຳ ແລະ ບໍລິການ
ຂາອອກ-ຂາເຂົ້າທີ່ໄດ້ນຳເອົາ ເງິນສົດຈຳນວນ 30 ລ້ານກີບ ມາມອບໃນຄັ້ງນີ້, ພ້ອມທັງໃຫ້ ຄຳໝັ້ນສັນຍາວ່າຈະນຳເອົາເງິນ ຈໍານວນດັ່ງກ່າວນີ້ໄປໝູນໃຊ້ ເຂົ້າໃນວຽກງານກີລາໃຫ້ເກີດປະ ໂຫຍດສູງສຸດ.
ການປະກອບສ່ວນຊ່ວຍ ເຫຼືອໃນຄັ້ງນີ້ ໄດ້ເປັນການກະ ຕຸກຊຸກຍູ້ນໍ້າໃຈນັກກີລາຂອງ ກະຊວງປ້ອງກັນປະເທດທີ່ເຂົ້າ ຮ່ວມແຂ່ງຂັນຄັ້ງນີ້ ພ້ອມກັນ ຜ່ານຜ່າເພື່ອໃຫ້ໄດ້ໄຊຊະນະກໍຄື ຮັກສາແຊັມໃຫ້ໄດ້.
ໂດຍ: ຄໍາສະຫວັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















