ສະພາແຫ່ງຊາດລາວ ແລະ ສະພາຜູ້ແທນລາດສະດອນແຫ່ງ ສ ເຊັກ ພົບປະສອງຝ່າຍ
ເວລາອອກຂ່າວ: 2020-02-21 09:19:37 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 814 | ຄວາມນິຍົມ: ![]()
ວັນທີ 20 ກຸມພາ ນີ້, ຢູ່ທີ່ສະພາ
ແຫ່ງຊາດ ທ່ານ ນາງ ປານີ ຢາທໍ່ຕູ້
ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ແລະ ພົບປະຢ່າງເປັນທາງການ ກັບ ທ່ານ ຣາເດັກວອນດຣາເຊັກ
ປະທານສະພາຜູ້ແທນລາດຊະ ດອນແຫ່ງ ສາທາລະນະລັດ ເຊັກ
ພ້ອມດ້ວຍຄະນະ ໃນໂອກາດ ທີ່ເດີນທາງມາຢ້ຽມຢາມ ແລະ
ເຮັດວຽກຢູ່ ສປປ ລາວ ໃນລະ
ຫວ່າງວັນທີ 17-22 ກຸມພາ 2020.
ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້
ກ່າວສະແດງຄວາມຍິນດີຕ້ອນ
ຮັບ ແລະ ຊົມເຊີຍຕໍ່ການເດີນ ທາງມາຢ້ຽມຢາມ ສປປ ລາວ ຕາມການເຊື້ອເຊີນ ເຊິ່ງການ
ມາຢ້ຽມຢາມຄັ້ງນີ້ ແມ່ນມີຄວາມ ໝາຍສໍາຄັນຢ່າງຍິ່ງ, ຖືໄດ້ວ່າ ເປັນຄັ້ງປະຫວັດສາດຂອງການຢ້ຽມຢາມແລກປ່ຽນບົດຮຽນລະ ຫວ່າງສອງອົງການນິຕິບັນຍັດ ນັບແຕ່ທັງສອງປະເທດພວກເຮົາ ໄດ້ສ້າງຕັ້ງສາຍພົວພັນການທູດ ໃນປີ 1962 ເປັນຕົ້ນມາ. ໝາກ ຜົນຂອງການຢ້ຽມຢາມ ໃນຄັ້ງນີ້ ຈະເປັນການປະກອບສ່ວນສໍາຄັນ ເຂົ້າໃນການສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ສປປ ລາວ ແລະ ສ ເຊັກ ກໍຄື ລະຫວ່າງສອງອົງ ການນິຕິບັນຍັດຂອງພວກເຮົາ ໃຫ້ມີການຂະຫຍາຍຕົວໃນທ່ວງ ທ່າໃໝ່. ສອງປະເທດພວກເຮົາ ເຖິງແມ່ນວ່າຈະຢູ່ໄກກັນ, ແຕ່
ສອງປະເທດມີຫຼາຍອັນຄ້າຍ ຄືກັນ ເຊິ່ງພວກເຮົາສາມາດແລກ ປ່ຽນບົດຮຽນປະສົບການນໍາກັນ ເປັນຕົ້ນແມ່ນ ເປັນປະເທດທີ່ບໍ່
ມີທາງອອກສູ່ທະເລ, ມີຊັບພະ ຍາກອນທຳມະຊາດ ແລະ ປ່າໄມ້
ທີ່ອຸດົມສົມບູນ ແລະ ອື່ນໆ. ການ
ຢ້ຽມຢາມຄັ້ງນີ້ ຍັງເປັນໂອກາດ ທີ່ດີໃຫ້ແກ່ຜູ້ປະກອບດ້ານທຸລະ ກິດຂອງທັງສອງປະເທດ ລາວ
ແລະ ເຊັກ ໄດ້ຮ່ວມກັນປຶກສາ
ຫາລື, ຊອກຫາໂອກາດໃນການ ຮ່ວມມືກັນດຳເນີນທຸລະກິດຕາມ ທ່າແຮງ ແລະ ຄວາມຕ້ອງການ
ຂອງແຕ່ລະຝ່າຍເພື່ອປະກອບ ສ່ວນເຂົ້າໃນການເພີ່ມທະວີການ
ຮ່ວມມືທາງດ້ານເສດຖະກິດ-ການຄ້າ, ການ ລົງທຶນ, ການທ່ອງ
ທ່ຽວໃຫ້ເປັນຮູບປະທຳເທື່ອລະ ກ້າວ. ເຊິ່ງໃນໄລຍະຜ່ານມາລັດ
ຖະບານສາທາລະນະລັດ ເຊັກ
ໄດ້ໃຫ້ການສະໜັບສະໜູນເງິນ ກູ້ຜ່ອນຜັນຮ່ວມກັບຄູ່ຮ່ວມພັດທະ
ນາອື່ນໆແກ່ລັດຖະບານລາວ ເພື່ອກໍ່ສ້າງໂຮງໝໍມິດຕະພາບທັນ
ສະໄໝຢູ່ນະຄອນຫຼວງວຽງຈັນ, ປັດຈຸບັນໂຮງໝໍດັ່ງກ່າວໄດ້ເປີດ
ໃຫ້ການບໍລິການແກ່ປະຊາຊົນ ແລ້ວ. ພ້ອມນັ້ນ, ສ ເຊັກ ຍັງໄດ້ໃຫ້
ການຊ່ວຍເຫຼືອລາວໃນການພັດ
ທະນາຊັບພະຍາກອນມະນຸດອີກ ດ້ວຍ. ນອກນັ້ນ, ທັງສອງປະເທດ ພວກເຮົາຍັງໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນຢູ່ໃນເວທີພາກພື້ນ ແລະ ສາ ກົນ.
ໂອກາດນີ້ ທ່ານ ຣາ ເດັກ ວອນ
ດຣາ ເຊັກ ໄດ້ກ່າວສະແດງຄວາມ ຂອບໃຈ ຕໍ່ທ່ານ ປະທານສະພາ
ແຫ່ງຊາດ ສປປ ລາວ ພ້ອມ
ດ້ວຍຄະນະທີ່ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ ພ້ອມທັງຢືນຢັນຈະເຮັດສຸດຄວາມສາມາດເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ສ. ເຊັກ-ສປປ ລາວ ໂດຍ ສະເພາະແມ່ນລະຫວ່າງສະພາຜູ້ ແທນລາດຊະດອນ ສ. ເຊັກ ກັບສະ
ພາແຫ່ງຊາດ ແຫ່ງ ສປປ ລາວ ໃຫ້ ນັບມືຈະເລີນງອກງາມຍິ່ງໆຂຶ້ນ.
ໂດຍ: ແສງເດືອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















