ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ສະຫາຍ ບຸນຍັງ ວໍລະຈິດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ສປ ຈີນ
ເວລາອອກຂ່າວ: 2020-02-21 09:24:28 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 823 | ຄວາມນິຍົມ:



ໃນວັນທີ 20 ກຸມພານີ້, ທີ່ທໍານຽບປະທານປະເທດ, ສະຫາຍ ບຸນຍັງ ວໍລະຈິດ, ເລຂາ ທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບຂອງ ສະຫາຍ ຫວັງ ອີ້ ທີ່ປຶກສາແຫ່ງລັດ, ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ພ້ອມຄະນະ, ໃນ ໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດຂອບ ການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງ ຄັ້ງທີ 5 ແລະ ກອງ ປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດກ່ຽວ ກັບການລະບາດຂອງພະຍາດ ອັກເສບປອດຈາກເຊື້ອຈຸລະໂຣກ ສາຍພັນໃໝ່ (COVID-19), ໃນລະຫວ່າງວັນທີ 19-20 ກຸມ ພານີ້, ທີ່ນະຄອນຫຼວງວຽງຈັນ. ໃນໂອກາດນີ້, ສະຫາຍປະທານ ປະເທດ ບຸນຍັງ ວໍລະຈິດ ໄດ້ສະ ແດງຄວາມຍິນດີຕ້ອນຮັບສະ ຫາຍ ຫວັງ ອີ້ ແລະ ຄະນະ ທີ່ເດີນ ທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບ ສ່ວນອັນສຳຄັນເຂົ້າໃນການເສີມ ຂະຫຍາຍສາຍພົວພັນມິດຕະ ພາບອັນເປັນມູນເຊື້ອ ແລະ ການ ເປັນຄູ່ຮ່ວມມືຍຸດທະສາດຮອບ ດ້ານ ລະຫວ່າງ ລາວ-ຈີນ ຕາມທິດ 4 ດີ ກໍຄືການເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ, ຈີນ-ລາວ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດ ລາວ-ຈີນ ໃຫ້ໄດ້ ຮັບການເພີ່ມພູນຄູນສ້າງໃຫ້ເຕີບ ໃຫຍ່ຂະຫຍາຍຕົວ ແລະ ເກີດ ດອກອອກຜົນຂຶ້ນໄປເລື້ອຍໆ, ເຊິ່ງພັກ-ລັດຖະບານ ສປປ ລາວ ໄດ້ຖືສໍາຄັນເປັນຢ່າງຍິ່ງຕໍ່ກັບ ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊະຕາ ກຳ ລາວ-ຈີນ, ຈີນ-ລາວ ທີ່ສອງ ສະຫາຍເລຂາທິການໃຫຍ່ ປະ ທານປະເທດລາວ ແລະ ຈີນ ໄດ້ ຮ່ວມກັນລົງນາມໃນເດືອນເມສາ 2019 ຜ່ານມາ. ພ້ອມນີ້, ສະຫາຍ ປະທານປະເທດ ຍັງໄດ້ສະແດງ ຄວາມຊົມເຊີຍຕໍ່ໂຄງການທາງ ລົດໄຟ ລາວ-ຈີນ ທີ່ຈະສ້າງສຳ ເລັດໃນທ້າຍປີ 2021 ນີ້, ເຊິ່ງຈະ ອຳນວຍຄວາມສະດວກໃນການ ໄປມາຫາສູ່ກັນຂອງພົນລະເມືອງ ສອງປະເທດ ກໍຄືການແລກປ່ຽນ ທາງດ້ານອຸດສາຫະກຳການ ຄ້ານຳກັນ. ສຳລັບປີ 2021 ເປັນ ປີມິດຕະພາບ ແລະ ຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວ ພັນທາງການທູດ ລະຫວ່າງ ສປປ ລາວ-ສປ ຈີນ ສອງຝ່າຍຈະຮ່ວມ ກັນປຶກສາຫາລືກ່ຽວກັບການ ຈັດກິດຈະກຳຕ່າງໆ ເພື່ອສະ ເຫຼີມສະຫຼອງວັນສໍາຄັນດັ່ງກ່າວ ໃຫ້ມີເນື້ອໃນຄວາມໝາຍເລິກເຊິ່ງ ແລະ ມີບັນຍາກາດອັນຟົດຟື້ນ. ພ້ອມດຽວກັນນີ້, ສະຫາຍເລຂາ ທິການໃຫຍ່ ກໍໄດ້ສະແດງຄວາມ ຊົມເຊີຍຕໍ່ຜົນສຳເລັດໃນການພັດ ທະນາປະເທດຊາດອັນໃຫຍ່ຫຼວງ ແລະ ຮອບດ້ານທີ່ພັກ, ລັດຖະ ບານ ແລະ ປະຊາຊົນຈີນ ຍາດມາ ໄດ້ຕະຫຼອດໄລຍະ 70 ປີ ແຫ່ງ ການສະຖາປະນາ ສປ ຈີນ ແລະ 40 ປີ ແຫ່ງການເປີດປະຕູສູ່ພາຍ ນອກ, ສະແດງຄວາມຂອບໃຈ ທີ່ໃຫ້ ການຮ່ວມມື ແລະ ສະໜັບ ສະໜູນໃນການເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີຕ່າງ ປະເທດຂອບແມ່ນໍ້າຂອງ-ແມ່ ນໍ້າລ້ານຊ້າງ ຄັ້ງທີ 5 ແລະ ການ ຈັດກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ-ຈີນ ສະ ໄໝພິເສດ ກ່ຽວກັບບັນຫາການ ແຜ່ລະບາດຂອງພະຍາດອັກ ເສບປອດຈາກເຊື້ອຈຸລະໂຣກ ສາຍພັນໃໝ່ (COVID-19) ທີ່ ນະຄອນຫຼວງວຽງຈັນ, ສະແດງ ຄວາມເຫັນໃຈ ແລະ ເສົ້າສະຫຼົດ ໃຈຢ່າງສຸດຊຶ້ງຕໍ່ຜູ້ໄດ້ຮັບເຄາະ ຮ້າຍຈາກການແຜ່ລະບາດຂອງ ເຊື້ອພະຍາດດັ່ງກ່າວ. ໃນຕອນທ້າຍສະຫາຍປະ ທານປະເທດ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຂອບໃຈເປັນ ຢ່າງສູງຕໍ່ພັກ-ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍ ເຫຼືອແກ່ ສປປ ລາວ ຕະຫຼອດມາ ແລະ ຖືໂອກາດນີ້, ຝາກຄວາມ ຢື້ຢາມຖາມຂ່າວອັນອົບອຸ່ນເຖິງ ສະຫາຍ ສີຈິ້ນຜິງ, ເລຂາທິການ ໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ, ອວຍພອນໃຫ້ສາຍພົວພັນ ມິດຕະພາບທີ່ເປັນມູນເຊື້ອ, ການ ຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານໝັ້ນຄົງຍາວນານຕາມ ທິດ 4 ດີ ແລະ ການເປັນຄູ່ຮ່ວມ ຊະຕາກຳສັງຄົມນິຍົມ ລາວ-ຈີນ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດ ໄປ ແລະ ອວຍພອນໃຫ້ ສະຫາຍ ຫວັງ ອີ້ ຈົ່ງປະສົບຜົນສໍາເລັດ ໃນການມາຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ ໃນຄັ້ງນີ້. ໃນໂອກາດດຽວກັນ, ສະຫາຍ ຫວັງ ອີ້ ໄດ້ສະແດງຄວາມຂອບ ໃຈເປັນຢ່າງສູງຕໍ່ການຕ້ອນຮັບ ອັນອົບອຸ່ນຂອງສະຫາຍປະ ທານປະເທດໃນຄັ້ງນີ້, ພ້ອມທັງ ໄດ້ຕີລາຄາສູງຕໍ່ການພົວພັນ ຮ່ວມມືຂອງສອງພັກ, ສອງ ລັດຖະບານ ແລະ ປະຊາຊົນ ສອງຊາດ ລາວ-ຈີນ ໃນໄລຍະ ຜ່ານມາ, ສະແດງຄວາມຍິນດີສືບ ຕໍ່ເສີມຂະຫຍາຍສາຍພົວພັນມິດ ຕະພາບອັນເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ຈີນ-ລາວ ຕາມທິດ 4 ດີ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ