ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ມີນາ 2025

  

ນັກເຝິກອົບຮົມວຽກງານຂ່າວສານ ໜັງສືພິມກອງທັບ ເຄືີ່ອນໄຫວຢ້ຽມຢາມກອງພັນ 13
ເວລາອອກຂ່າວ: 2020-02-24 10:13:22 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 165 | ຄວາມນິຍົມ:



ໃນວັນທີ 18 ກຸມພານີ້, ສະຫາຍ ພັນໂທ ສຸດໃຈ ເຈີບົວ ແພງ ຄະນະພັກກອງພົນ, ຮອງ ຫົວໜ້າຫ້ອງການເມືອງ ກອງ ພົນທີ1 ແລະ ພະແນກການທີ່ ກ່ຽວຂ້ອງໄດ້ນໍາພາສະຫາຍ ພັນ ໂທ ປອ ສະແຫວງ ແດນນາມົນ ຮອງຫົວໜ້າບັນນາທິການໜັງ ສືພິມກອງທັບ ພ້ອມດ້ວຍຄະນະ ນັກເຝິກອົບຮົບວຽກງານຂ່າວ ສານໜັງສືພິມກອງທັບ ລົງເຄື່ອນ ໄຫວທັດສະນະສຶກສາ ແລະ ຖອດ ຖອນບົດຮຽນຢູ່ກອງພັນ 13 ເຊິ່ງ ເປັນກົມກອງວີລະຊົນ ແລະ ເປັນ ກົມກອງແບບຢ່າງດ້ານພະລາ ທິການຂອງກອງພົນທີ1, ເຊິ່ງໃຫ້ ການຕ້ອນຮັບຢ່າງອົບອຸ່ນຂອງ ສະຫາຍ ພັນໂທ ເພັດຈິນດາ ປັງສະໄລ ຫົວໜ້າການທະຫານ ກອງພັນ13 ພ້ອມດ້ວຍຄະນະ. ສະຫາຍຫົວໜ້າການທະ ຫານກອງພັນ 13 ໄດ້ຍົກໃຫ້ເຫັນ ພາລະບົດບາດ, ໜ້າທີ່ຂອງກົມ ກອງໃນການເຄື່ອນໄຫວປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ, ໄປພ້ອມກັບການເຮັດວຽກງານປ້ອງກັນຮັບປະ ກັນຂອບເຂດກົມກອງຮັບຜິດ ຊອບມີຄວາມສະຫງົບປອດໄພ, ນອກນີ້ ຍັງໄດ້ເອົາໃຈໃສ່ປັບປຸງກໍ່ສ້າງກໍາລັງໃຫ້ເຕີບໃຫຍ່ເຂັ້ມ ແຂງ ແລະ ຂົງເຂດວຽກງານ ອື່ນໆທີ່ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງ ປ້ອງກັນປະເທດວາງອອກ. ໃນ ນີ້ ເວົ້າສະເພາະວຽກງານຮັບປະ ກັນດ້ານພະລາທິການ ກໍໄດ້ໝູນ ໃຊ້ທ່າແຮງບົ່ມຊ້ອນກັບທີ່ເຊັ່ນ: ປູກຝັງ-ລ້ຽງສັດ ເຮັດໃຫ້ກົມກອງ ສາມາດເພິ່ງຕົນເອງ, ກຸ້ມຕົນເອງ ດ້ານຊີ້ນ, ປາ ແລະ ພືດຜັກ ສະ ເລ່ຍໄດ້ 95% ຂຶ້ນໄປ. ໃນໄລຍະ1 ປີຜ່ານມາ ກົມກອງສາມາດເກັບກູ້ພືດຜັກຊະນິດຕ່າງໆໄດ້ 36.000 ກິໂລ, ປູກໄມ້ກິນໝາກຍາວນານ 994 ຕົ້ນ, ປູກມັນຕົ້ນ, ໝາກນັດ, ໝາກຫຸ່ງ, ໝາກກ້ວຍ 6.120 ຕົ້ນ ; ມີງົວລ້ຽງ 37 ໂຕ ເກີດໃໝ່ 5 ໂຕ; ຂາຍສົ່ງອອກຂາຍຈໍານວນໜຶ່ງ. ປັດຈຸບັນຍັງເຫຼືອ 32 ໂຕ, ແບ້ 41 ໂຕ, ໝູລາດ 22 ໂຕ, ລ້ຽງເປັດໄດ້ 100 ໂຕ, ລ້ຽງກົບ 3.500 ໂຕ, ປ່ອຍປາລ້ຽງ 23.000 ໂຕ. ໃນໂອກາດນີ້, ຄະນະນັກເຝິກ ອົບຮົມກໍໄດ້ຜັດປ່ຽນກັນຕັ້ງຄໍາ ຖາມເຈາະຈີ້ມໃນຫຼາຍບັນຫາ ທີ່ສໍາຄັນ ເພື່ອເກັບກໍາຂໍ້ມູນເປັນ ບ່ອນອີງນໍາໃຊ້ປະກອບເຂົ້າໃນ ການຂຽນຂ່າວ ແລະ ບົດຂ່າວໃຫ້ ມີເນື້ອໃນຄົບຖ້ວນ ແລະ ຢ້ຽມຊົມສະຖານທີ່ທຳການຜະລິດຕົວ ຈິງ. ໂດຍ: ໂກຮັງ ພັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ