ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໜ່ວຍສິລະປະ-ວັນນະຄະດີສະໝັກຫຼິ້ນ ທະຫານແຂວງວຽງຈັນ ສະແດງຮັບໃຊ້ພໍ່ແມ່ປະຊາຊົນ ເມືອງສະນະຄາມ
ເວລາອອກຂ່າວ: 2020-02-26 09:22:40 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 31 | ຄວາມນິຍົມ:



ໃນຄໍ່າຄືນຂອງວັນທີ 12 ກຸມພາ 2020 ນີ້, ໜ່ວຍສິລະປະ ວັນນະຄະດີສະໝັກຫຼິ້ນທະຫານ ແຂວງວຽງຈັນ, ໄດ້ເຄື່ອນໄຫວ ສະແດງຮັບໃຊ້ພໍ່ແມ່ປະຊາຊົນ ເມືອງຊະນະຄາມ. ໂດຍສະເພາະ ແມ່ນສະແດງຮັບໃຊ້ບັ້ນເຝິກອົບ ຮົມ-ຫັດແອບ ສ້າງທ່າສະໜາມ ປ້ອງກັນຊາດທົ່ວປວງຊົນປ້ອງ ກັນບໍລິເວນເມືອງ ຊະນະຄາມ ແຂວງວຽງຈັນ ເຊິ່ງພວມດຳເນີນ ໄປຢູ່ໃນທ່າມກາງບັນຍາກາດທີ່ ທົ່ວພັກ, ທົ່ວກໍາລັງປະກອບອາ ວຸດ ແລະ ປວງຊົນລາວທັງຊາດ ພວມອອກແຮງແຂ່ງຂັນຈັດຕັ້ງຜັນຂະຫຍາຍມະ ຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງ ພັກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງ ທີ V ຂອງຄະນະບໍລິຫານງານ ພັກແຂວງ ແລະ ມະຕິກອງປະ ຊຸມໃຫຍ່ ຄັ້ງທີ IV ຂອງຄະນະພັກ ກະຊວງປ້ອງກັນປະເທດ ຕິດພັນ ກັບຂະບວນການອອກແຮງແຂ່ງ ຂັນພາຍໃຕ້ຄຳຂວັນ (ຮັກຊາດ ແລະ ພັດທະນາ ), ເພື່ອຂໍ່ານັບ ຮັບຕ້ອນວັນປະຫວັດສາດສໍາຄັນ ຂອງພັກ, ຂອງຊາດ, ຂອງກອງ ທັບ ໃຫ້ມີບັນຍາກາດຄຶກຄື້ນເບີກ ບານມ່ວນຊື່ນ. ໂດຍການເປັນ ກຽດເຂົ້າຮ່ວມຮັບຊົມຂອງສະ ຫາຍ ຄໍາພັນ ສິດທິດໍາພາ ກໍາມະ ການສູນກາງພັກ, ເລຂາພັກ ແຂວງເຈົ້າແຂວງໆວຽງຈັນ, ມີ ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງ ເຈ້ຍຊ້າ ຮອງຫົວໜ້າກົມໃຫຍ່ເສ ນາທິການກອງທັບ, ການນຳກະ ຊວງປ້ອງກັນຄວາມສະຫງົບ, ການນໍາທະຫານແຂວງ, ປກສ ແຂວງ, ອໍານາດການປົກຄອງ ເມືອງຊະນະຄາມຕະຫຼອດຮອດ ກໍາລັງກອງຫຼອນ, ປກສ, ພໍ່ແມ່ປະ ຊາຊົນຊາວເມືອງຊະນະຄາມເຂົ້າຮ່ວມຮັບຊົມ. ລາຍການທີ່ນໍາມາສະແດງໃນ ຄັ້ງນີ້ ລວມ ມີ 22 ລາຍການ ພ້ອມ ດ້ວຍໜ່ວຍສິລະປະ-ວັນນະຄະ ດີສະໝັກຫຼິ້ນ ຈາກສະຫະພັນແມ່ ຍິງເມືອງ, ໂຮງຮຽນປະຖົມ, ມັດ ທະຍົມ ພາຍໃນເມືອງຊະນະຄາມ ເຂົ້າຮ່ວມສະແດງຕື່ມອີກ. ແຕ່ລະ ລາຍການລ້ວນແລ້ວແຕ່ສ່ອງແສງ ໃຫ້ເຫັນເຖິງມູນເຊື້ອການດຳລົງຊີ ວິດ, ວັດທະນະທຳ-ສັງຄົມ, ຮີດ ຄອງປະເພນີທີ່ດີຂອງຊາດ, ຂອງ ຊົນເຜົ່າ ແລະ ຄວາມເຂັ້ມແຂງ ຂອງກອງທັບ ທັງນີ້ກໍເພື່ອເປັນ ການປະກອບສ່ວນສ້າງບັນຍາ ກາດ ແລະ ຜູກແໜ້ນຄວາມສາ ມັກຄີຮັກແພງລະຫວ່າງກອງບັນ ຊາການທະຫານແຂວງວຽງຈັນ ກັບອົງການປົກຄອງທຸກຂັ້ນ ກໍຄື ພໍ່ແມ່ປະຊາຊົນເມືອງຊະນະຄາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ໂດຍ: ສາຍຄໍາ ພອນມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ