ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າກົມກໍ່ສ້າງຮາກຖານ ລົງພົບປະ ປະຊາຊົນຢູ່ແຂວງໄຊສົມບູນ ແລະ ແຂວງຊຽງຂວາງ
ເວລາອອກຂ່າວ: 2020-02-27 09:37:13 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 29 | ຄວາມນິຍົມ:



ເພື່ອສ້າງຂະບວນການຕ້ອນ ຮັບວັນສ້າງຕັ້ງພັກ ຄົບຮອບ 65 ປີ ແລະ ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງ ກັນປະເທດ ແລະ ກົມໃຫຍ່ການ ເມືອງກອງທັບ ທີ່ຈະໄຂຂື້ນໃນ ຕໍ່ໜ້ານີ້. ໃນທ້າຍເດືອນມັງກອນ ຫາ ກາງເດືອນກຸມພາ 2020 ສະຫາຍ ພົນຈັດຕະວາ ບົວໄລ ພົມມະວົງ ຄະນະພັກກົມໃຫຍ່ການເມືອງ ກອງທັບ, ຫົວໜ້າກົມກໍ່ສ້າງຮາກ ຖານ ໄດ້ລົງສົມທົບກັບແຂວງໄຊ ສົມບູນ ແລະ ແຂວງຊຽງຂວາງພົບປະໂອ້ລົມກັບປະຊາຊົນ 7 ບ້ານ (ອ່າວເໜືອ, ອ່າວກາງ, ອ່າວໃຕ້, ບ້ານທົ່ງຮັກ, ທອງຄຸນ, ບ້ານເມືອງຫຼົງ ແລະ ບ້ານນ້ໍາຈັງ) ເມືອງອານຸວົງ ແຂວງໄຊສົມບູນ) ແລະ 4 ບ້ານ(ບ້ານນາປັນ, ຈາ ນ້ໍາ ເມືອງຜາໄຊ, ບ້ານນໍ້າ ຕາກ ແລະ ບ້ານຈະເລີນໃໝ່ ຈຸດສຸມ ຄັງວຽງເມືອງໝອກ ແຂວງຊຽງ ຂວາງ). ການພົບປະຄັ້ງນີ້, ທ່ານພົນ ຈັດຕະວາ ບົວໄລ ພົມມະວົງ ໄດ້ ເນັ້ນໜັກໃຫ້ປະຊາຊົນບັນດາເຜົ່າ ຈົ່ງ ສາມັກຄີກັນ, ເຊື່ອໝັ້ນຕໍ່ການ ນໍາພາຂອງພັກ-ລັດ ແລະ ອໍາ ນາດການປົກຄອງບ້ານ, ຕັ້ງໜ້າ ປະກອບສ່ວນເຂົ້າຮ່ວມວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ວຽກງານພັດທະນາ ບ້ານຊ່ອງ ເພື່ອເຮັດໃຫ້ບ້ານມີ ຄວາມສະຫງົບ ແລະ ໄດ້ຮັບການ ພັດທະນາຢ່າງຕໍ່ເນື່ອງຕາມທິດ 3 ສ້າງຢ່າຫຼົງເຊື່ອການໂຄສະນາ ຫຼອກຫຼວງຂອງກຸ່ມຄົນບໍ່ດີທີ່ ຫວັງແບ່ງແຍກຄວາມສາມັກຄີ ຂອງປະຊາຊົນບັນດາເຜົ່າ, ນອກ ນີ້ຍັງໄດ້ຮັບຟັງການບັນລະຍາຍ ເອກະສານລັດຖະທຳມະນູນແຫ່ງ ສປປ ລາວ, ກົດໝາຍອາຍາ ວ່າ ດ້ວຍການກະທໍາຜິດຕໍ່ຄວາມ ສະຫງົບຂອງຊາດ, ເອກະສານ ບົດບາດເຈົ້າກົກເຈົ້າເຫຼົ່າ, ເອກະ ສານການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ, ເອກະ ສານກົນອຸບາຍຫັນປ່ຽນໂດຍ ສັນຕິຕໍ່ ສປປ ລາວ ແລະ ເອກະ ສານອື່ນໆ. ຕອນທ້າຍການພົບປະຍັງໄດ້ຮັບຊົມຮູບເງົາປະຫວັດມູນເຊື້ອຂອງພັກປະຊາຊົນປະຕິວັດລາວ ໃນການນໍາພາກອງທັບ ແລະ ປະ ຊາຊົນລາວຕໍ່ສູ້ກັບຈັກກະພັດ ຜູ້ມາຮຸກຮານ, ການປົກປັກຮັກ ສາ ແລະ ສ້າງສາພັດທະນາປະ ເທດຊາດ ຕະຫຼອດໄລຍະ 60 ປີຜ່ານມາ, ຊົມຮູບເງົາປະຊາຊົນ ລາວຖືກຕົວະຍົວະຫຼອກ ຫຼວງ ໄປຢູ່ປະເທດທີ່ສາມ ຕົກຄ້າງຢູ່ ຫ້ວຍນ້ໍາຂາວປະເທດໄທ ກັບຄືນ ມາປະເທດລາວ ແລະ ຮູບເງົາຜົນ ຮ້າຍຂອງຢາບ້າ, ໂດຍມີອໍານາດ ການປົກຄອງບ້ານ ແລະ ພໍ່ແມ່ປະ ຊາຊົນບ້ານ ເຂົ້າຮັບຟັງ ແລະ ຊົມ ຮູບເງົາຈໍາ ນວນ 691 ຄົນ , ຍິງ 382 ຄົນ. ຜ່ານການລົງໂຄສະນາຄັ້ງນີ້, ໄດ້ເຮັດໃຫ້ປະຊາຊົນລາວບັນດາ ເຜົ່າເຂົ້າໃຈ ແລະ ເຫັນໄດ້ແນວ ທາງນະໂຍບາຍຂອງພັກ-ລັດໃນ ການນຳພາກອງທັບ ແລະ ປະຊາ ຊົນ ລາວບັນດາເຜົ່າໃນການຕໍ່ສູ້ກູ້ ຊາດ ແລະ ປະຕິບັດ 2 ໜ້າທີ່ຍຸດ ທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຫັນໄດ້ການພົວພັນຮ່ວມມືກັບ ປະເທດເພື່ອນມິດ ແກ້ໄຂຄວາມ ທຸກຍາກຂອງປະຊາຊົນລາວບັນ ດາເຜົ່າໃຫ້ຫຼຸດພົ້ນອອກເທື່ອລະ ກ້າວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ