ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເລື່ອງພະຍາດໂຄໂຣນາ ທີ່ເກີດຂຶ້ນຢູ່ສູນການຄ້າຊັງຈຽງເປັນຂ່າວລື
ເວລາອອກຂ່າວ: 2020-02-27 09:41:05 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 29 | ຄວາມນິຍົມ:



ທ່ານ ດຣ ລັດຕະນະໄຊ ເພັດ ສຸວັນ ຫົວໜ້າກົມຄວບຄຸມພະ ຍາດຕິດຕໍ່, ກະຊວງສາທາລະນະ ສຸກ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 25 ກຸມພາ 2020 ນີ້ ວ່າ: ສຳລັບຂ່າວລືວ່າມີຜູ້ຕິດເຊື້ອ ພະຍາດໂຄໂຣນາ ຫຼື ເອີ້ນຫຍໍ້ວ່າໂຄວິດ-19 ທີ່ເກີດຂຶ້ນຢູ່ສູນການ ຄ້າຊັງຈຽງ, ນະຄອນຫຼວງວຽງ ຈັນ ໃນວັນທີ 24 ກຸມພາ ນັ້ນ ແມ່ນບໍ່ມີມູນຄວາມຈິງ, ເປັນພຽງ ຂ່າວລືທີ່ສ້າງຄວາມວຸ້ນວາຍ ຂອງພວກຄົນຜູ້ບໍ່ຫວັງດີເທົ່ານັ້ນ. ພາຍຫຼັງໄດ້ຊາບຂ່າວ ທີມງານ ສືບສວນເຝົ້າລະວັງ ແລະ ຕອບໂຕ້ ພະຍາດຂອງພວກເຮົາ ກໍໄດ້ປະ ສານສົມທົບກັບພາກສ່ວນທີ່ກ່ຽວ ຂ້ອງ ລົງເກັບກຳສະພາບຢູ່ສູນ ການຄ້າດັ່ງກ່າວທັນທີ່ ແຕ່ບໍ່ພົບ ກໍລະນີພະຍາດ, ຄວາມຈິງຂອງ ເຫດການນີ້ແມ່ນທາງສູນການຄ້າ ໄດ້ປິດປະຕູໄລຍະສັ້ນໆ ເພື່ອສະ ກັດຈັບຄົນຂີ້ລັກທີ່ເຂົ້າມາລັກ ເຄື່ອງໃນຕະຫຼາດດັ່ງກ່າວ, ເຊິ່ງ ເຈົ້າໜ້າທີ່ໄດ້ສືບຕິດຕາມ ແລະ ນຳຕົວຜູ້ປ່ອຍຂ່າວທີ່ບໍ່ມີມູນ ຄວາມຈິງດັ່ງກ່າວມາສອບສວນ ແລະ ດຳເນີນຄະດີຕາມກົດໝາຍ ຕໍ່ໄປແລ້ວ. ມາຮອດປັດຈຸບັນທີມງານສືບ ສວນເຝົ້າລະວັງ ແລະ ຕອບໂຕ້ ຂອງພວກເຮົາແມ່ນມີຄວາມພ້ອມ ແລະ ສືບຕໍ່ຕິດຕາມເກັບຕົວຢ່າງ ຕະຫຼອດ 24 ຊົ່ວໂມງ, ເອົາໃຈ ໃສ່ການເຂົ້າ-ອອກເມືອງຢູ່ບັນດາ ດ່ານທົ່ວປະເທດ, ໂດຍສະເພາະ ແມ່ນບັນດາກຸ່ມຄົນທີ່ເດີນທາງ ມາຈາກເຂດລະບາດ, ກະກຽມ ຄວາມພ້ອມຢູ່ໃນໂຮງໝໍສູນກາງ, ແຂວງ ທີ່ມີຄວາມສ່ຽງ, ກະກຽມ ວັດຖຸອຸປະກອນເຄື່ອງມືຮັບໃຊ້ ຢ່າງພຽງພໍ, ສືບຕໍ່ໃຫ້ຂໍ້ມູນຂ່າວ ສານຢ່າງເປັນປົກກະຕິທາງວິທະ ຍຸ-ໂທລະພາບ, ສື່ສິ່ງພິມ, ສື່ເອ ເລັກໂຕຣນິກ ແລະ ສາຍດ່ວນ. ແນວໃດກໍຕາມໃນປັດຈຸບັນ ນີ້ທົ່ວໂລກລວມທັງ ສປປ ລາວ ຂອງພວກເຮົາ ກໍກຳລັງເຝົ້າລະ ວັງການລະບາດຂອງພະຍາດດັ່ງ ກ່າວຢ່າງໃກ້ຊິດ ມາຮອດວັນທີ 25 ກຸມພາ ສປ ຈີນ ມີຜູ້ເປັນພະ ຍາດ 77.658 ກໍລະນີ, ເພີ່ມໃໝ່ 449 ກໍລະນີ, ເສຍຊີວິດ 2.663 ກໍລະນີ, ຜູ້ຕິດເຊື້ອຮຸນແຮງ 9.126 ກໍລະນີ, ປິ່ນປົວຫາຍ ຂາດແລ້ວ 2.589 ກໍລະນີ, ຈີນ ຮົງກົງ 97 ກໍລະນີ ເພີ່ມໃໝ່ 5 ກໍ ລະນີ, ເສຍຊີວິດ 2 ກໍລະນີ, ຈີນ ມາເກົາ 10 ກໍລະນີ, ເພີ່ມໃໝ່ 0, ຈີນໃຕ້ຫວັນ 30 ກໍລະນີ, ເພີ່ມໃໝ່ 2 ກໍລະນີ, ເສຍຊີວິດ 1 ກໍລະນີ. ລາຍງານຈາກປະເທດອື່ນໆ ມີ 33 ປະເທດມີທັງໝົດ 2.299 ກໍລະນໍ ເພີ່ມຂຶ້ນໃໝ່ 470 ກໍລະນີ ແລະ ເສຍຊີວິດ 23 ກໍລະນີ. ອີກເທື່ອໜຶ່ງຂໍຮຽກຮ້ອງເຖິງ ພໍ່ແມ່ປະຊາຊົນລາວບັນດາເຜົ່າ ຈົ່ງຢ່າແຕກຕື່ນ ແລະ ຫຼົງເຊື່ອ ຂ່າວທີ່ບໍ່ມີມູນຄວາມຈິງ, ຂໍໃຫ້ຕິດ ຕາມແຫຼ່ງຂ່າວທີ່ເປັນທາງການ ແລະ ເຊື່ອຖືໄດ້ເທົ່ານັ້ນ, ທັງນີ້ ເພື່ອບໍ່ໃຫ້ຕົກເປັນເຄື່ອງມືຂອງ ພວກຄົນຜູ້ບໍ່ຫວັງດີ ແລະ ຖ້າມີ ບັນຫາຫຍັງທີ່ກ່ຽວກັບພະຍາດ ທຸກທ່ານ ສາມາດໂທມາປຶກສາ ໄດ້ສາຍດ່ວນ 166 ຕະຫຼອດ 24 ຊົ່ວໂມງ ໂດຍບໍ່ເສຍຄ່າ ຫຼື ເບີ 54066777 ພວກເຮົາສາມາດ ໃຫ້ຂໍ້ມູນກ່ຽວກັບພະຍາດໄດ້ຕະ ຫຼອດ 24 ຊົ່ວໂມງ. ໂດຍ: ຈັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ