ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະພັກກອງບັນຊາການທະຫານແຂວງເຊກອງສຳເລັດກອງປະຊຸມໃຫຍ່ ຄັ້ງທີ V
ເວລາອອກຂ່າວ: 2020-03-03 09:25:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 27 | ຄວາມນິຍົມ:



ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກກອງບັນຊາ ການທະຫານແຂວງເຊກອງ, ໄດ້ ໄຂຂຶ້ນ ແລະ ອັດລົງໃນວັນທີ 28 ກຸມພານີ້, ໂດຍການເຂົ້າຮ່ວມເປັນ ປະທານຂອງ ສະຫາຍ ຄຳເຜີຍ ບຸດດາວຽງ ກຳມະການສູນກາງ ພັກ, ເລຂາພັກແຂວງ ເຈົ້າແຂວງໆ ເຊກອງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ກຳມະການຄະນະ ພັກກະຊວງປ້ອງກັນປະເທດ, ຮອງ ຫົວໜ້າກົມໃຫຍ່ການເມືອງ ກອງທັບ, ບັນດາສະຫາຍກຳມະ ການພັກແຂວງ, ຄະນະປະຈຳພັກ ເມືອງ 4 ເມືອງ, ຕາງໜ້າກົມຈັດ ຕັ້ງພັກ-ກົມພະນັກງານກົມໃຫຍ່ ການເມືອງກອງທັບ, ພ້ອມດ້ວຍ ແຂກຖືກເຊີນມາ ຈາກກອງພົນ ທີ 5, ກອງບັນຊາ ການທະຫານ ແຂວງຈຳປາສັກ, ສາລະວັນ, ອັດຕະປື, ໂຮງຮຽນກໍ່ສ້າງນາຍ ສິບເລກ 2 ວຽງໄຊ, ໂຮງໝໍ ບໍລິເວນ 106, ອົງການໄອຍະ ການທະຫານພາກໃຕ້, ສານທະ ຫານພາກໃຕ້ ແລະ ບໍ ລິສັດກໍ່ສ້າງ-ຂົວທາງຄົບວົງຈອນ ຕະຫຼອດ ຮອດຜູ້ແທນສົມບູນ ຈຳນວນ 98 ສະຫາຍເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ສົມ ທອງ ດອນກັນນ້ອຍ ຄະນະປະ ຈໍາພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາ ການທະຫານແຂວງເຊກອງໄດ້ ຂຶ້ນຜ່ານບົດລາຍງານການເມືອງ 2 ພາກ, ເຊິ່ງຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບາງ ບົດຮຽນທີ່ຖອດຖອນໄດ້ ພ້ອມ ກັນນັ້ນຍັງໄດ້ຍົກໃຫ້ເຫັນເຖິງຜົນສຳເລັດຂອງການຊີ້ນຳ-ນໍາພາຂອງຄະນະພັກກອງບັນ ຊາການ ສະໄໝທີ IV ບົນພື້ນຖານ ຄວາມສາມັກຄີເປັນເອກະພາບ ພາຍໃນພັກ, ການຈັດຕັ້ງປະຕິ ບັດໜ້າທີ່ປ້ອງກັນຊາດກໍຄືການ ປັບປຸງກໍ່ສ້າງພັກ-ກໍ່ສ້າງກຳລັງ ໃນທຸກດ້ານຕາມແນວທາງປ່ຽນ ແປງໃໝ່ທີ່ມີຫຼັກການຂອງພັກ, ເຊິ່ງຕະຫຼອດໄລຍະຜ່ານມາຄະ ນະພັກ-ຄະນະບັນຊາໄດ້ສຸມໃສ່ ຊີ້ນໍາ-ນໍາພາວຽກງານກໍ່ສ້າງ ຮາກຖານການເມືອງຂອງພັກ, ຕິດພັນກັບການສ້າງທ່າສະໜາມ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ແລະ ພັດທະນາເສດຖະ ກິດ-ສັງຄົມຂອງແຂວງ, ໂດຍ ສົມທົບກັບອຳນາດການປົກຄອງ ຢູ່ບັນດາກຸ່ມບ້ານຈຸດສຸມເຂດ ຊາຍແດນຫ່າງໄກສອກຫຼີກຕາມ 4 ເນື້ອໃນ 4 ຄາດໝາຍ ແລະມະ ຕິ 3 ສ້າງ ຂອງກົມການເມືອງສູນ ກາງພັກວາງອອກ, ເຊິ່ງໄດ້ສ້າງຕັ້ງ ກອງກໍ່ສ້າງຮາກຖານການເມືອງ 1 ກົມກອງ,ໄດ້ຈັດຕັ້ງພະນັກ ງານລົງກໍ່ສ້າງຮາກຖານການ ເມືອງໄລຍະສັ້ນຈຳນວນ 138 ສະຫາຍ, ສາມາດສ້າງ ແລະ ປະກາດບ້ານປ້ອງກັນຊາດ ເຂັ້ມ ແຂງໄດ້ 33 ບ້ານແລະປະກາດຄອບຄົວປ້ອງກັນຊາດເຂັ້ມແຂງ ໄດ້ 1.776 ຄອບຄົວ. ນອກນີ້ ຂົງເຂດວຽກງານອື່ນໆທີ່ປິ່ນ ອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະ ເທດວາງອອກ, ລ້ວນແລ້ວແຕ່ ໄດ້ຮັບການຈັດຕັ້ງປະຕິບັດຢ່າງ ເປັນຂະບວນ ແລະ ມີຜົນສຳເລັດ ດີ. ກອງປະຊຸມໄດ້ພ້ອມກັນໃຊ້ສິດ ປະຊາທິ ປະໄຕຂອງຕົນປ່ອນບັດເລືອກເອົາຄະນະບໍລິຫານງານພັກກອງບັນຊາການທະຫານ ແຂວງເຊກອງ ສະໄໝທີ V ໄດ້ ເປັນເອກກະສັນ ແລະ ປ່ອນບັດ ເລືອກເອົາຜູ້ແທນສົມບູນ, ສຳ ຮອງທີ່ຈະໄປຮ່ວມກອງປະຊຸມ ໃຫຍ່ອົງຄະນະພັກຂັ້ນເທິງໄດ້ ຕາມລະດັບຄາດໝາຍ. ໃນໂອກາດທີ່ມີຄວາມໝາຍ, ຄວາມສຳຄັນນີ້ ສະຫາຍ ຄໍາເຜີຍ ບຸດດາວຽງ ເລຂາພັກແຂວງ, ເຈົ້າແຂວງໆເຊກອງ ໄດ້ເປັນ ກຽດໂອ້ລົມ ເຊິ່ງໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ໝາກຜົນ, ຜົນງານແຫ່ງການຊີ້ນໍາ-ນໍາພາ ຂອງຄະນະບໍລິຫານງານພັກຊຸດ ເກົ່າທີ່ໄດ້ເອົາໃຈໃສ່ໃນການຈັດ ຕັ້ງປະຕິບັດຊີ້ນໍາ-ນໍາພາພະນັກ ງານ-ນັກຮົບເຂົ້າໃນການປະຕິ ບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ຄັ້ງທີ IV ຂອງຄະນະ ພັກກະຊວງປ້ອງກັນປະເທດ, ຄັ້ງທີ IX ຂອງອົງຄະນະພັກແຂວງ ແລະ ຄັ້ງທີ IV ຂອງຄະນະບໍລິ ຫານງານພັກກອງບັນຊາການ ທະຫານແຂວງເຊກອງ ດ້ວຍຜົນ ສໍາເລັດຫຼາຍດ້ານ ແລະ ຮຽກ ຮ້ອງໃຫ້ຄະນະພັກຊຸດໃໝ່ແຕ່ ລະສະຫາຍ ຈົ່ງເຊີດຊູນ້ໍາໃຈຮັກ ຊາດ, ຈິດໃຈເອກະລາດເປັນເຈົ້າ ຕົນ, ເພິ່ງຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມທະວີຄວາມສາມັກຄີເປັນ ເອກະພາບເຮັດວຽກເປັນໝູ່ຄະ ນະແບບລວມສູນປະຊາທິປະໄຕ ຢູ່ພາຍໃນກົມກອງ ສືບຕໍ່ເສີມຂະ ຫຍາຍມູນເຊື້ອອັນດີງາມຂອງ ກອງທັບ ໃຫ້ມີແບບແຜນທັນສະ ໄໝກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ສືບຕໍ່ ປະຕິບັດທິດນຳຍຸດທະສາດໃນ ການຫັນລົງກໍ່ສ້າງຮາກຖານ ການ ເມືອງຢ່າງແທດເຖິງເລິກ ເຊິ່ງຕໍ່ເນື່ອງ, ເອົາໃຈໃສ່ປັບປຸງ ແລະ ເສີມຂະຫຍາຍມູນເຊື້ອ ສາຍພົວພັນລະຫວ່າງກອງທັບ ກັບປະຊາຊົນຄືປາກັບນ້ໍາແນໃສ່ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ, ພ້ອມກັນນໍາເອົາບັນດາເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງນີ້ ນໍາ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນ ການປັບປຸງກໍ່ສ້າງກົມກອງຂອງ ຕົນໃຫ້ນັບມື້ມີຄວາມເຕີບໃຫຍ່ ເຂັ້ມແຂງ ໜັກແໜ້ນ, ເພື່ອໃຫ້ສົມ ກັບກຽດແລະສັກສີທີ່ຊາດ ແລະ ປະຊາຊົນມອບໝາຍ. ໂດຍ: ທອງມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ