ກອງພັນໃຫຍ່ 11 ປະກາດຍົກຍ້າຍແຕ່ງຕັ້ງນາຍທະຫານບາງຕຳແໜ່ງ
ເວລາອອກຂ່າວ: 2020-03-10 09:33:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 769 | ຄວາມນິຍົມ: ![]()
ຕົ້ນເດືອນມີນານີ້, ຢູ່ທີ່ຫ້ອງ
ປະຊຸມກອງພັນໃຫຍ່ 11 ໄດ້
ປະກາດຍົກຍ້າຍແຕ່ງຕັ້ງນາຍທະ ຫານໄປຮັບໜ້າທີ່ໃໝ່ບາງຕຳ ແໜ່ງ ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ສົມໃຈ
ເພັດທະວົງສີ ຫົວໜ້າ ກົມເຊື້ອໄຟ ກົມໃຫຍ່ພະລາທິ ການກອງທັບ, ມີຄະນະພັກ-ຄະນະບັນຊາ, ຫົວ ໜ້າພະແນກ, ກອງພັນນ້ອຍ, ກອງຮ້ອຍເອກະລາດ ແລະ ຂະແໜງການກ່ຽວຂ້ອງໃນທົ່ວ
ກອງພັນໃຫຍ່ ເຂົ້າຮ່ວມ.
ສະຫາຍ ພັນຕີ ຕິ່ງຄໍາໄຊ ຍະ ບົວພາ ຫົວໜ້າຂະແໜງພະນັກ ງານກອງພັນໃຫຍ່ 11 ໄດ້ຂຶ້ນ
ຜ່ານຂໍ້ຕົກລົງ ວ່າດ້ວຍ ການ
ຍົກຍ້າຍແຕ່ງຕັ້ງນາຍທະຫານ ໄປຮັບໜ້າທີ່ໃໝ່. ອີງຕາມກົດ ໝາຍນາຍທະຫານກອງທັບ ປະຊາຊົນລາວ ສະບັບປັບປຸງ ພາກທີ II ໝວດ 4 ມາດຕາ
26 ວ່າດ້ວຍ ການແຕ່ງຕັ້ງຍົກ ຍ້າຍນາຍທະຫານ ອີງຕາມໜັງ ສືສະເໜີຂອງກົມໃຫຍ່ພະລາທິ ການກອງທັບ ສະບັບເລກທີ 641
ລົງວັນທີ 16 ທັນວາ 2019 ກົມ ໃຫຍ່ການເມືອງກອງທັບ ຕົກລົງ ຍົກຍ້າຍ ສະຫາຍ ພັນໂທ ສົມຈິດ ພຸດທະວົງ ຫົວໜ້າຂະແໜງ ເຊື້ອໄຟ ກອງພັນໃຫຍ່ 11 ໄປຮັບ ໜ້າທີ່ເປັນຮອງຫົວໜ້າສາງຮັບ ຜິດຊອບວຽກງານການເມືອງ, ການສັງລວມ, ວຽກງານພະລາທິ
ການ ແລະ ວຽກງານປ້ອງກັນ ສາງນໍ້າມັນເຊື້ອໄຟ ເລກ 5 ແລະ ຕົກລົງແຕ່ງຕັ້ງ ສະຫາຍ ພັນຕີ
ສີສຸພັນ ມາດມະນີວົງ ເປັນຫົວ
ໜ້າຂະແໜງເຊື້ອໄຟຂອງກອງ ພັນໃຫຍ່ 11. ໃນການແຕ່ງຕັ້ງ ແລະ ຍົກຍ້າຍ ຄັ້ງນີ້ ເປັນການ
ປັບປຸງບູລະນະກົງຈັກການຈັດ
ຕັ້ງນຳພາ-ບັນຊາໃນກຳລັງ ປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນ ຮອບດ້ານ ເພື່ອເຮັດ ສໍາເລັດໜ້າທີ່ປົກປັກຮັກສາ ແລະ
ພັດທະນາປະເທດຊາດ ກໍຄື ກອງ ທັບ.
ສະຫາຍ ພົນຈັດຕະວາ ສົມໃຈ
ເພັດທະວົງສີ ໄດ້ໂອ້ລົມຕໍ່ຜູ້ທີ່ຖືກ ແຕ່ງຕັ້ງ, ຍົກຍ້າຍ ເຊິ່ງໄດ້ເນັ້ນ ໜັກວ່າ: ນັ້ນແມ່ນສິ່ງທີ່ທ້າທາຍ ທົດຊອບອັນໜັກໜ່ວງໃນການ ກໍ່ສ້າງກອງທັບ, ກໍ່ສ້າງກຳລັງ ໃຫ້ກ້າວຂຶ້ນ ສະນັ້ນ, ບັນດາສະ
ຫາຍຕ້ອງໄດ້ເຝິກຝົນຫຼໍ່ຫຼອມຕົນ ເອງໃຫ້ມີຄຸນທາດການເມືອງ, ມີ
ຄຸນສົມບັດສິນທໍາປະຕິວັດ, ຮັກ ສາແບບແຜນວິທີເຮັດວຽກໃຫ້ມີ ຄວາມສາມັກຄີປອງດອງ ຍົກສູງ ຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງຂອງຕົນ, ເປັນເຈົ້າການນໍາ ໜ້າໃນການປະຕິບັດຂໍ້ກໍານົດກົດ,ລະບຽບ, ຍົກສູງພາລະບົດບາດ, ຄວາມຮູ້ຄວາມສາມາດ ໃນການຊີ້
ນຳ-ນຳພາເຊື່ອມຊຶມ ແລະ ກໍາ
ແໜ້ນແນວທາງນະໂຍບາຍຂອງ
ພັກ-ລັດ, ເປັນເຈົ້າການປະຕິບັດ ວຽກງານຕາມຂັ້ນເທິງມອບ ໝາຍໃຫ້ມີຜົນສໍາເລັດຢ່າງຈົບ ງາມ.
ໂດຍ: ປິ່ນ ຂຸນພົນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















