ທ່ານ ນາຍົກລັດຖະມົນຕີ ຢ້ຽມຢາມບໍລິສັດໄຟຟ້າຫົງສາ ແລະ ຊຸກຍູ້ການຜະລິດລະດູແລ້ງ ຢູແຂວງໄຊຍະບູລີ
ເວລາອອກຂ່າວ: 2020-03-10 09:35:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 752 | ຄວາມນິຍົມ: ![]()
ວັນທີ 3 ມີນາ 2020 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດ
ຖະມົນຕີ ແຫ່ງ ສປປ ລາວ ພ້ອມ ດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມ ຢາມ ບໍລິສັດໄຟຟ້າຫົງສາ ຈໍາກັດ
ໂດຍມີ ທ່ານຄະທາຢຸດ ຊູພູນ ຜູ້ອໍາ
ນວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ພ້ອມດ້ວຍການ ນໍາແຂວງໄຊຍະບູລີ, ການນໍາ ເມືອງຫົງສາ, ຄະນະກໍາມະການ ບໍລິຫານ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ແລະ ປະຊາຊົນໃຫ້ການ ຕ້ອນຮັບຢ່າງອົບອຸ່ນ, ຄະນະໄດ້ ລົງຢ້ຽມຢາມຫ້ອງການພາກ ສະໜາມຝ່າຍພັດທະນາສັງຄົມແລະ ຮ້ານຄ້າສະຫະກອນສົ່ງເສີມ
ກະສິກໍາ ເມືອງຫົງສາ ທີ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ຈັດຕັ້ງ ຂຶ້ນເພື່ອສົ່ງເສີມດ້ານການຕະ ຫຼາດລວມໄປເຖິງການກະຈາຍ ສິນຄ້າຂອງທ້ອງຖິ່ນອອກສູ່ຕະ ຫຼາດຢ່າງເປັນລະບົບໂດຍມຸ່ງ ຫວັງໃຫ້ເປັນຕົ້ນແບບຂອງສະຫະ
ກອນແຫ່ງທໍາອິດ ໃນພາກເໜືອ ຂອງ ສປປ ລາວ.
ຈາກນັ້ນ, ຄະນະໄດ້ເຂົ້າຊົມ ອາຄານຫົງຄໍາໄຊຍາຄານ ແລະ
ຫ້ອງວາງສະແດງຂໍ້ມູນທີ່ເປັນ ອາຄານຈັດສະແດງໃຫ້ ຄວາມຮູ້, ຄວາມເຂົ້າໃຈກ່ຽວກັບການດໍາ ເນີນງານຂອງບໍລິສັດ ແລະ ຂະ ບວນການຜະລິດກະແສໄຟຟ້າ ທີ່ເປັນມິດກັບສິ່ງແວດລ້ອມ, ການ
ພັດທະນາຊຸມຊົນ ແລະ ສັງຄົມ
ພ້ອມກັນນັ້ນຍັງມີຈຸດປະສົງເພື່ອ ໃຫ້ເປັນພົນລະເມືອງດີສ້າງປະ
ໂຫຍດຕໍ່ສັງຄົມ ໂດຍສະເພາະຢ່າງ ຍິ່ງຕໍ່ກັບຊຸມຊົນເມືອງຫົງສາ, ເມືອງເງິນ, ແຂວງໄຊຍະບູລີ ກໍຄື ສປປ ລາວ ຈຶ່ງໄດ້ມີສ່ວນຮ່ວມ ໃນກິດຈະກໍາຕ່າງໆທັງໃນດ້ານ ການສືບທອດຂະນົບທໍານຽມ, ປະເພນີວັດທະນະທໍາ, ການສຶກ ສາ ແລະ ກີລາ ຢ່າງຕໍ່ເນື່ອງ ແລະ ການນໍາມາດຕະຖານການຈັດ ການດ້ານສິ່ງແວດລ້ອມຂອງ ທະນາຄານໂລກມາເປັນມາດຕະ
ຖານໃນການດໍາເນີນງານ ຈົນໄດ້ ຮັບການຮັບຮອງມາດຕະຖານ ດ້ານການຈັດການສິ່ງແວດລ້ອມ ໃນລະດັບສາກົນ ຫຼື ISO 14001 version 2015.
ສຳລັບ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຖືວ່າເປັນອີກພາກສ່ວນ ໜຶ່ງທີ່ມີບົດບາດສໍາຄັນໃນການ ຜະລິດພະລັງງານໄຟຟ້າທີ່ມີ ຄວາມສະຖຽນລະພາບໃຫ້ກັບ ສປປ ລາວ ແລະ ຣາຊະອານາຈັກ ໄທ ໂດຍໂຮງໄຟຟ້າພະລັງງານ ຄວາມຮ້ອນຫົງສາ ສາມາດຜະ ລິດກະແສໄຟຟ້າສົ່ງໃຫ້ກັບລັດ ວິສາຫະກິດໄຟຟ້າລາວ 100 ເມກາວັດ ເທົ່າກັບ 8% ຂອງຄວາມ
ຕ້ອງການພະລັງງານໄຟຟ້າໃນ ສປປ ລາວ ແລະ ຜະລິດກະແສ
ໄຟຟ້າສົ່ງໃຫ້ກັບການໄຟຟ້າຝ່າຍ ຜະລິດແຫ່ງປະເທດໄທ ຈໍານວນ 1,473 ເມກາວັດ ເທົ່າກັບ 6% ຂອງຄວາມຕ້ອງການພະລັງ ງານໄຟຟ້າໃນປະເທດໄທ.
ທ່ານ ຄະທາຢຸດ ຊູພູນ ຜູ້ອໍາ
ນວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ລາຍງານຕໍ່ຄະ ນະວ່າ: ຕະຫຼອດໄລຍະເວລາ 5 ປີຜ່ານມາການດໍາເນີນງານຂອງ ບໍລິສັດ ໄຟຟ້າຫົງສາ ຈໍາກັດໄດ້ ໃຫ້ຄວາມສໍາຄັນ ແລະ ປະຕິບັດ ຕົນເພື່ອໃຫ້ສອດຄ່ອງຕາມສັນ ຍາສໍາປະທານ ໂດຍໄດ້ສໍາເລັດ ຕາມຈຸດປະສົງ ແລະ ບັນລຸຕາມ ເປົ້າໝາຍທຸກປະການ ແລະ
ເປັນສິ່ງຢັ້ງຢືນໄດ້ວ່າ ບໍລິສັດ ໄຟ ຟ້າຫົງສາ ຈໍາກັດ ມີຄວາມມຸ່ງໝັ້ນ ທີ່ຈະສະໜັບສະໜູນ ແລະ ພ້ອມ ທີ່ຈະດໍາເນີນງານຕາມແຜນ ພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດຂອງລັດຖະບານລາວ ກໍຄືການພັດທະນາປະເທດໃຫ້ ເປັນແຫຼ່ງພະລັງງານໃນພູມີ ພາກອາຊີ ຫຼື “Battery of ASIA” ປະກອບກັບໂຮງໄຟຟ້າ ພະລັງງານຄວາມຮ້ອນຫົງສາ ມີຄວາມສາມາດໃນການດໍາເນີນ ງານທີ່ມີຄວາມພ້ອມຈ່າຍກະ ແສໄຟຟ້າໄດ້ດີຂຶ້ນຕາມລໍາດັບ ແລະ ຍືນຍົງຕໍ່ໄປພາຍໃຕ້ວິໄສ ທັດຂອງ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຄື: ການເປັນໂຮງໄຟຟ້າ ປາກບໍ່ແຮ່ນໍາໜ້າໃນອາຊຽນ ໂດຍການເຮັດວຽກທີ່ດີເລີດສ້າງ ຄວາມເຊື່ອໝັ້ນ ແລະ ຄວາມສຸກ ສູ່ສັງຄົມ ພ້ອມທີ່ຈະເປັນໂຮງ ໄຟຟ້າທີ່ສ້າງຄວາມໝັ້ນຄົງທາງ ດ້ານພະລັງງານໃຫ້ກັບສອງປະ ເທດສືບຕໍ່ໄປ.
ຂ່າວໃຫ້ຮູ້ຕື່ມອີກວ່າ: ໃນວັນ ດຽວກັນນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ຂະບວນການຜະລິດລະດູ ແລ້ງ ຢູ່ແຂວງໄຊຍະບູລີ ເຊິ່ງໃຫ້
ການຕ້ອນຮັບໂດຍ ທ່ານ ພົງສະ
ຫວັນ ສິດທະວົງ ເຈົ້າແຂວງໆໄຊ
ຍະບູລີ, ຕະຫຼອດຮອດການນໍາ ທຸກພາກສ່ວນຂອງແຂວງ ແລະ ເມືອງ ໃຫ້ການຕ້ອນຮັບຢ່າງ ພ້ອມພຽງ.
ໃນການເຄື່ອນໄຫວຄັ້ງນີ້, ທ່ານ
ນາຍົກລັດຖະມົນຕີໄດ້ໄປຢ້ຽມ ຢາມກຸ່ມຊາວນາເຂດບ້ານ ນາລາ ເມືອງໄຊຍະບູລີ ພ້ອມທັງໄດ້ຮັບ ຟັງການລາຍງານຫຍໍ້ກ່ຽວກັບ ການຜະລິດເຂົ້າສະອາດເປັນສິນ ຄ້າ ພາຍໃນບ້ານ ຈາກ ທ່ານ ສົມ ຈິດ ພູມມາກອງສີ ຫົວໜ້າກຸ່ມຜະລິດແນວພັນເຂົ້າສະອາດເປັນສິນຄ້າ, ເຊິ່ງທ່ານໄດ້ຍົກໃຫ້ເຫັນການ ປູກພືດໃນລະດູແລ້ງປີ 2020 ນີ້, ເຊິ່ງຊາວນາເຂດ ບ້ານນາລາ ແມ່ນໄດ້ເຮັດນາແຊງທັງໝົດ 62,30 ເຮັກຕາ, ມີ 107 ຄອບຄົວ, ໃນນີ້: ກຸ່ມຜະລິດແນວພັນເຂົ້າ, ມີ 21 ຄອບຄົວ; ມີເນື້ອທີ່ 19,45 ເຮັກຕາ ເຊິ່ງເປັນການ ຜະລິດແນວ ພັນເຂົ້າລະດູທຳອິດຂອງກຸ່ມ ຊະ ນິດແນວພັນເຂົ້າທີ່ຜະລິດແມ່ນ ເຂົ້າຖິ່ນແກ້ວ 17 ລຸ້ນ 3, ກຸ່ມຜະ ລິດເຂົ້າສະອາດ ເພື່ອຂາຍເປັນ ສິນຄ້າ ມີ 47 ຄອບຄົວ, ມີເນື້ອທີ່ 38,47 ເຮັກຕາ ແລະ ຊາວນາປູກ
ເຂົ້າທົ່ວໄປທີ່ບໍ່ເຂົ້າຮ່ວມໂຄງ ການມີ 39 ຄອບຄົວ, ເນື້ອທີ່ 4,38 ເຮັກຕາ, ສ່ວນການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດຂອງກຸ່ມ ແມ່ນຈະໄດ້ປະຕິບັດຕາມຂັ້ນ ຕອນ ແລະ ມີຕ໋ອງໂສ້ການຜະລິດ ດັ່ງນີ້: ກຸ່ມຜະລິດແນວພັນ ແມ່ນ ຈະໄດ້ຜະລິດແນວພັນເຂົ້າສະ ອາດລຸ້ນ 3 ເພື່ອຂາຍໃຫ້ແກ່ກຸ່ມ ໂຮງສີເຂົ້າ ແລະ ກຸ່ມໂຮງສີຈະນຳ
ເອົາແນວພັນດັ່ງກ່າວໄປແຈກ ຢາຍໃຫ້ກຸ່ມຜະລິດເຂົ້າສະອາດ ເປັນສິນຄ້າໄປປູກ ເມື່ອໄດ້ຜົນຜະ ລິດແລ້ວກຸ່ມໂຮງສີຈະຕ້ອງໄດ້ ຊື້ຜົນຜະລິດນຳກຸ່ມຜະລິດຄືນ ເຊິ່ງການຊື້-ຂາຍແມ່ນປະຕິບັດ ຕາມສັນຍາຜູກພັນສອງສົ້ນລະ ຫວ່າງຜູ້ປະກອບການ ແລະ ຜູ້ ຜະລິດ, ສ່ວນຜົນຜະລິດແມ່ນຈະ ເພີ່ມຂຶ້ນ ຈາກ 3 ໂຕນຕໍ່ເຮັກຕາເປັນ 3,5 ໂຕນຕໍ່ເຮັກຕາ.
ໂອກາດດັ່ງກ່າວ ທ່ານ ທອງລຸນ
ສີສຸລິດ ກໍໄດ້ມອບເງິນໃຫ້ກຸ່ມ ຊາວນາເພື່ອຈັດຊື້ເຄື່ອງຈັກຄັດ ແຍກເມັດເຂົ້າຄົບຊຸດ ຈໍານວນ 150 ລ້ານກີບ, ຈາກນັ້ນທີມງານ
ດັ່ງກ່າວກໍໄດ້ໄປຢ້ຽມຢາມໂຮງ ງານອົບໝາກຖົ່ວເຫຼືອງ ແລະ ເບິ່ງການເກັບກູ້ໝາກຖົ່ວເຫຼືອງ ຂອງ ບໍລິສັດ ໄຮລິນ ທີ່ເມືອງ ພຽງ ຕື່ມອີກ.
ໂດຍ: ອຸ່ນເຮືອນ ໂພທິລັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















