ກົມກວດກາ ແລະ ອົງການໄອຍະການທະຫານຂັ້ນສູງຈັດກິດຈະກຳແຂ່ງຂັນກີລາ
ເວລາອອກຂ່າວ: 2020-03-10 09:44:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 837 | ຄວາມນິຍົມ: ![]()
ວັນທີ 4 ມີນານີ້, ກົມກວດ ກາ ແລະ ອົງການໄອຍະການ ທະຫານຂັ້ນສູງໄດ້ຈັດກິດຈະກໍາ ແຂ່ງຂັນກີລາເປຕັງມິດຕະພາບ ເພື່ອສ້າງຂະບວນການຂໍ່ານັບ ຮັບຕ້ອນວັນແມ່ຍິງສາກົນ ຄົບ ຮອບ 110 ປີ, ໂດຍການເຂົ້າ ຮ່ວມຂອງ ສະຫາຍ ພົນຈັດຕະ ວາ ສີໄຫວ ໄມພອນ ຫົວໜ້າ ອົງການໄອຍະການທະຫານຂັ້ນ ສູງ, ສະຫາຍ ພັນເອກ ຈັນດີ ສຸລິວົງສັກ ຫົວໜ້າກົມກວດກາ ກະຊວງປ້ອງກັນປະເທດ ພ້ອມດ້ວຍກົມກອງອ້ອມຂ້າງ ແລະ ນັກກີລາຈາກທັງສອງກົມກອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ດາວປະເສີດ ທິພົມມະຈັນ ຄະນະພັກກົມກວດ ກາກະຊວງປ້ອງກັນປະເທດໄດ້ ກ່າວເປີດການແຂ່ງຂັນກີລາໃນ ຄັ້ງນີ້ວ່າ: ການເປີດຂະບວນ ການແຂ່ງຂັນກີລາຂອງສອງກົມ ກອງນີ້ເປັນການສ້າງຂະບວນ ການ ເພື່ອຂໍ່ານັບຮັບຕ້ອນວັນ ສ້າງຕັ້ງແມ່ຍິງສາກົນ ວັນທີ 8
ມີນາ ຄົບຮອບ 110 ປີ (8/ 3/1910-8/3/2020) ແລະ ວັນສໍາຄັນຂອງຊາດ, ຂອງກອງ ທັບທີ່ຈະມາເຖິງນີ້ໃຫ້ມີບັນຍາ
ກາດຟົດຟື້ນມ່ວນຊື່ນ ແລະ ມີ ເນື້ອໃນຄວາມໝາຍສໍາຄັນຢ່າງ ເລິກເຊິ່ງ. ພ້ອມດຽວກັນນັ້ນກໍ
ເພື່ອຮັດແໜ້ນຄວາມສາມັກຄີລະ
ຫວ່າງອົງການ, ກົມກອງກໍຄືກົມ ກອງອ້ອມຂ້າງ ແລະ ພະນັກ ງານທັງສອງກົມກອງໃຫ້ນັບມື້ ນັບແໜ້ນແຟ້ນຂຶ້ນເລື້ອຍໆ, ທັງ ເປັນການຫັດແອບ, ເຝິກຊ້ອມນັກ
ກີລາພາຍໃນກົມກອງໃຫ້ຕໍ່ເນື່ອງ, ມີຄວາມຊໍານິຊຳນານ ແລະ ຄ່ອງ ແຄ້ວ ເຮັດໃຫ້ພະນັກງານ-ນັກຮົບ ມີສຸຂະພາບແຂງແຮງ ແລະ ເຮັດສຳເລັດໜ້າທີ່ວຽກງານທີ່ຂັ້ນ ເທິງມອບໝາຍໃຫ້.
ການແຂ່ງຂັນກີລາໃນຄັ້ງນີ້ ປະກອບມີ: ກີລາເປຕັງການນໍາ, ກີລາເປຕັງແມ່ຍິງ ແລະ ກີລາເປ ຕັງຊາວໝຸ່ມ. ສໍາລັບຜົນການ ແຂ່ງຂັນຄື: ທີມເປຕັງການນໍາ ຊະນະເລີດແມ່ນອົງການໄອຍະ ການທະຫານຂັ້ນສູງ, ທີມເປ ຕັງຊາວໝຸ່ມຊະນະເລີດແມ່ນກົມ ກວດກາ ແລະ ທີມເປຕັງແມ່ຍິງ ຊະນະເລີດແມ່ນກົມກວດກາ.
ໂດຍ: ຄໍາສະຫວັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















