ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ສິງຫາ 2026

  

ກອງພັນຂົນສົ່ງ 401 ມອບເງິນອຸດໜູນໃຫ້ພະນັກງານຮັບເບ້ຍບຳນານ
ເວລາອອກຂ່າວ: 2020-03-11 08:38:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 967 | ຄວາມນິຍົມ:



ຫວ່າງບໍ່ດົນມານີ້, ກອງພັນ ຂົນສົ່ງ 401 ກອງທັບໄດ້ຈັດພິ ທີມອບ-ຮັບເງິນອຸດໜູນອາຍຸ ການໃຫ້ແກ່ພະນັກງານກອງພັນ ຂົນສົ່ງ 401 ທີ່ມີເງື່ອນໄຂເຖິງ ອາຍຸກະສຽນພັກການເຂົ້າ ຮັບເບ້ຍບຳນານ 11 ສະຫາຍ ລວມຈຳນວນເງິນທັງໝົດ 172.271.000 ກີບ ແລະຈັດ ຕັ້ງປະດັບທຽບຊັ້ນໃຫ້ນັກຮຽນ ທີ່ຮຽນຈົບວິຊາສະເພາະພ້ອມທັງມອບໃບຍ້ອງຍໍປະເພດຕ່າງໆ ໃຫ້ແກ່ນາຍ ແລະ ພົນທະຫານ ຜູ້ທີ່ມີຜົນງານດີເດັ່ນເຂົ້າໃນການ ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ, ໂດຍການ ເຂົ້າຮ່ວມເປັນປະທານ ແລະ ກ່າວ ມອບ ໂດຍ ສະຫາຍ ພັນເອກ ບຸນ ຍົງ ວົງພົມ ກຳມະການຄະນະພັກ ອົງການກົມໃຫຍ່ ຫົວໜ້າກົມຂົນ ສົ່ງກົມໃຫຍ່ພະລາທິການກອງ ທັບ, ມີຄະນະພັກ-ຄະນະບັນຊາ ກົມກອງ, ພະແນກການ, ຂະ ແໜງການ ແລະ ພະນັກງານ-ນັກ ຮົບພາຍໃນກອງພັນຂົນສົ່ງ 401 ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພັນເອກ ບຸນຍົງ ວົງພົມ ໄດ້ມີຄຳເຫັນໂອ້ ລົມຫຼາຍບັນຫາສຳຄັນຕໍ່ພິທີ ເຊິ່ງ ກ່ອນອື່ນສະຫາຍໄດ້ກ່າວສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ ບັນດາສະຫາຍພະນັກງານທີ່ເຖິງ ອາຍຸການຮັບເບ້ຍບຳນານທີ່ໄດ້ ອຸທິດເຫຼື່ອແຮງ, ສະຕິປັນຍາເຂົ້າ ໃນການເຄື່ອນໄຫວປະຕິວັດ ແລະ ເຮັດສຳເລັດໜ້າທີ່ວຽກງານການ ເມືອງຂອງກົມກອງກໍຄືວຽກງານ ວິຊາສະເພາະຂອງຕົນທີ່ການຈັດ ຕັ້ງຂັ້ນເທິງ ພັກ-ລັດ ມອບໝາຍ ໃຫ້ ແລະ ໄດ້ປະກອບສ່ວນອັນສຳ ຄັນເຂົ້າໃນວຽກງານປົກປັກຮັກ ສາ, ສ້າງສາປະເທດຊາດກໍຄື ສ້າງສາາພັດທະນາກົມກອງໃຫ້ ມີຄວາມສະຫງົບປອດໄພໂດຍ ພື້ນຖານ, ສະນັ້ນພັກ-ລັດຈຶ່ງໄດ້ ມີນະໂຍບາຍມອບເງິນໃຫ້ບັນດາ ສະຫາຍດັ່ງກ່າວເພື່ອນຳໄປໝູນ ໃຊ້ເຂົ້າໃນການດຳລົງຊີວິດ ແລະ ສ້າງສາພັດທະນາເສດຖະກິດ ຄອບຄົວໃຫ້ມີຊີວິດການເປັນຢູ່ ດີຂຶ້ນກວ່າເກົ່າ ແລະ ຮຽກຮ້ອງໃຫ້ ບັນດາສະຫາຍສືບຕໍ່ເຮັດໜ້າທີ່ ເປັນເຈົ້າໃນການສຶກສາອົບຮົມ ການເມືອງ-ແນວຄິດຕໍ່ລູກຫຼານ ພໍ່ແມ່ປະຊາຊົນໃຫ້ມີຄວາມຮັບຮູ້ ເຂົ້າໃຈແຈ້ງຕໍ່ແນວທາງນະໂຍ ບາຍປ່ຽນແປງໃໝ່ຂອງພັກ-ລັດ, ເປັນແກ່ນສານ ໃຫ້ແກ່ອົງການ ປົກຄອງທ້ອງຖິ່ນ ແລະ ຮັກສາ ໄດ້ຄວາມສາມັກຄີ, ເປັນແບບ ຢ່າງທີ່ດີໃນການດຳລົງຊີວິດຢູ່ໃນ ສັງຄົມ, ສະເພາະຕໍ່ຜູ້ທີ່ໄດ້ຮັບ ຍ້ອງຍໍສັນລະເສີນຜົນງານດີເດັ່ນ ແລະ ປະດັບທຽບຊັ້ນໃໝ່ນີ້ຈົ່ງ ພ້ອມກັນເອົາໃຈໃສ່ເຝິກຝົນຫຼໍ່ ຫຼອມຕົນເອງທາງດ້ານຄຸນສົມ ບັດສິນທຳປະຕິວັດ, ມີຄວາມຈົງ ຮັກພັກດີຕໍ່ພັກ-ລັດກອງທັບ ແລະ ປະເທດຊາດ, ປະຕິບັດມະຕິ, ຄຳ ສັ່ງ, ຂໍ້ກຳນົດກົດລະບຽບ 7 ລະບອບ 18 ວຽກຂອງກອງທັບ ແລະ ກົມກອງວາງອອກຢ່າງ ເຂັ້ມງວດ, ຍົກສູງຄວາມຮູ້ຄວາມ ສາມາດຂອງຕົນເຂົ້າໃນໜ້າທີ່ ວຽກງານວິຊາສະເພາະ, ຕັ້ງໜ້າ ປະກອບສ່ວນເປັນກຳລັງແຮງ ອັນສຳຄັນເຂົ້າໃນຂະບວນການ ທຸກຂົງເຂດວຽກງານການເມືອງ ຂອງກົມກອງຢ່າງເປັນຂະບວນ ການຟົດຟື້ນ, ປະຍັດມັດທະຍັດ, ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ ຕົນ ເອງ, ມີຄວາມສາມັກຄີຮັກແພງ ກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນກ້າວໜ້າ ແລະ ເຮັດສຳເລັດໜ້າທີ່ວຽກງານທີ່ ການຈັດຕັ້ງຂັ້ນເທິງມອບໝາຍ ໃຫ້. ໂດຍ: ຄຳປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ