ວຽກງານກວດກາຕ້ອງປະຕິບັດຢ່າງເຂັ້ມງວດ ແລະ ເອົາໃຈໃສ່ຫຼາຍບັນຫາສຳຄັນ
ເວລາອອກຂ່າວ: 2020-03-11 08:45:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 900 | ຄວາມນິຍົມ: ![]()
ໃນໂອກາດພົບປະໂອ້ລົມຕໍ່ ກອງປະຊຸມວຽກງານກວດກາ ປະຈຳປີ 2019 ທີ່ຈັດຂຶ້ນໃນທ້າຍ ເດືອນກຸມພາ 2020 ນີ້, ສະຫາຍ ພົນຕີ ອ່ອນສີ ແສນສຸກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ປະທານກວດກາຄະນະພັກກະ ຊວງປ້ອງກັນປະເທດ ໄດ້ກ່າວ ວ່າ: ວຽກງານກວດກາຕ້ອງປະຕິບັດຢ່າງເຂັ້ມງວດ, ເລິກເຊິ່ງເຖິງ ຖອງນັບແຕ່ຂັ້ນກະຊວງລົງຮອດ ກົມກອງທ້ອງຖິ່ນ ແລະ ຄວນສືບ ຕໍ່ເອົາໃຈໃສ່ປະຕິບັດຫຼາຍບັນຫາ ສຳຄັນ.
ສະຫາຍ ພົນຕີ ອ່ອນສີ ແສນ ສຸກ ໄດ້ກ່າວຕື່ມວ່າ: ໃນປີ 2019 ຜ່ານມາ ຄະນະພັກ-ຄະນະບັນຊາ ແລະ ຄະນະກວດກາແຕ່ລະຂັ້ນ ໄດ້ຍົກສູງຄວາມຮັບຜິດຊອບຕໍ່ ວຽກງານຕິດຕາມ, ກວດກາພາຍ ໃນ, ກວດກາການຄຸ້ມຄອງບໍລິ ຫານລັດ, ສະກັດກັ້ນ ແລະ ຕ້ານ ການສໍ້າລາດບັງຫຼວງ, ຄົ້ນຄວ້າ ແກ້ໄຂຄຳຮ້ອງ-ຄຳສະເໜີຂອງ ສະມາຊິກພັກ, ພະນັກງານ, ນັກ ຮົບ ແລະ ປະຊາຊົນທີ່ກ່ຽວພັນກັບ ກອງທັບ; ໄດ້ສືບຕໍ່ຕິດຕາມ, ກວດ ກາໂຄງການລົງທຶນຂອງລັດເລີ່ມ ແຕ່ຫົວທີ, ກວດກາໂຄງການລົງ ທຶນຂອງລັດເພື່ອຊຳລະໜີ້ແບບມີ ສ່ວນຫຼຸດ ແລະ ຮູບແບບພັນທະ ບັດນຳກະຊວງການເງິນ, ກວດ ກາໂຄງການເສັ້ນທາງຍຸດທະ ສາດ, ໂຄງການກໍ່ສ້າງ-ສ້ອມ ແປງພື້ນຖານໂຄງລ່າງດ້ວຍທຶນ ຂອງລັດ ແລະ ອື່ນໆ.
ຜ່ານການຕິດຕາມ, ກວດກາ ເຫັນວ່າໃນໜຶ່ງປີຜ່ານມາຄະນະ ພັກຂັ້ນຕ່າງໆໄດ້ເພີ່ມຄວາມສຳ ຄັນ ແລະ ຍົກສູງຄວາມຮັບຜິດ ຊອບຂອງຕົນຕໍ່ວຽກງານປັບປຸງ ກໍ່ສ້າງພັກເຮັດໃຫ້ຈຳນວນໜ່ວຍ ພັກ ແລະ ສະມາຊິກພັກເພີ່ມຂຶ້ນ, ຄະນະໜ່ວຍພັກໄດ້ມີການປັບປຸງ ດີຂຶ້ນກວ່າເກົ່າ, ອົງຄະນະພັກກະ ຊວງ, ກົມກອງ ແລະ ທ້ອງຖິ່ນໄດ້ ຈັດຕັ້ງເຜີຍແຜ່, ຮໍ່າຮຽນກົດລະ ບຽບຂອງພັກ, ບັນດາມະຕິຂໍ້ກຳ ນົດຂອງສູນກາງພັກ ແລະ ຄະນະ ພັກຂັ້ນຂອງຕົນ; ໄດ້ຈັດຕັ້ງເຜີຍ ແຜ່ເຊື່ອມຊຶມມະຕິກອງປະຊຸມຄົບ ຄະນະບໍລິຫານງານສູນກາງພັກ ຄັ້ງທີ 7, 8, 9 ສະໄໝທີ X ແລະ
ມະຕິກອງປະຊຸມໃຫຍ່ອົງຄະນະ ພັກຂັ້ນຂອງຕົນເພື່ອແນໃສ່ໃຫ້ພະ ນັກງານ-ສະມາຊິກພັກຮູ້ ແລະ ກຳໄດ້ສະພາບຫຍໍ້ທໍ້ຕ່າງໆທີ່ເກີດ ຂຶ້ນຢູ່ໃນຖັນແຖວກອງທັບ, ກຳໄດ້ ຄວາມສຳຄັນ ແລະ ຄວາມຈຳເປັນ ຂອງວຽກງານປັບປຸງກໍ່ສ້າງ ຮາກຖານການເມືອງຂອງລະ ບອບປະຊາທິປະໄຕ ປະຊາຊົນ, ເປັນຕົ້ນແມ່ນການປັບປຸງການ ຈັດຕັ້ງພັກ-ຄະນະພັກ ແລະ ສະ ມາຊິກພັກ, ຍົກສູງຄວາມຮັບຜິດ ຊອບການເມືອງຂອງໝູ່ຄະນະ ພັກ-ບຸກຄົນຕໍ່ການແກ້ໄຂຈຸດ ອ່ອນຄົງຄ້າງໃນການນຳພາຂອງ ຄະນະພັກ ແລະ ຄວາມຮັບຜິດ ຊອບສ່ວນບຸກຄົນ ແລະ ພະນັກ ງານການນຳແຕ່ລະຂັ້ນ, ແຕ່ລະ ຂົງເຂດເພື່ອສືບຕໍ່ແກ້ໄຂບັນຫາ ຕ່າງໆໃນຂົງເຂດທີ່ຕົນເອງຮັບ ຜິດຊອບ ໄປພ້ອມກັບການປັບປຸງ ການຈັດຕັ້ງພັກ, ປັບປຸງການຈັດ ຕັ້ງອື່ນໆຢູ່ຂັ້ນຮາກຖານໃຫ້ໜັກ ແໜ້ນເຂັ້ມແຂງ.
ຜ່ານການກວດກາສາມາດ ເຫັັນໄດ້ດ້ານດີ-ຜົນສຳເລັດ, ດ້ານ ອ່ອນຂໍ້ຄົງຄ້າງໃນການນຳພາ ຂອງຄະນະພັກ-ຄະນະບັນຊາແຕ່ ລະຂັ້ນທີ່ບົດສະຫຼຸບໄດ້ລາຍງານ ມານັ້ນ; ໄດ້ເອົາໃຈໃສ່ສືບຕໍ່ກວດ ກາແກ້ໄຂບັນດາປາກົດການຫຍໍ້ ທໍ້ໃນຖັນແຖວຂອງສະມາຊິກພັກ, ພະນັກງານທີ່ມີປາກົດການສໍ້ລາດ ບັງຫຼວງຕາມສຽງວິພາກ-ວິຈານ ແລະ ບົດສົນເທ, ຜ່ານການກວດ ກາເປົ້າໝາຍຕ່າງໆພວກເຮົາສາ ມາດຮູ້ເຫັນໄດ້ສະພາບຫຍໍ້ທໍ້ຄືບັນ ດາພຶດຕິກຳທີ່ຈະໄດ້ເອົາໃຈໃສ່ ແກ້ໄຂໃນຖັນແຖວກອງທັບນັ້ນ ແມ່ນປາກົດການຍັກຍອກ, ອາດ ຍາສິດ, ຫ່າງເຫີນ, ລະເມີດລະ ບຽບກົດໝາຍ, ການສວຍໃຊ້ໜ້າ ທີ່, ສົມຮູ້ຮ່ວມຄິດສໍ້ລາດບັງຫຼວງ ເພື່ອຜົນປະໂຫຍດສ່ວນຕົວ, ພັກ ພວກ, ພີ່ນ້ອງ ແລະ ມີພຶດຕິກຳ ອື່ນໆຕໍ່ກັບພະນັກງານ, ສະມາຊິກ ພັກ ທີ່ມີພຶດຕິກຳລະເມີດລະບຽບ ກົດໝາຍກໍໄດ້ມີການແກ້ໄຂໂດຍ ນຳໃຊ້ມາດຕາການສຶກສາອົບ ຮົມ, ລົງວິໄນຕໍ່ຜູ້ລະເມີດກົດລະ ບຽບຂອງພັກ, ກົດໝາຍຂອງລັດ, ຂອງກອງທັບ ແລະ ດຳເນີນຄະດີ ຕາມກົດໝາຍຕໍ່ຜູ້ມີການກະທຳ ຜິດຮ້າຍແຮງ.
- ບັນຫາທີ່ພົ້ນເດັ່ນ ແລະ ເປັນ ຫ່ວງຫຼາຍທີ່ສຸດໃນປັດຈຸບັນນີ້ ແມ່ນປາກົດການພະຍາດອາດຍາ ສິດ, ຫ່າງເຫີນຕົວຈິງ, ຮາກຖານ ແລະ ການລະເມີດສິດເປັນເຈົ້າ ຂອງປະຊາຊົນ, ສວຍໃຊ້ໜ້າທີ່ ຕຳແໜ່ງ, ລະເມີດລະບຽບກົດ ໝາຍ ແລະ ການສໍ້ລາດບັງຫຼວງ ທີ່ມີລັກສະນະຮ້າຍແຮງ, ແກ່ຍາວ ມາຫຼາຍປີທີ່ເກີດຂຶ້ນຢ່າງແຜ່ຫຼາຍ ໃນຖັນແຖວສະມາຊິກພັກ-ພະນັກ ງານຢູ່ທຸກລະດັບ, ມີທ່າອ່ຽງສັບ ສົນ, ແກ້ໄຂໄດ້ຍາກ ມີບາງກໍລະ ນີພະນັກງານທະຫານພວກເຮົາ ຍັງກ່ຽວຂ້ອງໂດຍກົງກັບການຄ້າ ຂາຍເຖື່ອນ, ບັນຫາໄມ້, ຢາເສບ ຕິດ ແລະ ອື່ນໆ. ຜ່ານມາໄດ້ມີ ການກວດກາແລ້ວແຕ່ກໍບໍ່ທັນເລິກ ເຊິ່ງທົ່ວເຖິງ, ການແກ້ໄຂຜົນຂອງ ການກວດກາຍັງຊັກຊ້າ, ບໍ່ທັນໄດ້ ຮັບການແກ້ໄຂຢ່າງເຖິງຖອງ ແລະ ເດັດຂາດ, ຖັນແຖວສະມາ ຊິກພັກ-ພະນັກງານທີ່ເສຍທາດ ຂາດຄຸນຈຳນວນບໍ່ໜ້ອຍ, ບໍ່ໄດ້ ກວດກາລົງເລິກ ແລະ ແກ້ໄຂ ຕາມກົດລະບຽບຂອງພັກ, ກົດ ໝາຍຢ່າງເດັດຂາດ, ເຂັ້ມງວດ ແລະ ທັນການ, ບັນຫາເຫຼົ່ານັ້ນ ນັບທັງບັນຫາສະພາບຫຍໍ້ທໍ້ ຕ່າງໆທີ່ເກີດຂຶ້ນໃນຂົງເຂດເສດ ຖະກິດ-ການເງິນ ແລະ ຂົງເຂດ ອື່ນໆພວມເປັນບັນຫາໃຫຍ່, ເປັນ ໄພອັນຕະລາຍທີ່ທ້າທາຍຕໍ່ບົດ ບາດອິດທິພົນ ກໍຄືຄວາມສາມາດ ນຳພາ ແລະ ຄວາມເປັນແບບຢ່າງ ນຳໜ້າຂອງພັກເຮົາ, ມັນເລັ່ງ ທວງໃຫ້ຄະນະພັກ-ຄະນະບັນຊາ ແລະ ຄະນະກວດກາແຕ່ລະຂັ້ນ ຕ້ອງສືບຕໍ່ເພີ່ມທະວີຄວາມຮັບ ຜິດຊອບຊີ້ນຳ-ນຳພາຕໍ່ວຽກງານ ຕິດຕາມ, ກວດກາໃຫ້ມີຄວາມໜັກ ແໜ້ນ ແລະ ເຂັ້ມແຂງຢ່າງບໍ່ຢຸດ ຢັ້ງ.
- ການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ, ຄຳສັ່ງ ແລະ ບັນຫາຂໍ້ຫ້າມສຳລັບສະມາຊິກ ພັກ, ການປັບປຸງຮາກຖານພັກ ເປັນຕົ້ນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ ແລະ ໜັກ ແໜ້ນ, ຂໍ້ກຳນົດກົດໝາຍ ແລະ ລະບຽບການຕ່າງໆມີຫຼາຍອົງຄະ ນະພັກກົມກອງ-ທ້ອງຖິ່ນຍັງເຮັດ ຊັກຊ້າບໍ່ທົ່ວເຖິງເລິກເຊິ່ງເທົ່າທີ່ຄວນ, ບໍ່ທັນເອົາໃຈໃສ່ນຳພາ ເຊື່ອມຊຶມວຽກງານປັບປຸງກໍ່ສ້າງ ພັກ, ການເຄົາລົບ ແລະ ປະຕິບັດ ກົດລະບຽບຂອງພັກ, ບັນດາຂໍ້ ຫ້າມສຳລັບສະມາຊິກພັກໃຫ້ເລິກ ເຊິ່ງ ແລະ ຕໍ່ເນື່ອງ, ເປັນຕົ້ນແມ່ນ ບັນດາຂໍ້ຫ້າມຂອງສະມາຊິກພັກ, ການສູ້ຊົນເຝິກຝົນຕາມມາດຖານ ຂອງສະມາຊິກພັກບໍ່ທັນດີເທົ່າທີ່ ຄວນ, ການຂະຫຍາຍພັກດ້ານ ຈຳນວນເພີ່ມຂຶ້ນແຕ່ຄຸນນະພາບ ບໍ່ທັນຮັບປະກັນ, ການປະຕິບັດ ລະບອບປະຊຸມ ແລະ ການຮ່ວມຊີ ວິດຂອງຄະນະພັກ ແລະ ໜ່ວຍພັກ ຫຼາຍໜ່ວຍບໍ່ປົກກະຕິ, ເນື້ອໃນບໍ່ ເລິກເຊິ່ງແທດເຖິງຕົວຈິງ, ການຊີ້ ນຳແກ້ໄຂຜົນຂອງການກວດກາ ແລະ ຜົນດຳເນີນຊີວິດການເມືອງ ປັບປຸງປົວແປງພັກຍັງຊັກຊ້າ, ສະ ພາບການເສື່ອມຖອຍດ້ານຄຸນ ທາດການເມືອງ ແລະ ຄຸນສົມບັດ ສິນທຳປະຕິວັດ, ຂາດຄວາມເປັນ ແບບຢ່າງ, ການດຳລົງຊີວິດບໍ່ ໂປ່ງໃສ, ມີການສວຍໃຊ້ໜ້າທີ່ຕຳ ແໜ່ງ, ລະເມີດລະບຽບກົດໝາຍ ແລະ ສະພາບອື່ນໆໃນຖັນແຖວ ສະມາຊິກພັກ-ພະນັກງານລວມ ທັງພະນັກງານການນຳຈຳນວນ ໜຶ່ງບໍ່ທັນໄດ້ຮັບການແກ້ໄຂຢ່າງ ເລິກເຊິ່ງຕົວຈິງ ແລະ ເຂັ້ມງວດ ເທົ່າທີ່ຄວນ, ເກີດມີສຽງວິພາກ- ວິຈານ, ມີການລາຍງານ, ມີບັດ ສົນເທຕໍ່ການປະຕິບັດໜ້າທີ່ຂອງ ສະມາຊິກພັກ-ພະນັກງານເຮົາ; ການຕຳນິຕິຊົມໃນໜ່ວຍພັກ, ພາຍ
ໃນຄະນະພັກບໍ່ແຂງແຮງ, ກຳສະ
ພາບພະນັກງານທີ່ຂຶ້ນກັບຄວາມ ຮັບຜິດຊອບຂອງຕົນບໍ່ແໜ້ນ ໂດຍ ສະເພາະແມ່ນບັນຫາການສໍ້ລາດ ບັງຫຼວງ, ການພົວພັນສິ່ງທີ່ບໍ່ຖືກ ຕ້ອງ ແລະ ອື່ນໆ ສິ່ງທີ່ຮູ້ແມ່ນມາ ຈາກທາງນອກ, ບົດສົນເທ, ການ ກ່າວຮ້ອງຟ້ອງ, ການສະເໜີຂອງ ນາຍ ແລະ ພົນທະຫານ, ຍ້ອນ ແນວນັ້ນຈຶ່ງບໍ່ສາມາດຈຳກັດ ແລະ
ແກ້ໄຂໄດ້ສະພາບຫຍໍ້ທໍ້ຕ່າງໆທີ່ ເກີດຂຶ້ນໃນຖັນແຖວສະມາຊິກ ພັກ-ພະນັກງານໃນກອງທັບໄດ້ ຢ່າງທັນການ.
- ການຈັດຕັ້ງປະຕິບັດແຜນງົບ ປະມານ ແລະ ຄຸ້ມຄອງການລົງ ທຶນຂອງລັດ ໂດຍລວມແລ້ວແມ່ນ ພວກເຮົາເຮັດໄດ້ດີ, ມາດຕາການ ຄຸ້ມຄອງລາຍຮັບ-ລາຍຈ່າຍເຖິງ ວ່າມີການປັບປຸງດີກວ່າເກົ່າແຕ່ ການປະຕິບັດແຜນການ-ການ ເງິນບໍ່ທັນໄດ້ດີເທົ່າທີ່ຄວນ ຍັງມີ ບາງກົມກອງການຮົ່ວໄຫຼຍັງມີຢູ່, ການຈັດຕັ້ງປະຕິບັດໂຄງການລົງ ທຶນຂອງລັດຍັງມີຫຼາຍກໍລະນີບໍ່ ເຮັດຕາມລະບຽບກົດໝາຍເຊັ່ນ: ບໍ່ມີການປະເມີນ, ບໍ່ປະມູນຈັດຕັ້ງ ປະຕິບັດກ່ອນສັນຍາ ຫຼື ປະມູນ ພຽງຮູບການເຮັດໃຫ້ມູນຄ່າໂຄງ ການສູງ, ຄຸນນະພາບບໍ່ຮັບປະ ກັນ.
- ການສະກັດກັ້ນ ແລະ ແກ້ໄຂ ການສໍ້ລາດບັງຫຼວງໃນກົງຈັກ ການຈັດຕັ້ງຖັນແຖວກອງທັບ ພວກເຮົາເຖິງວ່າໄດ້ມີຄວາມພະ ຍາຍາມ, ແຕ່ກາເຫັນເອົາກົດໝາຍ ແລະ ຍຸດທະສາດຕ້ານການສໍ້ລາດ ບັງຫຼວງໃຫ້ເປັນລະບົບລະບຽບ ການອັນລະອຽດຂອງທຸກຂະ ແໜງການ, ກົມກອງ ເພື່ອຄຸ້ມ ຄອງ-ອັດຊ່ອງຫວ່າງທີ່ຈະເກີດມີ ການສໍ້ລາດບັງຫຼວງບໍ່ທັນເຮັດໄດ້ ທົ່ວເຖິງ, ການປະຕິບັດບໍ່ທັນເຂັ້ມ ງວດ, ມີຫຼາຍກໍລະນີບໍ່ປະຕິບັດ ຕາມກົດໝາຍທີ່ໄດ້ກຳນົດໄວ້ ຈຶ່ງ ພາໃຫ້ເກີດມີຊ່ອງຫວ່າງສວຍໂອ ກາດ, ສໍ້ລາດບັງຫຼວງຫຼາຍຮູບ ແບບຫຼາຍລະດັບ, ເກີດມີຄວາມບໍ່ ໂປ່ງໃສ, ບໍ່ຍຸຕິທຳ ແລະ ສະພາບ ຫຍໍ້ທໍ້ອື່ນໆໃນການຈັດຕັ້ງກໍຄືຖັນ ແຖວສະມາຊິກພັກ, ພະນັກງານ- ນັກຮົບ ເຊິ່ງສົ່ງຜົນກະທົບບໍ່ໜ້ອຍ ເຖິງຄວາມເຊື່ອໝັ້ນຕໍ່ການນຳພາ ຂອງພັກ ແລະ ການຄຸ້ມຄອງລັດ ແຕ່ລະຂັ້ນ.
- ການໃຫ້ຄຳປຶກສາ ແລະ ການຄົ້ນຄວ້າແກ້ໄຂຄຳຮ້ອງ-ຄຳ ສະເໜີຂອງສະມາຊິກພັກ, ພະນັກ ງານ, ນັກຮົບ ແລະ ປະຊາຊົນທີ່ມີ ການກ່ຽວພັນກັບກອງທັບບໍ່ທັນ ມີປະສິດທິຜົນ, ຊັກຊ້າແກ່ຍາວ ຂາດຄວາມຮັບຜິດຊອບ; ຄະນະ ພັກ-ຄະນະບັນຊາຈຳນວນໜຶ່ງບໍ່ ທັນເອົາໃຈໃສ່ການກວດກາເກັບ ກຳ ແລະ ຄົ້ນຄວ້າຂໍ້ມູນບາງກໍລະ ນີບໍ່ໍ່ຊັດເຈນ, ການຕົກລົງແກ້ໄຂ ບັນຫາບໍ່ຖືກຕາມຄວາມຈິງຍັງມີ ກໍລະນີສົ່ງຄຳຮ້ອງໄປຫຼາຍບ່ອນ, ຫຼາຍອົງການຈັດຕັ້ງເຊັ່ນ: ອົງ ການກວດກາລັດຖະບານ, ຫ້ອງ ວ່າການສຳນັກງານນາຍົກ ຫຼື ປະ ທານປະເທດ. ການປະສານສົມ ທົບລະຫວ່າງພາກສ່ວນທີ່ກ່ຽວ ຂ້ອງມີບາງເລື່ອງບໍ່ກົມກຽວກັນ.
- ການປັບປຸງກົງຈັກການຈັດ ຕັ້ງ ແລະ ເລືອກເຟັ້ນພະນັກງານ ເຂົ້າເຮັດວຽກງານກວດກາຢູ່ກົມ ກວດກາກະຊວງປ້ອງກັນປະ ເທດ, ກົມກອງ ແລະ ທ້ອງຖິ່ນບໍ່ ທັນດີເທົ່າທີ່ຄວນ, ບໍ່ໄດ້ມາດຖານ, ລະດັບຄວາມຮູ້ທິດສະດີການ ເມືອງ, ວິຊາສະເພາະກວດກາ ແລະ ຄວາມສາມາດໃນການກວດ ກາຕົວຈິງຍັງຈຳກັດ, ການເຄື່ອນ ໄຫວປະຕິບັດໜ້າທີ່ຕາມພາລະບົດ ບາດຂອງຄະນະກວດກາຈຳນວນ ໜຶ່ງບໍ່ທັນສາມາດເປັນເສນາທິ ການໃຫ້ແກ່ຄະນະພັກ-ຄະນະບັນ ຊາຂັ້ນຂອງຕົນຢ່າງແຂງແຮງ ແທ້, ເຫັນບັນຫາແຕ່ບໍ່ກ້າສະເໜີ ລາຍງານ, ຊີ້ແຈງອະທິບາຍໃຫ້ ຄະນະພັກ-ຄະນະບັນຊາຂັ້ນຂອງ ຕົນແກ້ໄຂ ແລະ ມີຄຳເຫັນຊີ້ນຳ ແກ້ໄຂ.
- ຄວາມຮັບຜິດຊອບຂອງຄະ ນະພັກ-ຄະນະບັນຊາແຕ່ລະຂັ້ນຕໍ່ ວຽກງານຕິດຕາມ, ກວດກາ, ສະ ກັດກັ້ນ ແລະ ຕ້ານການສໍ້ລາດບັງ ຫຼວງຍັງມີຫຼາຍກົມກອງບໍ່ທັນໃຫ້ ຄວາມສຳຄັນ ແລະ ບໍ່ເອົາໃຈໃສ່ ຊີ້ນຳ-ນຳພາຢ່າງເຖິງຖອງ, ຍັງຖື ເບົາການຕິດຕາມ, ກວດກາປົກ ກະຕິ, ບາງບ່ອນມີລັກສະນະເມີນ ເສີຍຕໍ່ການຄົ້ນຄວ້າແກ້ໄຂຄຳ ຮ້ອງ-ຄຳສະເໜີຂອງຂັ້ນລຸ່ມ ແລະ ພະນັກງານ-ນັກຮົບ, ຍັງມີສະ ພາບເມື່ອກວດເຫັນບັນຫາແລ້ວບໍ່ ເປັນເຈົ້າການແກ້ໄຂຜົນຂອງ ການກວດກາຢ່າງເຂັ້ມງວດ, ຂາດຕົວ ແລະ ທັນການ; ການ ສ້າງເງື່ອນໄຂອຳນວຍຄວາມສະ ດວກຕ່າງໆໃຫ້ແກ່ວຽກງານຕິດ ຕາມ, ກວດກາບໍ່ທັນດີເທົ່າທີ່ ຄວນ. ນອກຈາກບັນຫາຕ່າງໆທີ່ ຍົກມາຂ້າງເທິງນັ້ນຍັງມີຫຼາຍບັນ ຫາທີ່ພວກເຮົາຕ້ອງໄດ້ສືບຕໍ່ຄົ້ນ ຄວ້າແກ້ໄຂຢ່າງຕັ້ງໜ້າຕື່ມ.
ເພື່ອເປັນທິດໃນການສືບຕໍ່ປະ ຕິບັດວຽກງານຕິດຕາມ, ກວດ ກາ, ສະກັດກັ້ນ ແລະ ຕ້ານການ ສໍ້ລາດບັງຫຼວງໃນປີ 2020 ຂ້າ ພະເຈົ້າມີຄໍາເຫັນຕື່ມບາງດ້ານດັ່ງນີ້:
1. ສືບຕໍ່ຄົ້ນຄວ້າເຊື່ອມຊຶມກໍາ ແໜ້ນແນວທາງແຜນນະໂຍ ບາຍຂອງພັກ ກໍຄືເນື້ອໃນມະຕິ ກອງປະຊຸມໃຫຍ່ ຄັ້ງທີ X ຂອງ ພັກລວມທັງບັນດາມະຕິຂອງຄະ ນະບໍລິຫານງານສູນກາງພັກ(ສະ
ໄໝທີ X) ເນື້ອໃນກອງປະຊຸມ ວຽກງານກວດກາທົ່ວກອງທັບ ຄັ້ງທີ V, ບັນດາມະຕິ, ຄໍາສັ່ງ, ຂໍ້
ກໍານົດຕ່າງໆຂອງພັກ, ກົດໝາຍ
ຂອງລັດ ແລະ ກົດໝາຍນາຍທະ ຫານໃນປັດຈຸບັນໂດຍສະເພາະ ແມ່ນມະຕິ, ຄໍາສັ່ງ ແລະ ນິຕິກໍາ ຕ່າງໆກ່ຽວກັບວຽກງານຕິດ ຕາມ, ກວດກາ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ; ມີການຈັດຕັ້ງເຊື່ອມຊຶມວຽກງານ
ກວດກາ ແລະ ຜັນຂະຫຍາຍເນື້ອ ໃນຂອງກອງປະຊຸມວຽກງານ ກວດກາເທື່ອນີ້ໃຫ້ມີຜົນເປັນຈິງ, ສະຫຼຸບຕີລາຄາຊອກຫາສາເຫດ ແລະ ຖອດຖອນບົດຮຽນວຽກ ງານຕິດຕາມ, ກວດກາຢູ່ກົມກອງ ແລະ ທ້ອງຖິ່ນຂອງຕົນໃນປີ ຜ່ານມາໃຫ້ເລິກເຊິ່ງຖືກຕົວຈິງ ວາງທິດທາງແຜນການ ແລະ ວຽກງານຈຸດສຸມທີ່ຕ້ອງສືບຕໍ່ສູ້ ຊົນປະຕິບັດໃນປີ 2020 ບົນຈິດ
ໃຈບຸກບືນດີກວ່າເກົ່າເຮັດໃຫ້ ວຽກງານຕິດຕາມ, ກວດກາ, ສະ
ກັດກັ້ນ ແລະ ຕ້ານການສໍ້ລາດ ບັງຫຼວງມີການຫັນປ່ຽນຢ່າງຕັ້ງ
ໜ້າດີກວ່າເກົ່າ; ກົມກວດກາກະ ຊວງປ້ອງກັນປະເທດຕ້ອງມີ ແຜນການເຄື່ອນໄຫວຕິດຕາມ, ກວດກາ, ຊຸກຍູ້ບັນດາກົມ, ອົງ ການ, ກົມກອງ, ກໍາລັງຫຼວງແລະ
ກໍາລັງທ້ອງຖິ່ນປະຕິບັດໜ້າທີ່ຕິດ
ຕາມ, ກວດກາຕາມຄວາມຮັບຜິດ
ຊອບຂອງຕົນໃຫ້ເປັນປົກກະຕິ.
2. ວຽກງານຕິດຕາມ, ກວດ ກາພັກໃຫ້ເອົາໃຈໃສ່ຕິດຕາມ, ກວດກາການຈັດຕັ້ງປະຕິບັດ ບັນດາມະຕິ, ຄຳສັ່ງ, ຂໍ້ກໍານົດ ຕ່າງໆ ຂອງພັກ ລວມທັງການ ປະຕິບັດມະຕິກອງ ປະຊຸມໃຫຍ່ ຂອງອົງຄະນະພັກຂັ້ນຂອງຕົນ ອັນໃດມີຜົນສໍາເລັດ, ອັນໃດຍັງ ຄົງຄ້າງ ແລະ ຈະສືບຕໍ່ຈັດຕັ້ງປະ ຕິບັດແນວໃດ; ເອົາໃຈໃສ່ຕິດ ຕາມ, ກວດກາການປະຕິບັດກົດ ລະບຽບຂອງພັກ, ຕິດຕາມກວດ ກາແບບແຜນນໍາພາວິທີເຮັດ ວຽກຂອງຄະນະພັກແຕ່ລະຂັ້ນ; ຕິດຕາມກວດກາຄຸນທາດການ ເມືອງ, ຄຸນສົມບັດສິນທໍາປະຕິ ວັດຂອງຄະນະພັກ, ສະມາຊິກ ພັກ, ພະນັກງານ, ກໍາສະພາບພະ ນັກງານການນໍາ ແລະ ສະມາຊິກ
ພັກໃຫ້ແໜ້ນ, ເອົາໃຈໃສ່ຕິດຕາມ, ກວດກາ ແລະ ດໍາເນີນຊີວິດການ ເມືອງປົວແປງພັກ, ໂດຍຖືເອົາ ການເພີ່ມທະວີຄຸນນະພາບຂອງການດໍາເນີນຊີວິດຂອງຄະນະພັກ ແລະ ໜ່ວຍພັກ, ການຕິຊົມຕົນເອງ ແລະ ຕິຊົມກັນເປັນປົກກະຕິໂດຍ ຕິດພັນລົງເລິກການກວດກາ ແລະ ແກ້ໄຂສະພາບຫຍໍ້ທໍ້ຕ່າງໆ ໃນຄະນະພັກ ແລະ ສະມາຊິກພັກ, ສ້າງການຫັນປ່ຽນແບບບຸກທະລຸ
ດ້ານກົນໄກ ແລະ ແບບແຜນການ ເຄື່ອນໄຫວນໍາພາ-ບັນຊາທີ່ມີປະ ສິດທິຜົນ.
3. ບັນຫາທີ່ຕ້ອງເອົາໃຈໃສ່ຊີ້ ນໍາ ແລະ ສຸມໃສ່ຕິດຕາມ, ກວດ ກາ.
- ຕິດຕາມ, ກວດກາການປະຕິ ບັດພາລະບົດບາດ, ໜ້າທີ່ສິດອຳ ນາດຂອງແຕ່ລະຂະແໜງການ- ກົມກອງ; ການປະຕິບັດມະຕິ, ຄໍາ
ສັ່ງ, ກົດໝາຍ, ດໍາລັດລະບຽບ ການຕ່າງລະບຽບຕ່າງໆຂອງ ກອງທັບ ແລະ ຂອງກົມກອງວາງ ອອກ.
- ຕິດຕາມ, ກວດກາຄຸ້ມຄອງ ແລະ ນໍາໃຊ້ງົບປະມານຂອງເຫຼົ່າ
ຮົບກົມກອງຕ່າງໆຕ້ອງເປັນເຈົ້າ ການຢ່າງຕັ້ງໜ້າ ໃນການຊີ້ນໍາ- ບັນຊາຢ່າງໃກ້ຊິດເປັນປະຈຳ ຕໍ່ວຽກງານຕິດຕາມ, ກວດກາ ການປະຕິບັດແຜນງົບປະມານ, ການສ້າງລາຍຮັບ-ລາຍຈ່າຍ ໂຄງການກໍ່ສ້າງ-ສ້ອມແປງການ ຈັດຊື້ວັດຖຸອຸປະກອນຮັບໃຊ້, ການ
ຄຸ້ມຄອງທຸລະກິດ, ການນໍາໃຊ້ ແລະ ປົກປັກຮັກສາວັດຖຸພາຫະ ນະຊັບສິນຂອງກອງທັບໃຫ້ເຂັ້ມ ງວດ.
- ສືບຕໍ່ຕິດຕາມ, ກວດກາ ແລະ
ສືບສວນ-ສອບສວນຕໍ່ການຈັດ ຕັ້ງ ແລະ ບຸກຄົນທີ່ພົວພັນເຖິງໂຄງ ການລົງທຶນຂອງລັດ ແລະ ການ ຊໍາລະໜີ້ສິນແບບມີສ່ວນຫຼຸດ ການຊໍາລະເກີນ ແລະ ຊ້ໍາຊ້ອນ ຢູ່ບາງໂຄງການ (53+19 ໂຄງ
ການ) ໃຫ້ສໍາເລັດ ພ້ອມທັງເກັບ ກູ້ການເສຍຫາຍຄືນໃຫ້ລັດ.
- ສືບຕໍ່ປະຕິບັດມາດຕາການ ຕິດຕາມ, ກວດກາເລີ່ມແຕ່ຫົວທີ ຕໍ່ການປະຕິບັດໂຄງການລົງທຶນ ຂອງລັດເຊັ່ນ: ໂຄງການກໍ່ສ້າງ ພື້ນຖານໂຄງລ່າງຕ່າງໆປີ 2020 ເລີ່ມແຕ່ຂອດການປະມູນ,ການ ຈັດຊື້-ຈັດຈ້າງແລະ ການປະຕິ ບັດໜ້າວຽກ, ຕະຫຼອດໄລຍະເວລາຂອງການປະຕິບັດໂຄງການ ໃຫ້ດໍາເນີນໄປໃຫ້ຖືກຕ້ອງຕາມ ສັນຍາ ແລະ ລະບຽບກົດໝາຍ.
4. ເພີ່ມທະວີຄວາມເອົາໃຈໃສ່ ຕໍ່ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງທີ່ເປັນໄພຂົ່ມຂູ່ຕໍ່ ສະຖຽນລະພາບຂອງການຈັດຕັ້ງ ແລະ ສະມາຊິກພັກ, ພະນັກງານ ການສົ່ງຜົນກະທົບເຖິງຄວາມ ເຫຼື້ອມໃສ ແລະ ຄວາມເຊື່ອໝັ້ນ ຂອງມະຫາຊົນຕໍ່ການນໍາພາຂອງ
ພັກ, ຄວາມສັກສິດຂອງການຄຸ້ມ
ຄອງລັດ ແລະ ຄວາມໝັ້ນຄົງ ຂອງລະບອບປະຊາທິປະໄຕປະ ຊາຊົນຂອງພວກເຮົາບັນຫາທີ່ ຕ້ອງເອົາໃຈໃສ່ແມ່ນ:
- ຈັດຕັ້ງເຜີຍແຜ່ກົດໝາຍຕ້ານ ການສໍ້ລາດບັງຫຼວງ ແລະ ກົດ ໝາຍອື່ນໆໃຫ້ທົ່ວເຖິງບັນດາ ກົມກອງໃນກໍາລັງປ້ອງກັນຊາດ ໃຫ້ສະມາຊິກພັກ, ນາຍ ແລະ ພົນທະຫານຮັບຮູ້ຢ່າງກວ້າງ ຂວາງ ທົ່ວເຖິງ, ປູກຈິດໄຈ ສໍາ ນຶກໃຫ້ທຸກຊັ້ນຄົນ, ເພດ-ໄວ ຕໍ່ ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງທັງເປັນເຈົ້າການປະຕິບັດໃຫ້ຖືກຕ້ອງ, ເຂັ້ມງວດ ແລະ ດີຂຶ້ນເລື້ອຍໆ.
- ຕ້ອງເຮັດໃຫ້ການຕ້ານການ ສໍ້ລາດບັງຫຼວງກາຍເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງພະ ນັກງານທຸກປະເພດ, ທຸກການ ຈັດຕັ້ງ ແລະ ທົ່ວສັງຄົມ, ການ ຕ້ານການສໍ້ລາດບັງຫຼວງຕ້ອງ ເລີ່ມຈາກຄວາມເປັນແບບຢ່າງ ຂອງແຕ່ລະຄົນເປັນຕົ້ນແມ່ນ ພະນັກງານນໍາພາ-ບັນຊາແຕ່ ລະຂັ້ນ.
- ຕ້ອງຕັ້ງໜ້າມີຄວາມພະຍາ ຍາມສູງໃນການຈໍາກັດ ແລະ ອັດຊ່ອງຫວ່າງທີ່ກໍ່ໃຫ້ມີການສໍ້ລາດບັງຫຼວງ, ເຮັດໃຫ້ສະພາບການສໍ້ລາດບັງຫຼວງທີ່ມີຢູ່ປັດຈຸບັນຫຼຸດໜ້ອຍຖອຍລົງ ແລະ ໄດ້ຮັບການແກ້ໄຂຢ່າງ ຕັ້ງໜ້າກວ່າເກົ່າ.
- ຕ້ອງຈັດຕັ້ງເຊື່ອມຊຶມ-ກໍາ ແໜ້ນ ແລະ ເປັນເຈົ້າການປະຕິ ບັດດໍາລັດການແຈ້ງຊັບສິນ-ລາຍຮັບ, ດໍາເນີນການແຈ້ງຊັບ ສິນລາຍຮັບຮອບ II ໃຫ້ສໍາເລັດ ເປັນຕົ້ນແມ່ນພະນັກງານຂັ້ນ ສູນກາງຄຸ້ມຄອງ; ເຂັ້ມງວດຕໍ່ການປະຕິບັດດໍາລັດວ່າດ້ວຍ ການຕິດຕາມ, ກວດກາໂຄງການ
ລົງທຶນຂອງລັດເລີ່ມແຕ່ຫົວທີ, ດໍາລັດວ່າດ້ວຍ ການປະຢັດ.
- ຕ້ານການຟຸມເຟືອຍ ແລະ ນິຕິກໍາອື່ນໆດ້ວຍຄວາມຮັບຜິດ ຊອບສູງ, ເປັນເຈົ້າການສະກັດກັ້ນ ແລະ ແກ້ໄຂການສໍ້ລາດບັງຫຼວງ ທີ່ເກີດຂຶ້ນໃນກະຊວງ, ອົງການ, ກົມກອງກໍາລັງຫຼວງ ແລະ ກໍາ ລັງທ້ອງຖິ່ນຂອງ ຕົນໃຫ້ທັນການ, ນໍາເອົາຜູ້ກະທໍາຜິດມາສຶກສາ ອົບຮົມ ແລະ ລົງໂທດຕາມລະ ບຽບກົດໝາຍ.
- ຄະນະພັກ-ຄະນະບັນຊາ ແລະ
ຄະນະກວດກາແຕ່ລະຂັ້ນຕ້ອງສືບ ຕໍ່ເອົາໃຈໃສ່ຈັດຕັ້ງເຜີຍແຜ່ ແລະ ເຊື່ອມຊຶມມະຕິ 022/ຄລສພ ວ່າ ດ້ວຍການແກ້ໄຂພະຍາດອາດ ຍາສິດ, ສະກັດກັ້ນ ແລະ ຕ້ານ ການສໍ້ລາດບັງຫຼວງ, ກົດໝາຍ ແລະ ນິຕິກໍາອື່ນໆທີ່ກ່ຽວຂ້ອງໃຫ້
ເລິກເຊິ່ງທົ່ວເຖິງທັງຢູ່ໃນຄະນະ ພັກ-ຄະນະບັນຊາທຸກຂັ້ນ ແລະ ພະນັກງານ-ນັກຮົບໃນຖັນແຖວ ກອງທັບ ເພື່ອພ້ອມກັນຜັນຂະ ຫຍາຍຈັດຕັ້ງປະຕິບັດເຂັ້ມງວດ ແລະ ມີປະສິດທິຜົນ.
5. ເພີ່ມທະວີຄວາມຮັບຜິດ ຊອບນໍາພາ-ຊີ້ນໍາຂອງຄະນະ ພັກ-ຄະນະບັນຊາ ແລະ ຄະນະ ກວດກາແຕ່ລະຂັ້ນຕໍ່ການຄົ້ນ ຄວ້າແກ້ໄຂຄໍາຮ້ອງ-ຄໍາສະເໜີ ຂອງສະມາຊິກພັກ, ພະນັກງານ, ນັກຮົບ ແລະ ປະຊາຊົນທີ່ ມີການ ກ່ຽວພັນກັບກອງທັບ, ອັນນີ້ເປັນວຽກງານໜຶ່ງທີ່ພວກເຮົາບໍ່ຄວນຖືເບົາ ອັນສໍາຄັນແມ່ນຕ້ອງສ້າງ ເງື່ອນໄຂອໍານວຍຄວາມສະດວກ ໃຫ້ສະມາຊິກພັກ, ພະນັກງານ, ນັກຮົບ ແລະ ປະຊາຊົນໄດ້ສົ່ງ ຄໍາຮ້ອງ-ຄໍາສະເໜີຂອງຕົນຕາມ ລັດຖະທຳມະນູນ ແລະ ກົດໝາຍ ທີ່ໄດ້ກໍານົດໄວ້, ການຄົ້ນຄວ້າ ຄໍາຮ້ອງ-ຄໍາສະເໜີ ຕ້ອງດໍາເນີນ
ໄປຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງແຕ່ລະ ຂັ້ນຖືກຕາມຂັ້ນຕອນທີ່ກົດໝາຍ ກໍານົດໄວ້, ການຄົ້ນຄວ້າຕ້ອງ ຮອບຄອບ, ພາວະວິໄສ ແລະ ຊັດ ເຈນ, ຖືກຕ້ອງຕາມຄວາມເປັນ ຈິງຍຸຕິທໍາ ແລະ ສະເໜີປ່ຽນຕໍ່ໜ້າ
ກົດໝາຍ, ພ້ອມກັນນີ້ກໍບໍ່ໄດ້ຖື
ເບົາໜັງສືລາຍງານຂອງພະນັກ
ງານ-ນັກຮົບທີ່ບໍ່ໄດ້ລົງຊື່ແຈ້ງ (ລາຍເຊັນ), ອັນນີ້ກໍຕ້ອງໄດ້ຄົ້ນ
ຄວ້າພິຈາລະນາຕາມແຕ່ລະກໍ ລະນີຢ່າງພາວະວິໄສ ແລະ ປະ ສານສົມທົບກັນພາກສ່ວນທີ່ກ່ຽວ ຂ້ອງ.
6. ສືບຕໍ່ເພີ່ມທະວີການພົວພັນ ຮ່ວມມື ແລະ ແລກປ່ຽນບົດຮຽນ ກັບຕ່າງປະເທດ, ເປັນຕົ້ນແມ່ນ ການພົວພັນແລກປ່ຽນບົດຮຽນ ແລະ ການບໍາລຸງກໍ່ສ້າງພະນັກ ງານກວດກາກັບຄະນະກໍາມະ ການກວດກາ ສູນກາງພັກ, ກວດ
ກາພັກ-ລັດກອງທັບປະຊາຊົນ ຫວຽດນາມ ແລະ ກອງທັບປະ ຊາຊົນຈີນ, ກ່ຽວກັບວຽກງານ ຕິດຕາມ, ກວດກາພັກ, ກວດກາ ລັດ, ສະກັດກັ້ນ ແລະ ຕ້ານການ ສໍ້ລາດບັງຫຼວງ, ຄົ້ນຄວ້າ ແລະ ໝູນໃຊ້ບົດຮຽນຂອງອ້າຍນ້ອງ, ເພື່ອນມິດຢ່າງປະດິດສ້າງແທດ ກັບຕົວຈິງກັບເງື່ອນໄຂຕົວຈິງ ຂອງກອງທັບປະຊາຊົນລາວ ໃນເງື່ອນໄຂໃໝ່.
7. ຕ້ອງເອົາໃຈໃສ່ປັບປຸງກົງ ຈັກການຈັດຕັ້ງ ແລະ ບໍາລຸງສ້າງ ພະນັກງານກວດກາແຕ່ລະຂັ້ນ ໃຫ້ໜັກແໜ້ນເຂັ້ມແຂງສາມາດ ເຮັດບົດບາດເປັນເສນາທິການ ໃຫ້ຄະນະພັກ-ຄະນະບັນຊາຂັ້ນ ຂອງຕົນ, ໃຫ້ເບິ່ງຄືນລະບົບການ
ຈັດຕັ້ງຂອງຂະແໜງກວດກາຢູ່ ບັນດາອົງການ, ກົມກອງກໍາລັງ ຫຼວງ-ກໍາລັງທ້ອງຖິ່ນບ່ອນໃດບໍ່ທັນມີກໍຕ້ອງສ້າງຂຶ້ນຕາມຂໍ້ກຳ ນົດຂອງກົມໃຫຍ່ເສນາທິການ ໄດ້ກໍານົດໄວ້, ເອົາໃຈໃສ່ປັບປຸງ ພາລະບົດບາດ, ໜ້າທີ່ ແລະ ສິດ ຂອງຄະນະກວດກາພັກກະຊວງ, ກົມກວດກາກະຊວງປ້ອງກັນປະ ເທດ ແລະ ຂະແໜງກວດກາແຕ່ ລະຂັ້ນໃຫ້ຈະແຈ້ງ, ຮັດກຸມກວ່າ ເກົ່າ, ຖືກຕ້ອງຕາມກົດລະບຽບ ຂອງພັກ, ກົດໝາຍກວດກາລັດ ( ສະບັບປັບປຸງ ); ປະກອບພະ ນັກງານໃຫ້ພຽງພໍກັບໜ້າທີ່ວຽກ
ງານທີ່ຈໍາເປັນ ພ້ອມທັງຈັດຕັ້ງ ບໍາລຸງສ້າງໃຫ້ເຂົາເຈົ້າມີຄວາມ ຮູ້-ຄວາມສາມາດທາງດ້ານວິຊາ ສະເພາະບໍາລຸງສ້າງໃນຂະບວນ ການວຽກງານຕົວຈິງ ເພື່ອເຮັດບົດບາດເປັນເສນາທິການໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ; ບັນຫາສໍາຄັນຜູ້ເຮັດວຽກງານ ກວດກາຕ້ອງກໍາແໜ້ນມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບຕ່າງໆ ຂອງລັດກໍຄືຂອງກອງທັບ, ຕ້ອງ
ເປັນຜູ້ທີ່ມີທັດສະນະ ແລະ ມີຈັນ ຍາບັນທີ່ຖືກຕ້ອງ, ເບິ່ງ ແລະ ພິ ຈາລະນາບັນຫາຕ່າງໆຢ່າງຮອບ ຄອບ, ເລິກເຊິ່ງ, ພາວະວິໄສ, ຊັດ ເຈນ, ແທດຕົວຈິງ, ໂປ່ງໃສ,ທ່ຽງ
ທໍາ ແລະ ເປັນຜູ້ທີ່ກ້າຫານ, ເຂັ້ມ ແຂງໜັກແໜ້ນ ແລະ ຍຶດໝັ້ນຕາມ ລະບຽບກົດໝາຍ.
8. ເພີ່ມທະວີການນໍາພາຂອງ ຄະນະພັກ-ຄະນະບັນຊາແຕ່ລະ ຂັ້ນຕໍ່ວຽກງານຕິດຕາມ, ກວດ ກາ ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດລັງຫຼວງດ້ວຍ ຫຼາຍວິທີ ໂດຍຖືເອົາການຕິດ ຕາມ, ກວດກາປົກກະຕິເລີ່ມແຕ່ ຫົວທີເປັນວິທີການຕົ້ນຕໍ, ສິ່ງ ສໍາຄັນບັນຫາເກີດຂຶ້ນຢູ່ບ່ອນໃດ ແມ່ນຄະນະພັກ-ຄະນະບັນຊາ ບ່ອນນັ້ນຕ້ອງເປັນຜູ້ຮັບຜິດຊອບ ແກ້ໄຂ, ເມື່ອກວດກາແລ້ວຕ້ອງ ແກ້ໄຂຜົນຂອງການກວດກາ ຢ່າງເຂັ້ມງວດ, ຂາດຕົວ ແລະ ທັນເວລາ. ພ້ອມກັນນັ້ນກໍໃຫ້ ເອົາໃຈໃສ່ສ້າງເງື່ອນໄຂອໍານວຍ ຄວາມສະດວກໃຫ້ຄະນະກວດ ກາແຕ່ລະຂັ້ນຂອງຕົນສາມາດ ເຄື່ອນໄຫວຕາມພາລະບົດບາດ, ໜ້າທີ່, ສິດ ແລະ ຄວາມຮັບຜິດ ຊອບຂອງຕົນໃຫ້ມີປະສິດທິຜົນ, ຕ້ານ ແລະ ແກ້ໄຂທັດສະນະແນວ ຄິດຖືເບົາຕໍ່ວຽກງານກວດກາ ແລະ ທັດສະນະອື່ນໆ ທີ່ບໍ່ຖືກ ຕ້ອງ.
9. ພາຍຫຼັງສໍາເລັດກອງປະ ຊຸມຄັ້ງນີ້ແລ້ວ, ສະເໜີຄະນະ ພັກ-ຄະນະບັນຊາ ແລະ ຄະນະກວດ ກາແຕ່ລະຂັ້ນ, ອົງການ, ກົມກອງ
ກໍາລັງຫຼວງ-ກໍາລັງທ້ອງຖິ່ນນໍາ ເອົາເນື້ອໃນຈິດໃຈກອງປະຊຸມ ຄັ້ງນີ້ໄປລາຍງານຕໍ່ຄະນະປະຈໍາ ພັກຂັ້ນຂອງຕົນຮັບຮູ້-ເຂົ້າໃຈ ແລະ ພ້ອມກັນຜັນຂະຫຍາຍຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















