ກະຊວງປ້ອງກັນປະເທດປະດັບຫຼຽນກາລະນຶກ 70 ປີ ໃຫ້ຄະນະນຳ 2 ພາກສ່ວນ
ເວລາອອກຂ່າວ: 2020-03-11 08:47:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 870 | ຄວາມນິຍົມ: ![]()
ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງປະດັບຫຼຽນກາລະນຶກ 70 ປີ ກອງທັບປະຊາຊົນລາວໃຫ້ ຄະນະນຳສູນກາງສະຫະພັນກຳ
ມະບານລາວ ແລະ ກະຊວງກະສິ
ກຳ ແລະ ປ່າໄມ້ ໃນວັນທີ 10 ມີ
ນານີ້, ໂດຍການເຂົ້າຮ່ວມເປັນປະ
ທານ ແລະ ປະດັບຂອງ ສະຫາຍ ພົນ
ໂທ ປອ ທອງລອຍ ສີລິວົງ ກຳມະ
ການສູນກາງພັກ, ຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ, ຫົວ ໜ້າກົມໃຫຍ່ການເມືອງກອງທັບ,
ເຂົ້າຮ່ວມຂອງມີ ສະຫາຍ ປອ
ລຽນ ທິແກ້ວ ກຳມະການສູນ
ກາງພັກ, ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ມີບັນດາຄະນະ
ກົມ, ຫ້ອງການ, ກອງພ້ອມດ້ວຍ ແຂກທີ່ຖືກເຊີນເຂົ້າຮ່ວມ.
ໃນພິທີ ສະຫາຍ ພົນຈັດຕະວາ
ສີທາ ດວງມາລາ ຫົວໜ້າກົມນະ ໂຍບາຍ ກົມໃຫຍ່ການເມືອງກອງ ທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະ ຊວງປ້ອງກັນປະເທດ ວ່າດ້ວຍ ການປະດັບຫຼຽນກາລະນຶກ 70 ປີ ກອງທັບປະຊາຊົນລາວໃຫ້ການ ນຳສູນກາງສະຫະພັນກຳມະບານ ລາວ ຈຳນວນ 14 ສະຫາຍ ແລະ ການນຳກະຊວງກະສິກຳ ແລະ ປ່າໄມ້ ຈຳນວນ 23 ສະຫາຍ ທີ່ມີ ຜົນງານດີເດັ່ນໃນການປະກອບ ສ່ວນເຂົ້າໃນວຽກງານປ້ອງກັນ
ຊາດ-ປ້ອງກັນຄວາມສະຫງົບໃນ
ໄລຍະຜ່ານມາ.
ໂອກາດດັ່ງກ່າວ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ
ກໍໄດ້ມີຄໍາເຫັນວ່າ: ໃນໄລຍະຜ່ານ
ມາ 2 ພາກສ່ວນແມ່ນມີຜົນງານ ດີເດັ່ນຫຼາຍດ້ານປະກອບສ່ວນ ເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນຕົ້ນ
ການລົງກໍ່ສ້າງຮາກຖານການ ເມືອງ ແລະ ພັດທະນາຊົນນະບົດ ຮອບດ້ານ, ປັບປຸງລະບົບການຈັດ ຕັ້ງທາງດ້ານການເມືອງໃຫ້ເຂັ້ມ ແຂງ ແລະ ປະຕິບັດຕາມ 4 ເນື້ອ
ໃນ 4 ຄາດໝາຍຂອງການກໍ່ ສ້າງຮາກຖານການເມືອງໃຫ້ໜັກ
ແໜ້ນເຂັ້ມແຂງໃນທຸກດ້ານ, ປະ ກອບສ່ວນທັງກຳລັງແຮງກາຍ, ແຮງໃຈ ແລະ ແຮງຊັບ ໃຫ້ແກ່ ກອງທັບປະຊາຊົນລາວຢ່າງ ຫຼວງຫຼາຍ ເຮັດໃຫ້ກອງທັບພວກ ເຮົາເຮັດສຳເລັດພາລະກິດອັນມີກຽດສະຫງ່າທີ່ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້. ຍ້ອນແນວນັ້ນເພື່ອສະແດງຄວາມ
ຂອບໃຈ ແລະ ຮູ້ບຸນຄຸນຕໍ່ການສະ
ໜັບສະໜູນຊ່ວຍເຫຼືອອັນຍິ່ງໃຫຍ່
ຂອງ 2 ພາກສ່ວນດັ່ງກ່າວ ກະຊວງປ້ອງກັນປະເທດ ຈຶ່ງຕົກ
ລົງປະດັບຫຼຽນກາລະນຶກ 70 ປີ
ກອງທັບປະຊາຊົນລາວໃຫ້ຄະນະ
ນຳສູນກາງສະຫະພັນກຳມະບານ
ລາວ ແລະ ກະຊວງກະສິກຳ ແລະ
ປ່າໄມ້ ຢ່າງສົມກຽດ.
ໂດຍ: ນາງ ນາລີ ທະວີພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















