ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ສິງຫາ 2026

  

ປຶກສາຫາລືວຽກງານປ້ອງກັນ ແລະ ຄວບຄຸມພະຍາດ COVID-2019
ເວລາອອກຂ່າວ: 2020-03-11 08:49:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 900 | ຄວາມນິຍົມ:



ວັນທີ 6 ມີນາ ນີ້, ທີ່ສຳນັກ ງານນາຍົກລັດຖະມົນຕີ, ຄະນະ ສະເພາະກິດ ເພື່ອປ້ອງກັນ, ຄວບ ຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດອັກເສບປອດຈາກ ເຊື້ອຈຸລະໂຣກສາຍພັນໃໝ່ (COVID-19)ໄດ້ຈັດກອງປະ ຊຸມເພື່ອປຶກສາຫາລືກ່ຽວກັບມາດ ຕະການໃນການປ້ອງກັນ ແລະ ຄວບຄຸມພະຍາດ COVID-19, ໂດຍການເປັນປະທານຂອງທ່ານ ສົມດີ ດວງດີ, ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງ ການເງິນ, ຫົວໜ້າຄະນະສະ ເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງ ພະຍາດ COVID-19; ມີບັນດາທ່ານໃນຄະນະສະເພາະກິດ ແລະ ກອງເລຂາຮັບຜິດຊອບວຽກງານ ດັ່ງກ່າວເຂົ້າຮ່ວມ. ກອງປະຊຸມບັນດາ ຜູ້ເຂົ້າຮ່ວມ ໄດ້ຮັບຟັງການລາຍງານກ່ຽວ ກັບສະພາບການລະບາດຂອງ ພະຍາດ COVID-19 ໃນທົ່ວ ໂລກ ແລະ ມາດຕະການໃນການ ປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ຈາກທ່ານ ຮສ ດຣ ພູທອນ ເມືອງປາກ, ຮອງລັດຖະ ມົນຕີກະຊວງສາທາລະນະສຸກ, ຫົວໜ້າກອງເລຂາຄະນະສະ ເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ ພະຍາດ COVID-19 ເຊິ່ງເຫັນ ວ່າ: ມາຮອດເວລາ 6 ໂມງເຊົ້າ ຂອງວັນທີ 4 ມີນາ 2020 ທົ່ວ ໂລກມີກໍລະນີຢັ້ງຢືນຜູ້ຕິດເຊື້ອ ພະຍາດ COVID-19 ແລ້ວ 95.308 ກໍລະນີ, ເສຍຊີວິດ 3.285 ຄົນ. ໃນນັ້ນ ຫຼາຍກວ່າໝູ່ ແມ່ນຢູ່ ສປ ຈີນ 80.409 ກໍລະ ນີ, ເສຍຊີວິດ 3.012 ຄົນ; ອີຕາລີ 3.089 ກໍລະນີ, ເສຍຊີວິດ 107 ຄົນ; ອີຣານ 2.922 ກໍລະນີ, ເສຍ ຊີວິດ 92 ຄົນ; ເກົາຫຼີໃຕ້ 5.621 ກໍລະນີ, ເສຍຊີວິດ 35 ຄົນ; ຍີ່ປຸ່ນ 331 ກໍລະນີ, ເສຍຊີວິດ 6 ຄົນ ແລະ ປະເທດອື່ນໆ ລວມທັງໝົດ 79 ປະເທດ. ສະເພາະໃນ 10 ປະ ເທດອາຊຽນ ແມ່ນມີ 7 ປະເທດ ມີກໍລະນີຢັ້ງຢືນຜູ້ຕິດເຊື້ອ COVID-19 ຄື: ສິງກະໂປ 110 ກໍ ລະນີ, ມາເລເຊຍ 50 ກໍລະນີ, ໄທ 43 ກໍລະນີ (ເສຍຊີວິດ 1 ຄົນ), ຫວຽດນາມ 16 ຄົນ, ຟີລິບປິນ 3 ກໍລະນີ (ເສຍຊີວິດ 1 ຄົນ), ອິນ ໂດເນເຊຍ 2 ກໍລະນີ ແລະ ກຳປູ ເຈຍ 1 ກໍລະນີ. ສະເພາະ ຢູ່ ສປປ ລາວ ແມ່ນພົບກໍລະນີສົງໃສ 53 ກໍລະນີ ເຊິ່ງໄດ້ນຳເອົາຕົວຢ່າງ ດັ່ງກ່າວໄປປະກວດ ແລະ ວິເຄາະ ຫາເຊື້ອພະຍາດເຫັນວ່າພວກ ກ່ຽວບໍ່ມີເຊື້ອພະຍາດ COVID- 19, ແຕ່ລັດຖະບານ ກໍໄດ້ດຳເນີນ ມາດຕະການປ້ອງກັນ ແລະ ກະ ກຽມຄວາມພ້ອມໃນການຕອບໂຕ້ ຕໍ່ການແຜ່ລະບາດຂອງພະຍາດ ດັ່ງກ່າວເປັນຕົ້ນມາດຕະການ ເຝົ້າລະວັງ, ການປ້ອງກັນການ ຕິດເຊື້ອ ແລະ ຄຸ້ມຄອງກໍລະນີ, ການໂຄສະນາເຜີຍແຜ່ ໃຫ້ຄວາມ ຮູ້ ແລະ ການສື່ສານເພື່ອຫຼຸດຜ່ອນ ຄວາມສ່ຽງ, ການປະສານງານ ກັບພາກສ່ວນທີ່ກ່ຽວຂ້ອງ, ການ ກະກຽມໂຄງລ່າງພື້ນຖານ ແລະ ພະລາທິການ ເພື່ອຮັບປະກັນໃຫ້ ແກ່ການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19. ນອກຈາກນັ້ນ ກໍ່ຍັງເຫັນໄດ້ສິ່ງທ້າທາຍ, ຄວາມ ຫຍຸ້ງຍາກ ແລະ ຂໍ້ຈຳກັດບາງ ດ້ານໃນການຈັດຕັ້ງປະຕິບັດວຽກ ງານຂອງ ສປປ ລາວ. ຫຼັງຈາກ ນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນປະກອບຄຳຄິດເຫັນ ແລະ ຍົກບາງບັນຫາຂຶ້ນມານຳ ສະເໜີໂດຍສະເພາະບັນຫາທີ່ຕິດພັນກັບຄວາມຮັບຜິດຊອບຂອງ ຂະແໜງການຂອງຕົນ. ໂອກາດນີ້, ທ່ານປະທານກອງ ປະຊຸມໄດ້ມີຄຳເຫັນສະຫຼບສັງ ລວມບັນຫາທີ່ໄດ້ນຳມາປຶກສາ ຫາລື ແລະ ສະເໜີໃນກອງປະຊຸມ, ພ້ອມທັງຊີ້ນຳວຽກງານສຳຄັນ ຈຳນວນໜຶ່ງ ເປັນຕົ້ນ: ໃຫ້ເອົາ ໃຈໃສ່ຈັດຕັ້ງປະຕິບັດມາດຕະ ການຕິດຕາມເຝົ້າລະວັງ ແລະ ມາດຕະການປ້ອງກັນທີ່ວາງ ອອກຢ່າງເຂັ້ມງວດກວ່າເກົ່າ; ການປະສານງານລະຫວ່າງ ກອງເລຂາຄະນະສະເພາະກິດ, ຂະແໜງການ ແລະ ທ້ອງຖິ່ນ ເພື່ອຮັບປະກັນການປະຕິບັດວຽກ ງານໃຫ້ມີປະສິດທິຜົນ ແລະ ທັນ ສະພາບການ; ໃຫ້ເພີ່ມທະວີວຽກ ໂຄສະນາເຜີຍແຜ່ໃຫ້ຄວາມຮູ້ ແລະ ຂໍ້ມູນແກ່ສັງຄົມ ໃຫ້ກວ້າງ ຂວາງ, ທົ່ວເຖິງ ດ້ວຍຫຼາຍຮູບ ແບບ ແລະ ຜ່ານຫຼາຍຊ່ອງທາງ ເພື່ອຮັບປະກັນໃຫ້ເຖິງທຸກພາກ ສ່ວນ, ທ້ອງຖິ່ນ ແລະ ຮອດປະຊາ ຊົນຢ່າງແທ້ຈິງ ພ້ອມທັງມີເນື້ອ ໃນທີ່ເຂົ້າໃຈງ່າຍ ແລະ ເປັນເອກະ ພາບກັນກວ່າເກົ່າ; ພ້ອມກັນນີ້ ໃຫ້ ກວດກາຄືນ ແລະ ປັບປຸງແຈ້ງ ການ ແລະ ນິຕິກຳຕ່າງໆ ທີ່ເຫັນ ວ່າ ຍັງບໍ່ຈະແຈ້ງ ຫຼື ບໍ່ຮັດກຸມ ຫຼື ຈຳເປັນຕ້ອງອອກຄຳແນະນຳ ເພີ່ມຕື່ມ; ການຄຸ້ມຄອງການເຂົ້າ-ອອກເມືອງ; ການເຝິກຊ້ອມເພື່ອ ຮັບມືກໍລະນີເກີດມີການແຜ່ລະ ບາດຂອງເຊື້ອພະຍາດ; ການຈັດ ຊື້ຜ້າອັດປາກ-ດັງ ແລະ ການຄຸ້ມ ຄອງລາຄາ; ການພົ່ນຢາຂ້າເຊື້ອ ລົດທີ່ເຂົ້າຜ່ານດ່ານຊາຍແດນ; ການຮັບເອົາການຊ່ວຍເຫຼືອລ້າ ຈາກອົງການຈັດຕັ້ງສາກົນ ແລະ ຕ່າງປະເທດ; ການຕິດຕາມເບິ່ງ ແຍງດູແລ ແລະ ປະຕິບັດນະໂຍ ບາຍຊ່ວຍເຫຼືອນັກສຶກສາທີ່ຍັງຢູ່ ແຂວງຫູເປີ່ຍ ສປ ຈີນ, ລວມທັງ ການໃຫ້ຂໍ້ມູນແກ່ພໍ່ແມ່ຜູ້ປົກຄອງ ນັກສຶກສາດັ່ງກ່າວ; ພ້ອມນີ້, ໃຫ້ ກະຊວງໄປສະນີ, ໂທລະຄົມ ແລະ ການສື່ສານສົມທົບກັບກອງເລ ຂາຄະນະສະເພາະກິດ ແລະ ພາກ ສ່ວນກ່ຽວຂ້ອງຕິດຕາມແກ້ໄຂ ຂ່າວທີ່ບໍ່ມີຄວາມຈິງສ້າງຄວາມ ປັ່ນປ່ວນໃນສັງຄົມ ແລະ ດຳ ເນີນມາດຕະການຕໍ່ຜູ້ລະເມີດ ຕາມກົດໝາຍກ່ຽວຂ້ອງ; ມອບ ໃຫ້ກອງເລຂາຄະນະສະເພາະ ກິດສະຫຼຸບສັງລວມຜົນຂອງກອງ ປະຊຸມ, ການນຳໃຊ້ງົບປະມານ ທີ່ໄດ້ອະນຸມັດໄປແລ້ວ ແລະ ແຜນ ຄວາມຕ້ອງການງົບປະມານເພື່ອ ຮັບໃຊ້ໃຫ້ແກ່ວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະ ບາດຂອງພະຍາດ COVID-19 ໃນຕໍ່ໜ້າ ແລະ ຂໍ້ສະເໜີຕ່າງໆເພື່ອ ສະເໜີລັດຖະບານພິຈາລະນາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ