ກົມໃຫຍ່ເຕັກນິກກອງທັບ ຈັດຕັ້ງພິທີສອບເສັງຄັດເລືອກເອົາພະນັກງານ-ນັກຮົບ ໄປຮຽນກໍ່ສ້າງວິຊາສະເພາະຢູ່ ສສ ຫວຽດນາມ ແລະ ສປ ຈີນ ສົກຮຽນປີ 2020
ເວລາອອກຂ່າວ: 2020-03-12 08:41:10 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 919 | ຄວາມນິຍົມ: ![]()
ວັນທີ 5 ມີນາ 2020 ນີ້, ກົມໃຫຍ່ເຕັກນິກກອງທັບ ໄດ້ຈັດ
ຕັ້ງສອບເສັງເອົາພະນັກງານ-
ນັກຮົບໄປຮຽນກໍ່ສ້າງວິຊາສະ ເພາະຊັ້ນສູງ, ປະລິນຍາຕີຂະ ແໜງເຕັກນິກ ແລະ ກໍ່ສ້າງປະ ລິນຍາຕີໄຟຟ້າເອເລັກໂຕນິກ, ໄອທີຢູ່ ສສ ຫວຽດນາມ ແລະ ສປ
ຈີນ ສົກປີ 2020 ໂດຍການເປັນ ປະທານ ຂອງສະຫາຍ ພົນຈັດຕະ
ວາ ຄອນສະຫວັນ ມິ່ງຈຳປາບານ
ກຳມະການຄະນະປະຈຳພັກກົມ ໃຫຍ່ເຕັກນິກ ຮອງຫົວໜ້າກົມ ໃຫຍ່ເຕັກນິກກອງທັບ, ມີຄະນະ ກົມເສນາເຕັກນິກ, ກົມຄຸ້ມຄອງ
ອາວຸດ-ກະສູນ, ກົມອຸດສາຫະ ກຳປ້ອງກັນຊາດ, ພະແນກການ ວິຊາສະເພາະຕະຫຼອດຮອດນັກສອບເສັງທັງໝົດ ຈຳນວນ 63 ສະຫາຍເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ສັກດາ ບຸນເຮືອງ ຫົວໜ້າພະແນກອົບຮົມ ກົມເສນາເຕັກນິກກົມໃຫຍ່ເຕັກ
ນິກກອງທັບໄດ້ຂຶ້ນຜ່ານແຜນ ການສອບເສັງຄັດເລືອກເອົາ
ພະນັກງານ-ນັກຮົບໄປຮຽນກໍ່ ສ້າງວິຊາສະເພາະຊັ້ນສູງ,
ປະລິນຍາຕີຂະແໜງການເຕັກ ນິກ, ຢູ່ ສສ ຫວຽດນາມ ແລະ ສປ
ຈີນ, ອີງຕາມແຈ້ງການຂອງກົມ ພະນັກງານກົມໃຫຍ່ການເມືອງ ກອງທັບ ສະບັບເລກທີ 0157/ກພງ, ລົງວັນທີ 29 ມັງກອນ
2020 ວ່າດ້ວຍການຄັດເລືອກ ເອົາພະນັກງານ-ນັກຮົບໄປຮຽນ ລະບົບກໍ່ສ້າງຢູ່ ສສ ຫວຽດນາມ ສົກປີ 2020-2021 ແລະ ແຜນ ການກໍ່ສ້າງກໍາລັງວິຊາສະເພາະ ຢູ່ ສປ ຈີນ, ຂອງກົມອຸດສາຫະ
ກຳປ້ອງກັນຊາດ, ມີພະນັກງານ-ນັກຮົບເຂົ້າສອບເສັງທັງໝົດ 63 ສະຫາຍ, ໃນນັ້ນເນື້ອໃນ ສອບເສັງລວມມີ 3 ວິຊາຄື: ວິ ຊາຄະນິດສາດ, ວິຊາເຄມີສາດ, ວິຊາຟີຊິກສາດ, ການສອບເສັງ ຄັ້ງນີ້ກໍເພື່ອຄັດເລືອກເອົາບຸກຄະ
ລາກອນຜູ້ທີ່ມີຄວາມຮູ້ເພື່ອໄປ ຮຽນກໍ່ສ້າງວິຊາສະເພາະເຕັກນິກ ແລະ ກໍ່ສ້າງປະລິນຍາຕີໄຟຟ້າ ເອເລັກໂຕນິກ, ໄອທີຕາມຄວາມ ຮຽກຮ້ອງການຂອງຂັ້ນເທິງ, ເພື່ອໃຫ້ໄດ້ຕາມມາດຖານເງື່ອນ ໄຂຂອງບຸກຄະລາກອນທີ່ຈະໄປ ຮຽນກໍ່ສ້າງວິຊາສະເພາະເຕັກ
ນິກ, ເພື່ອຄັດເລືອກເອົາພະນັກ ງານ- ນັກຮົບທີ່ມີຄວາມຮູ້ ຄວາມ ສາມາດທາງດ້ານເຕັກນິກ, ມີ ລະດັບວັດທະນະທໍາທີ່ແນ່ນອນ ສາມາດຮອງຮັບເອົາບົດຮຽນ ທາງດ້ານເຕັກນິກວິທະຍາສາດ ມາຮັບໃຊ້ໃນວຽກງານຕົວຈິງ, ກໍຄືວຽກງານໃນຖັນແຖວກອງ ທັບປະຊາຊົນລາວ.
ໃນໂອກາດດັ່ງກ່າວນີ້, ສະຫາຍ
ພົນຈັດຕະວາ ຄອນສະຫວັນ ມິ່ງຈໍາປາບານ ກໍໄດ້ໂອ້ລົມຕໍ່ພິທີ ພ້ອມທັງເໜັ້ນໜັກໃຫ້ພະນັກ ງານ-ນັກຮົບ ທີ່ເຂົ້າຮ່ວມການ ສອບເສັງຄັ້ງນີ້, ຈົ່ງພ້ອມກັນເອົາໃຈໃສ່ຢ່າງຕັ້ງໜ້າໃນການສອບເສັງເພື່ອຍາດເອົາຄະແນນດີເລີດ ແລະ ປະຕິບັດລະບຽບການສອບ ເສັງຢ່າງເຂັ້ມງວດ, ການສອບ ເສັງຄັ້ງນີ້ແມ່ນມີຄວາມໝາຍສຳ ຄັນຫຼາຍ ເພາະເປັນການຍົກລະ ດັບຄວາມຮູ້ ຄວາມສາມາດທາງດ້ານວິຊາສະເພາະຂອງຕົນ, ເປັນ ການສ້າງຄວາມແຂງແກ່ນໃນຖັນແຖວກອງທັບເວົ້າລວມ, ເວົ້າສະເພາະຢູ່ໃນທົ່ວກົມໃຫຍ່ເຕັກນິກກອງທັບ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນທາງດ້ານເຕັກນິກວິຊາ ການ, ເພື່ອເຮັດໃຫ້ກົມໃຫຍ່ເຕັກນິກກອງທັບ, ມີຄວາມເຕີບໃຫຍ່ຂະຫຍາຍຕົວທາງດ້ານເຕັກນິກການທະຫານກ້າວຂຶ້ນໄປຢ່າງບໍ່ຢຸດຢັ້ງ.
ໂດຍ: ຄຳສອນ ພົມໄຊຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















