ປະກາດແຕ່ງຕັ້ງຫົວໜ້າຫ້ອງເຕັກນິກ ທະຫານແຂວງອຸດົມໄຊ
ເວລາອອກຂ່າວ: 2020-03-13 10:13:32 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 874 | ຄວາມນິຍົມ: ![]()
ພິທີປະກາດການແຕ່ງຕັ້ງຫົວ
ໜ້າຫ້ອງເຕັກນິກກອງບັນຊາ ການທະຫານແຂວງອຸດົມໄຊ ໄດ້ຈັດຂຶ້ນ ໃນວັນທີ 11 ມີນາ
2020 ນີ້, ໂດຍພາຍໃຕ້ການ ເປັນປະທານຂອງ ສະຫາຍ ພົນ
ຈັດຕະວາ ຄອນສະຫວັນ ມິ່ງ ຈຳປາບານ ກຳມະການຄະນະປະ
ຈຳພັກກົມໃຫຍ່, ຮອງຫົວໜ້າ ກົມໃຫຍ່ເຕັກນິກກອງທັບ, ສະ ຫາຍ ພັນເອກ ຄຳຢີນ ແສງສຸລີ ເລຂາຄະນະພັກ ຫົວໜ້າການ
ເມືອງກອງບັນຊາການທະຫານແຂວງອຸດົມໄຊ, ມີຄະນະພັກ-ຄະນະກອງບັນຊາການ, ຄະນະ
ພັກ-ຄະນະບັນຊາ, ອົງການ 5 ຫ້ອງ, ກົມກອງອ້ອມຂ້າງພ້ອມ
ດ້ວຍພະນັກງານຫຼັກແຫຼ່ງເຂົ້າ ຮ່ວມ.
ສະຫາຍ ພັນໂທ ຕຸ້ຍພົມມີໄຊ ຄະນະປະຈຳພັກກອງບັນຊາການ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ ອຸດົມໄຊ ໄດ້ຂຶ້ນຜ່ານຂໍ້ຕົກລົງ
ຂອງກົມໃຫຍ່ການເມືອງກອງ ທັບ ວ່າດ້ວຍການອະນຸຍາດໃຫ້ ນາຍທະຫານຢູ່ກອງບັນຊາການ ທະຫານແຂວງອຸດົມໄຊ ພັກ ການເພື່ອກຽມຮັບບຳນານ ໂດຍ
ໄດ້ອານຸຍາດໃຫ້ ສະຫາຍ ພັນ ໂທ ບຸນເສີຍ ກອງນະລາດ ຫົວ ໜ້າຫ້ອງເຕັກນິກກອງບັນຊາ
ການທະຫານແຂວງອຸດົມໄຊ ພັກ
ການ ເພື່ອກຽມເຂົ້າຮັບບຳນານ,
ຈາກນັ້ນ ສະຫາຍ ພັນໂທ ວຽງ
ເພັດ ສົມມະນີ ຮອງຫົວໜ້າກົມ ເສນາເຕັກນິກ ກົມໃຫຍ່ເຕັກນິກ ກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງລັດຖະມົນຕີກະຊວງປ້ອງ
ກັນປະເທດ ວ່າດ້ວຍການແຕ່ງ ຕັ້ງຄະນະກອງບັນຊາການ ແລະ
ຄະນະຫ້ອງທີ່ຂຶ້ນກັບກອງບັນຊາ ການທະຫານ ແຂວງອຸດົມໄຊ ໂດຍ
ໄດ້ແຕ່ງຕັ້ງ ສະຫາຍ ພັນໂທ ຄຳ
ສິງພອນ ປະເສີດ ຄະນະພັກ
ກອງບັນຊາການ ເປັນຫົວໜ້າ
ຫ້ອງເຕັກນິກກອງບັນຊາການທະ ຫານແຂວງອຸດົມໄຊຜູ້ໃໝ່, ສະ
ຫາຍ ພັນໂທ ຄຳແສງ ສຸໄພວອນ
ເປັນຮອງຫົວໜ້າຫ້ອງເຕັກນິກ, ພ້ອມທັງໄດ້ແຕ່ງຕັ້ງສະຫາຍ ຮ້ອຍເອກ ຈັນໄຊ ສອນສະຫວັດ ເປັນຫົວໜ້າພະແນກສ້ອມແປງ, ສະຫາຍ ຮ້ອຍເອກ ສຸລິໄຊ ໄວ
ຍະສິດ ເປັນຮອງຫົວໜ້າພະແນກ ສ້ອມແປງ.
ໂອກາດນີ້, ສະຫາຍ ພົນຈັດ
ຕະວາ ຄອນສະຫວັນ ມິ່ງຈຳ
ປາບານ ໄດ້ຍົກໃຫ້ເຫັນການປະ
ກາດແຕ່ງຕັ້ງ ແລະ ມອບໝາຍ
ໜ້າທີ່ໃໝ່ໃນຄັ້ງນີ້ແມ່ນຄວາມ ຈຳເປັນພາວະວິໄສ ແລະ ຄວາມ
ຮຽກຮ້ອງຕ້ອງການຂອງໜ້າທີ່ ວຽກງານໃນໄລຍະໃໝ່ ທັງເປັນ ການມອບໝາຍໜ້າທີ່ອັນສຳຄັນ, ຄວາມໄວ້ເນື້ອເຊື່ອໃຈ ດັ່ງນັ້ນຜູ້ທີ່
ຖືກແຕ່ງຕັ້ງໃໝ່ຈົ່ງພ້ອມກັນເຝິກ ຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດ ການເມືອງໜັກແໜ້ນ, ມີຄຸນສົມ
ບັດສິນທຳປະຕິວັດ, ມີຄວາມຮູ້ ຄວາມສາມາດສູງ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ
ໂດຍຢຶດເອົາແບບແຜນຫຼັກການຂອງພັກເປັນຫຼັກ, ເສີມຂະຫຍາຍ ຄວາມຮັບຜິດຊອບສູງຕໍ່ໜ້າທີ່ ວຽກງານຂອງຕົນ, ເອົາໃຈໃສ່ປັບ ປຸງບຸກຄະລາກອນໃຫ້ມີຄວາມ ໜັກແໜ້ນທາງດ້ານການເມືອງ, ມີຄວາມເຂັ້ມແຂງທາງດ້ານວິຊາ ສະເພາະ ແລະ ເປັນມືອາຊີບດ້ານ ເຕັກນິກ, ເອົາໃຈໃສ່ປົກປັກຮັກສາ ແລະ ບົວລະບັດຜັດເຊັດອາວຸດກະ
ສູນ, ພາຫະນະເຕັກນິກໃຫ້ນຳໃຊ້ໄດ້ຢ່າງມີປະສິດທິຜົນສູງ ແລະ
ເຮັດສຳເລັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງ.
ໂດຍ: ທະນູວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















