ແຂ່ງຂັນກິລາເປຕັງຊີງຂັນຜູ້ນຳອົງການຈັດຕັ້ງມະຫາຊົນຂັ້ນກະຊວງ ຂ່ຳນັບຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 65 ປີ
ເວລາອອກຂ່າວ: 2020-03-17 10:03:17 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 860 | ຄວາມນິຍົມ: ![]()
ເພື່ອຍູ້ແຮງຂະບວນການຂ່ຳ ນັບຮັບຕ້ອນບັນດາວັນປະຫວັດ ສາດສຳຄັນຂອງຊາດ, ຂອງພັກ ແລະ ຂອງກອງທັບໂດຍສະເພາະ ແມ່ນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ, ວັນສ້າງຕັ້ງຄະນະຊາວໜຸ່ມປະຊາ ຊົນປະຕິວັດລາວ ຄົບຮອບ 65 ປີ
ແລະ ກອງປະຊຸມໃຫຍ່ 3 ຂັ້ນຂອງ
ພັກ, ຂອງຄະນະຊາວໜຸ່ມປະ ຊາຊົນປະຕິວັດລາວ ໃຫ້ເປັນຂະບວນການຟົດຟື້ນແຂງແຮງນັ້ນ, ຫ້ອງການຊາວໜຸ່ມກະຊວງ ປ້ອງກັນປະເທດໄດ້ຈັດຕັ້ງການ ແຂ່ງຂັນກີລາເປຕັງຊີງຂັນຜູ້ຊີ້ ນຳອົງການຈັດຕັ້ງມະຫາຊົນຂັ້ນ ກະຊວງ ຂຶ້ນໃນວັນທີ 13 ມີນາ ນີ້, ໂດຍການເຂົ້າຮວ່ມເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ວໍລະ
ສານ ວິລັດດາວົງ ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ, ຜູ້ຊີ້
ນຳອົງການຈັດຕັ້ງມະຫາຊົນຂັ້ນ ກະຊວງ, ມີຄະນະພັກ-ຄະນະບັນ
ຊາອົງການກົມໃຫຍ່, ຫ້ອງວ່າ ການກະຊວງ, ບັນດາວິທະຍາ ຄານ, ກອງພັນໃຫຍ່, ກົມກອງ ອ້ອມຂ້າງກະຊວງປ້ອງກັນປະ ເທດ, ແຂກຖືກເຊີນຕະຫຼອດຮອດ
ຄະນະກຳມະການ, ນັກກີລາ ແລະ
ສະມາຊິກຊາວໜຸ່ມເຂົ້າຮ່ວມ.
ສະຫາຍ ພັນໂທ ສຸວັນນີ ດວງ
ປະເສີດ ຮອງຫົວໜ້າຫ້ອງການ ຊາວໜຸ່ມກະຊວງປ້ອງກັນປະ ເທດຂຶ້ນລາຍງານແຜນການກະ ກຽມ ແລະ ກ່າວເປິີດການແຂ່ງຂັນຢ່າງເປັນທາງການ. ທັງນີ້ກໍເພື່ອເປັນການສ້າງບັນຍາກາດ ຟົດຟື້ນມ່ວນຊື່ນຂໍ່ານັບຮັບຕ້ອນ ວັນປະຫວັດສາດຂອງຊາດ, ຂອງພັກ ແລະ ຂອງກອງທັບ ໂດຍສະເພາະແມ່ນວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ແລະ ວັນສ້າງຕັ້ງຄະນະຊາວໜຸ່ມປະ ຊາຊົນປະຕິວັດລາວ ຄົບຮອບ 65 ປີ ແລະ ກອງປະຊຸມ 3 ຂັ້ນຂອງ
ພັກ, ຂອງຄະນະຊາວໜຸ່ມປະຊາ ຊົນປະຕິວັດລາວ ທີ່ຈະມາເຖິງ ໃນມໍ່ໆນີ້ໃຫ້ມີຄວາມໝາຍເລິກ ເຊິ່ງ ອີກດ້ານໜຶ່ງກໍເພື່ອເປັນການ ເສີມຂະຫຍາຍຮັດແໜ້ນຄວາມສາມັກຄີລະຫວ່າງຂັ້ນເທິງກັບ ຂັ້ນລຸ່ມ, ບັນດາຄະນະຊາວໜຸ່ມ ແຕ່ລະພາກສ່ວນໃຫ້ນັບມື້ແໜ້ນ ແຟ້ນຍິ່ງໆຂຶ້ນ ແລະ ເປັນການສ້າງ
ໂອກາດເງື່ອນໄຂໃຫ້ຄະນະຊາວ ໜຸ່ມ, ພະນັກງານ-ສະມາຊິກຊາວ
ໜຸ່ມ ແລະ ນັກກີລາແຕ່ລະພາກ ສ່ວນໄດ້ພົບປະແລກປ່ຽນບົດ ຮຽນເຊິ່ງກັນ ແລະ ກັນ ທັງເປັນ ການສົ່ງເສີມການຫຼີ້ນກີລາໃຫ້ ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາຊາວໜຸ່ມໃຫ້ນັບມື້ກວ້າງຂວາງຍິ່ງໆຂຶ້ນ.
ສໍາລັບການແຂ່ງຂັນກີລາເປ ຕັງໃນຄັ້ງນີ້ມີຄະນະຊາວໜຸ່ມ 20
ກົມກອງເຂົ້າຮວ່ມຄື: ກົມໃຫຍ່ ການເມືອງກອງທັບ, ກົມໃຫຍ່ເສ
ນາທິການ, ກົມໃຫຍ່ພະລາທິການ
ກອງທັບ, ກົມໃຫຍ່ເຕັກນິກກອງ ທັບ, ຫ້ອງວ່າການກະຊວງ, ກົມ
213, ກົມວິທະຍາສາດ-ປະຫວັດ
ສາດ, ວິທະຍາຄານປ້ອງກັນຊາດ
ໄກສອນ ພົມວິຫານ, ວິທະຍາ ຄານພະລາທິການກອງທັບ, ວິທະ
ຍາຄານເຕັກນິກ-ການທະຫານ, ວິທະຍາຄານກົມມະດຳ, ກອງ ພັນໃຫຍ່ 703, ກອງພັນໃຫຍ່ 11, ກອງພັນໃຫຍ່ 279, ກອງພັນ ໃຫຍ່ 641, ກອງພັນໃຫຍ່ 941, ກອງພັນໃຫຍ່ 605, ກອງພັນໃຫຍ່ 661, ກອງພັນໃຫຍ່ 497 ແລະ ກອງພັນໃຫຍ່ 621. ຜ່ານການ ດຳເນີນການແຂ່ງຂັນຕົວຈິງທີມ ທີ່ໄດ້ຮັບລາງວັນຊະນະເລີດແມ່ນ
ກອງພັນໃຫຍ່ 941, ຮອງຊະນະ ເລີດແມ່ນກອງພັນໃຫຍ່ 661, ທີ 3 ແມ່ນກົມວິທະຍາສາດ-ປະ ຫວັດສາດ, ທີ 4 ກອງພັນໃຫຍ່ 605. ຈາກນັ້ນກໍໄດ້ມອບເງິນ ລາງວັນ ແລະ ຂັນໃຫ້ແກ່ອັນດັບ ທີ 1, ທີ 2, ທີິ 3, ທີ 4 ແລະ ລາງ
ວັນຊົມເຊີຍໃຫ້ແຕ່ລະທີມຢ່າງ ເໝາະສົມ ເຊິ່ງໃຫ້ກຽດມອບໂດຍ ສະຫາຍ ພົນຈັດຕະວາ ວໍລະສານ
ວິລັດດາວົງ ຮອງຫົວໜ້າກົມໃຫຍ່ ການເມືອງກອງທັບ, ຜູ້ຊີ້ນຳອົງ ການຈັດຕັ້ງມະຫາຊົນຂັ້ນກະ ຊວງ.
ໂດຍ: ເພັດ ສົມນໍວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















