ກົມໃຫຍ່ເສນາທິການກອງທັບ ສະຫຼຸບວຽກງານພະລາທິການ-ການເງິນ ປະຈຳປີ 2019
ເວລາອອກຂ່າວ: 2020-03-17 10:04:51 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 858 | ຄວາມນິຍົມ: ![]()
ກອງປະຊຸມສະຫຼຸບຖອດຖອນ ບົດຮຽນວຽກງານພະລາທິການ-ການເງິນປະຈໍາປີ 2019 ທົ່ວ ກົມໃຫຍ່ເສນາທິການກອງທັບ
ໄດ້ຈັດຂຶ້ນໃນວັນທີ 13 ມີນານີ້,
ໂດຍການເປັນປະທານຂອງສະ ຫາຍພົນຈັດຕະວາ ສິງສະຫວັດ ພົມມະສັກ ຮອງຫົວໜ້າກົມໃຫຍ່
ເສນາທິການກອງທັບ, ມີຄະ ນະພັກ-ຄະນະບັນຊາ 3 ອົງການ,
ກົມກອງຂຶ້ນກັບພ້ອມດ້ວຍພະ ນັກງານວິຊາການ, ວິຊາສະເພາະ
ພະລາທິການ-ການເງິນເຂົ້າ ຮ່ວມ.
ສະຫາຍ ພັນເອກ ສີສະຫງຽມ ອຸດົມ ຫົວໜ້າຫ້ອງການບໍລິຫານ ກົມໃຫຍ່ເສນາທິການກອງທັບ ໄດ້ສະຫຼຸບຕີລາຄາການຈັດຕັ້ງ ປະຕິບັດວຽກງານພະລາທິການ-ການເງິນປະຈໍາປີ 2019 ຜ່ານ
ມາ, ເຊິ່ງຍົກໃຫ້ເຫັນຜົນສໍາເລັດ ດ້ານຕ່າງໆທີ່ກົມກອງຍາດມາໄດ້ ເປັນຕົ້ນແມ່ນສາມາດຮັບປະກັນ
ພະລາທິການໃຫ້ບັນດາກົມກອງ
ໃນການເຝິກແອບຮໍ່າຮຽນຊ້ອມ ຮົບ, ກຽມພ້ອມສູ້ຮົບກອບກູ້ໄພ
ພິບັດ ແລະ ປະຕິບັດໜ້າທີ່ຕາມຄໍາສັ່ງຂອງຂັ້ນເທິງໄດ້ມີຜົນສໍາ ເລັດເປັນຢ່າງດີ , ຮັບປະກັນຊີວິດ ການເປັນຢູ່ ແລະ ການຈັດຕັ້ງ ລ້ຽງດູທັບເປັນຕົ້ນແມ່ນເຄື່ຶອງ ນຸ່ງຫົ່ມ, ການຜະລິດສະບຽງອາ ຫານ, ການຈັດຕັ້ງກິນດື່ມລວມ ໝູ່, ຮັບເບີກ-ຈ່າຍນໍ້າມັນ, ຮັບ ປະກັນເບີກຈ່າຍເງິນເດືອນສາ
ມາດປະຕິບັດໄດ້ເປັນປົກກະຕິ ຄົບຖ້ວນທັນກໍານົດເວລາ ແລະ ໄປຮອດໄປເຖິງບຸກຄົນຕົວຈິງ. ເອົາໃຈໃສ່ຄຸ້ມຄອງບົວລະບັດ ປົກປັກຮັກສາວັດຖຸພາຫະນະ ເຕັກນິກເຂົ້າສູ່ລະບົບລະບຽບ ແລະ ຮັດກຸມ, ການຄຸ້ມຄອງວັດຖຸຢູ່ສາງມີຄວາມປອດໄພ 100%. ພະນັກງານໄດ້ຮັບການປັບປຸງ ຍົກລະດັບຄວາມຮູ້ວິຊາສະເພາະ ມີການຂະຫຍາຍຕົວທັງປະລິມານ
ແລະ ຄຸນນະພາບມີຫຼາຍກົມກອງ
ສາມາດປະຕິບັດທິດນໍາ ເພິ່ງຕົນ
ເອງ, ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນ ເອງ ໂດຍສະເພາະໃນດ້ານຜະລິດກະ
ສິກໍາປູກຝັງ- ລ້ຽງສັດ ເພື່ອສະ
ໜອງເຂົ້າເຮືອນຄົວລວມ ແລະ ຜະລິດເປັນສິນຄ້າຫາລາຍໄດ້ ເພື່ອມາບູລະນະສ້ອມແປງສະ ຖານທີ່ພັກອາໄສຄ້າຍຄູຂອງຕົນເອງເຂົ້າສູ່ລະບົບລະບຽບດີຂຶ້ນ ກວ່າເກົ່າ.
ໂອກາດນີ້, ສະຫາຍ ພົນຈັດຕະ ວາ ສິງສະຫວັດ ພົມມະສັກ ກໍໄດ້ ໂອ້ລົມ ແລະ ຮຽກຮ້ອງໃຫ້ຄະ ນະພັກຂັ້ນຕ່າງໆຍົກສູງນ້ໍາໃຈປະຢັດມັດທະຍັດ ເຊີດຊູຈິດໃຈ ເອກະລາດເປັນເຈົ້າຕົນເອງ ຕ້ານ ທັດສະນະແນວຄິດເອື່ອຍອີງລໍ ຖ້າແຕ່ການເບີກຈ່າຍຂອງຂັ້ນເທິງ ເຊື່ອມຊຶມເລິກເຊິ່ງ ບັນດາທັດສະ ນະກ່ຽວກັບວຽກງານພະລາທິ ການ ຄື : ທັດສະນະທົ່ວປວງຊົນ ທັດສະນະເອກະລາດເປັນເຈົ້າຕົນ
ເອງບົນຈິດໃຈປະຫຍັດມັດທະຍັດ ເພິ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ
ເອງ, ກໍາແໜ້ນທັດສະນະຮັບໃຊ້ ,
ກໍາແໜ້ນທັດສະນະຕົວຈິງ, ເປັນ
ເຈົ້າການຊີ້ນໍານໍາພາກົມກອງໃນ
ການຮັບປະກັນການດໍາລົງຊີ ວິດການກິນດື່ມ, ການພັກເຊົາ, ການນຸ່ງຖື, ເຮືອນນອນ,ເຮືອນ ກິນ, ສາງຄັງ, ສະໂມສອນ, ຮົ້ວ ອ້ອມຄ້າຍ, ລະບົບສາທາລະນຸ ປະໂພກຂັ້ນພື້ນຖານ, ວຽກງານ ປະດັບປະດາຄ້າຍຄູ, ວຽກງານ ອະນາໄມກັນພະຍາດ, ຕ້ອງຖື ເປັນສໍາຄັນວຽກງານສໍາຮອງ ວັດຖຸພະລາທິການກຽມພ້ອມ ປະຕິບັດຄໍາສັ່ງຂັ້ນເທິງ ແລະ ທີ່
ຂາດບໍ່ໄດ້ກໍແມ່ນການຊີ້ນໍາ-ນໍາ ພາໃນການຂຸດຄົ້ນທ່າແຮງບົ່ມ ຊ້ອນດ້ານຕ່າງໆ ເພື່ອທໍາການຜະ ລິດແກ້ໄຂຊີວິດການເປັນຢູ່ ແລະ ຜະລິດເພື່ອສ້າງລາຍຮັບເຂົ້າກົມ ກອງ , ເອົາໃຈໃສ່ປົກປັກຮັກສາ ວັດຖຸພະລາທິການ ແລະ ການ ຄຸ້ມຄອງການຮັບ-ການຈ່າຍເປັນ ຕົ້ນແມ່ນຄຸ້ມຄອງງົບປະມານ ຄຸ້ມຄອ້ງການຫາລາຍໄດ້ເງິນ
ທີ່ຫາລາຍໄດ້ຂອງກົມກອງຕ້ອງ ເອົາເຂົ້າຄັ້ງດຽວ ຕ້ອງນໍາໃຊ້ໃຫ້ ຖືກເປົ້າໝາຍໃຊ້ໃຫ້ຖືກຮ່ວງ, ນໍາ ໃຊ້ຢ່າງປະຫຍັດ,ປັບປຸງການຈັດຕັ້ງພະລາທິການໃຫ້ໄດ້ຄົບຖ້ວນ
ດ້ານຈໍານວນ ແລະ ຄຸນນະພາບ ສ້າງພະນັກງານນັກຮົບພະລາທິ ການໃຫ້ມີຄຸນທາດການເມືອງ ໜັກແໜ້ນມີຄວາມຮູ້ -ຄວາມ
ສາມາດ, ມີຄຸນສົມບັດສິນທໍາ
ປະຕິວັດມີຄວາມຮັບຜິດຊອບ ສູງ, ມີແບບແຜນວິທີເຮັດວຽກດີ ສ້າງໃຫ້ໄດ້ພະນັກງານສືບທອດ
ປ່ຽນແທນຕໍ່ເນື່ອງ. ສ້າງເງື່ອນ
ໄຂໃຫ້ແກ່ການປັບປຸງກໍ່ສ້າງເຫຼົ່າ ຮົບພະລາທິການກ້າວຂຶ້ນສູ່ແບບແຜນທັນສະໄໝເທື່ອລະກ້າວ.
ໂດຍ: ນ. ຈ໋ອຍ ເພັດດາວອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















