ນາຍົກລັດຖະມົນຕີ ເຄື່ອນໄຫວຕິດຕາມການເຝົ້າລະວັງ ແລະ ຄວບຄຸມການແຜ່ລະບາດຂອງເຊື້ອໄວຣັສ COVID-19
ເວລາອອກຂ່າວ: 2020-03-17 10:18:16 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 857 | ຄວາມນິຍົມ: ![]()
ຂປລ. ວັນທີ 16 ມີນາ, ທ່ານ
ທອງລຸນ ສີສຸລິດ ນາຍົກລັດຖະ ມົນຕີ ພ້ອມດ້ວຍຄະນະ ໄດ້ລົງ ເຄື່ອນໄຫວຕິດຕາມການເຝົ້າລະ ວັງ, ປ້ອງກັນ, ຄວບຄຸມ ແລະ ແກ້
ໄຂການແຜ່ລະບາດຂອງເຊື້ອໄວ ຣັສ COVID-19 ຢູ່ດ່ານສາກົນ ຂົວມິດຕະພາບ ລາວ-ໄທ1, ສະ ໜາມບິນສາກົນວັດໄຕ, ໂຮງໝໍ ສູນກາງ 103 ກອງທັບ ແລະ ໂຮງໝໍ ມິດຕະພາບ 150 ຕຽງ ນະຄອນຫຼວງວຽງຈັນ.
ໃນການລົງເຄື່ອນໄຫວເຮັດ ວຽກໃນຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ໄດ້ຮັບຟັງການລາຍງານ
ໂດຍຫຍໍ້ກ່ຽວກັບສະພາບການ ຈັດຕັ້ງປະຕິບັດມາດຕະການຕ້ານ ແລະ ຄວບຄຸມ ການແຜ່ລະບາດ ຂອງເຊື້ອໄວຣັສ COVID-19 ຈາກພາກສ່ວນທີ່ກ່ຽວຂ້ອງຈາກ ນັ້ນ, ທ່ານ ທອງລຸນ ສີສຸລິດ ກໍ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໂດຍທ່ານ ໄດ້ຢືນຢັນວ່າ: ປັດຈຸ ບັນ ສປປ ລາວ ໄດ້ມີຄວາມພ້ອມ ໃນທຸກດ້ານເພື່ອຮອງຮັບການ ລະບາດຂອງພະຍາດນີ້ ທີ່ອາດຈະ ແຜ່ລະບາດ ຢູ່ ສປປ ລາວ ເປັນຕົ້ນ ໄດ້ມີຄວາມພ້ອມທາງດ້ານບຸກ ຄະລາກອນ, ອຸປະກອນທາງການ
ແພດ, ສະຖານທີ່ຮອງຮັບຄົນເຈັບ ໂດຍໄດ້ກຳນົດເອົາໂຮງໝໍມິດຕະ
ພາບ 150 ຕຽງ ແລະ ໂຮງໝໍສູນ
ກາງ 103 ກອງທັບ ເປັນຫຼັກ ເຊິ່ງໂຮງໝໍດັ່ງກ່າວ, ກໍມີຄວາມພ້ອມທາງດ້ານອຸປະກອນການແພດທີ່ທັນສະໄໝ, ຫ້ອງປິ່ນປົວ ແລະ ອື່ນໆ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















