ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ສິງຫາ 2026

  

ໂຮງຮຽນ 307 ຕີລາຄາວຽກງານການສ້າງນັກຮົບວັດທະນະທຳ ແລະ ກອງວັດທະນະທຳ
ເວລາອອກຂ່າວ: 2020-03-18 09:25:59 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 759 | ຄວາມນິຍົມ:



ໂຮງຮຽນ 307 ໄດ້ສະຫຼຸບ ຕີລາຄາວຽກງານການສ້າງນັກ ຮົບວັດທະນະທໍາ ແລະ ກອງວັດ ທະນະທໍາ ປະຈໍາປີ 2019 ໃນ ວັນທີ 17 ມີນາ 2020, ໂດຍ ການເປັນປະທານຂອງ ສະຫາຍ ພັນເອກ ອຳພອນ ທະວີໄຊ ຫົວ ໜ້າກົມກົດລັບ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະ ນະບັນຊາ, ພະແນກການ, ຄູອາ ຈານ ແລະ ນັກຮຽນເຂົ້າຮ່ວມ. ສະຫາຍ ພັນໂທ ຄຳແສງ ອິນທະວອນ ຮອງຫົວໜ້າພະ ແນກການເມືອງໂຮງຮຽນ 307 ໃຫ້ຮູ້ວ່າ: ໂດຍໄດ້ຮັບການຊີ້ ນໍາ-ນໍາພາຈາກຄະນະພັກອົງ ການກົມໃຫຍ່ເສນາທິການກອງ ທັບຢ່າງເປັນປະຈໍາ ແລະ ອໍາ ນວຍຄວາມສະດວກທຸກດ້ານໃຫ້ ແກ່ການສ້າງນັກຮົບວັດທະນະ ທໍາ ແລະ ກອງວັດທະນະທໍາຢູ່ ກົມກອງ, ຄະນະພັກ-ຄະນະບັນ ຊາພະນັກງານ ສະມາຊິກພັກ- ນັກຮົບໃນກົມກອງໄດ້ມີຄວາມ ເປັນເອກະພາບໃນການປະຕິບັດ ທຸກມະຕິຄໍາສັ່ງ, ຂໍ້ກໍານົດ, ກົດ ລະບຽບຂອງຂັ້ນເທິງ ກໍຄືຂອງ ກົມກອງວາງອອກຢ່າງເປັນຂະ ບວນຟົດຟື້ນ ໃນນັ້ນ, ກົມກອງ ໄດ້ສຸມໃສ່ການປັບປຸງພື້ນຖານ ລະບົບຄ້າຍຄູທີ່ຢູ່ອາໄສ ສະຖານ ທີ່ອໍານວຍຄວາມສະດວກໃນ ການເຄື່ອນໄຫວປະຕິບັດໜ້າ ທີ່ການເມືອງຂອງກົມກອງ ໃນປີ 2019 ຜ່ານມາ ໄດ້ກໍ່ສ້າງເຮືອນ ນອນພະນັກງານໂສດ 1 ຫຼັງ, ເຮືອນມ້ຽນລົດ 1 ຫຼັງ, ສາງ ເຊື້ອໄຟ 1 ຫຼັງ, ປັບປຸງເຮືອນ ຄົວພະນັກງານໂສດໄດ້ 1 ຫຼັງ, ປັບປຸງ ຫ້ອງນໍ້ານັກຮຽນ 1 ຫຼັງ, ສ້າງປ້າຍປະໂນຄໍາຂວັນໄດ້ 5 ປ້າຍ, ຫໍຂ່າວ 3 ຫຼັງ, ໄດ້ປະ ດັບປະດາຄ້າຍຄູໃຫ້ເປັນລະ ບຽບຮຽບຮ້ອຍຈົບງາມ, ມີ ໜານດອກໄມ້ໜ້າຫ້ອງການ, ສະໂມສອນ, ມີຕົ້ນໄມ້ປະດັບ, ຕົ້ນໄມ້ກິນໝາກ ສາມາດປະ ຕິບັດໄດ້ 3 ງາມ ຄື: ຄ້າຍຄູ ງາມ, ນັກຮົບງາມ ແລະ ການພົວພັນ ງາມ. ກົມກອງມີສະໂມສອນ, ມີລະບົບໂທລະໂຄ່ງ, ເຄື່ອງ ຂະຫຍາຍສຽງ, ເຄື່ອງດົນຕີ ຈໍານວນ 1 ຊຸດ ສໍາລັບການ ເຄື່ອນໄຫວໂຄສະນາວຽກງານ ດັ່ງກ່າວ. ດ້ານລະບົບການຈັດຕັ້ງ ຄະນະພັກ-ຄະນະບັນຊາໄດ້ສູ້ຊົນ ປັບປຸງລະບົບການຈັດຕັ້ງໃຫ້ ແໜ້ນໜາຄົບຊຸດໃນແຕ່ລະຂັ້ນ ນັບແຕ່ຂັ້ນອໍານວຍການ, ພະ ແນກການ, ກອງພັນ, ຂະແໜງ ການ, ກອງຮ້ອຍ, ໝວດ ແລະ ຂັ້ນໝູ່ໄດ້ບັນຈຸສັບຊ້ອນຖືກຕ້ອງ ຕາມໂຄງປະກອບການຈັດຕັ້ງ, ຕໍາແໜ່ງງານ ແລະ ຈໍານວນພົນ ເຮັດໃຫ້ກົມກອງມີກໍາລັງພົນປະ ຈໍາການ 90%, ໄດ້ຈັດຕັ້ງນໍາ ພາກົມກອງເຮັດວຽກງານແກ້ໄຂ ຊີວິດການເປັນຢູ່ໃຫ້ພະນັກງານ- ນັກຮົບໄດ້ກິນອີ່ມ, ນຸ່ງອຸ່ນຮັບປະ ກັນໃຫ້ໄດ້ກິນເຂົ້າມື້ໜຶ່ງ 3 ຄາບ, ອາຫານ 3 ເຍື່ອງຂຶ້ນໄປ. ສ້າງ ລາຍຮັບໃຫ້ແກ່ກົມກອງດ້ວຍ ການປູກ, ການລ້ຽງ ແລະ ການ ບໍລິການ ສາມາດສ້າງລາຍຮັບ ໃຫ້ແກ່ກົມກອງໄດ້ທັງໝົດ 319 ລ້ານກວ່າກີບ. ສ່ວນດ້ານຄົງຄ້າງແມ່ນການ ປັບປຸງກໍ່ສ້າງຄ້າຍຄູ ແລະ ພື້ນ ຖານໂຄງລ່າງຍັງບໍ່ທັນໄດ້ຕາມ ມາດຖານຂອງການກໍ່ສ້າງກອງ ວັດທະນະທໍາ ເຊັ່ນ: ຫໍສະໝຸດ, ຫໍມູນເຊື້ອ, ຫໍຂ່າວ ແລະ ອື່ນໆ. ທິດທາງໃນຕໍ່ໜ້າ ຄະນະພັກ-ຄະນະບັນຊາຕ້ອງໄດ້ສືບຕໍ່ສູ້ຊົນ ປັບປຸງກໍ່ສ້າງລະບົບພື້ນຖານ ໂຄງລ່າງຂອງກົມກອງໃຫ້ບັນ ລຸຕາມມາດຖານເງື່ອນໄຂທີ່ ຂັ້ນເທິງວາງອອກ ເພື່ອສ້າງ ກົມກອງໃຫ້ກາຍເປັນ, ນັກຮົບ ວັດທະນະທຳ-ກອງວັດທະນະ ທຳຢ່າງແທ້ຈິງ. ພ້ອມນີ້ ກອງປະຊຸມຍັງໄດ້ສະ ຫຼຸບການຈັດຕັ້ງແຂ່ງຂັນສ້າງຜົນ ງານຂໍ່ານັບຮັບຕ້ອນວັນປະຫວັດ ສາດສຳຄັນຕ່າງໆຂອງພັກ, ຂອງຊາດ, ຂອງກອງທັບຕາມ ເນື້ອໃນ 7 ຂໍ້ແຂ່ງຂັນຂອງກົມ ກອງຕື່ມອີກ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ