ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຢ້ຽມສູນເຝິກກອງພົນທີ 5
ເວລາອອກຂ່າວ: 2020-03-18 09:38:46 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 868 | ຄວາມນິຍົມ: ![]()
ວັນທີ 11 ມີນາ 2020 ນີ້,
ສະຫາຍ ພົນຕີ ຈັນທອງ ສອນຕະ ອາດ ຮອງຫົວໜ້າກົມໃຫຍ່ເສນາ ທິການກອງທັບ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມສູນ ເຝິກກອງພົນທີ 5 ໂດຍການ ຕ້ອນຮັບຂອງ ສະຫາຍ ພັນໂທ ກັນຫາ ພີມມະວົງ ຫົວໜ້າການ ທະຫານສູນເຝິກກອງພົນພ້ອມ ດ້ວຍພະນັກງານຄູ-ອາຈານນັກ ຮຽນເຂົ້າຮ່ວມ.
ສະຫາຍ ພັນໂທ ກັນຫາ ພີມ ມະວົງ ໄດ້ລາຍງານໂດຍຫຍໍ້ກ່ຽວ ກັບພາລະບົດບາດຂອງກົມກອງ ກໍຄືການເຄື່ອນໄຫວເຮັດໜ້າທີ່ວຽກງານການຈັດຕັ້ງປະຕິບັດໃນໄລຍະຜ່ານມາທີ່ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ກະ ຊວງປ້ອງກັນປະເທດວາງອອກ ເຊິ່ງກົມກອງໄດ້ເອົາໃຈໃສ່ສຶກ ສາອົບຮົມການເມືອງ-ນຳພາ
ແນວຄິດ ເຮັດໃຫ້ ພະນັກງານ-ນັກ
ຮົບມີຄວາມອຸ່ນອຽນທຸ່ນທ່ຽງ ເຊື່ອໜັ້ນຕໍ່ການນຳພາຂອງພັກ ມີສະຕິກຽມພ້ອມສູ້ຮົບພ້ອມດຽວ ກັນຍັງຫັນລົງກໍ່ສ້າງຮາກຖານ ກັບອຳນາດການປົກຄອງທ້ອງ ຖິ່ນ ເຮັດໃຫ້ຂອບເຂດກົມກອງຮັບ ຜິດຊອບມີຄວາມສະຫົງບໂດຍ ພື້ນຖານ.
ຈາກນັ້ນ, ສະຫາຍ ພົນຕີ ຈັນ ທອງ ສອນຕະອາດ ກໍໄດ້ໂອ້ລົມ ໃຫ້ທິດຊີ້ນຳເຊິ່ງສະຫາຍໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນ ງານທີ່ກົມກອງຍາດມາໄດ້ໃນໄລ
ຍະຜ່ານມາ ພ້ອມທັງໄດ້ເນັ້ນໃຫ້ ຄະນະພັກ-ຄະນະບັນຊາ, ນາຍແລະ ພົນທະຫານ ພາຍໃນສູນເຝິກ ຈົ່ງຍົກສູງສະຕິລະວັງຕົວຕໍ່ກົນອຸ ບາຍມ້າງເພທຳລາຍໃນຫຼາຍ ດ້ານຂອງອິດທິກຳລັງປໍລະປັກ, ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ນຳພາແນວຄິດ, ເຝິກແອບ ຮໍ່າຮຽນການທະຫານ ແລະ ວິ ຊາສະເພາະເພື່ອຍົກລະດັບຄວາມ ສາມາດ ຂອງພະນັກງານ-ນັກ
ຮົບໃຫ້ນັບມື້ນັບສູງຂຶ້ນ.
ການຢ້ຽມຢາມຂອງສະຫາຍ
ຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບໃນເທື່ອນີ້ໄດ້ນຳ
ເອົາເຄື່ອງກີລາຈຳນວນ 20 ຊຸດ,
ບານເຕະ 2 ໜ່ວຍ, ບານສົ່ງ 2 ໜ່ວຍ, ກະຕໍ້ 2 ໜ່ວຍ ແລະ ຕາ
ໜ່າງ 2 ດາງ ມອບໃຫ້ສູນເຝິກ ເພື່ອນຳໃຊ້ເຂົ້າໃນຂະບວນການກີ ລາຂອງກົມກອງ.
ໂດຍ: ບົວໄລ ມະຫາໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















