ຫົວໜ້າກົມໃຫຍ່ເຕັກນິກກອງທັບ ເຮັດວຽກຢູ່ກອງພັນໃຫຍ່ 641
ເວລາອອກຂ່າວ: 2020-03-18 09:41:26 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 794 | ຄວາມນິຍົມ: ![]()
ວັນທີ 13 ມີນາ 2020 ນີ້,
ສະຫາຍ ພົນຕີ ກິລາກອນ ບຸນນະ
ຜົນ ກຳມະການຄະນະພັກກະ ຊວງ, ເລຂາຄະນະພັກກົມໃຫຍ່ ຫົວໜ້າກົມໃຫຍ່ເຕັກນິກກອງ ທັບ ພ້ອມດ້ວຍຄະນະ ໄດ້ເຄື່ອນ ໄຫວເຮັດວຽກຢູ່ກອງພັນໃຫຍ່ 641 ໂດຍໄດ້ຮັບການຕ້ອນຮັບ ຈາກ ສະຫາຍ ພັນເອກ ນວນຕາ
ທັນມະຈັກ ຮອງເລຂາຄະນະ ພັກ, ຫົວໜ້າການທະຫານກອງ ພັນໃຫຍ່ 641 ພ້ອມດ້ວຍຄະນະ, ມີພະນັກງານວິຊາສະເພາະທີ່ ກ່ຽວຂ້ອງເຂົ້າຮ່ວມ.
ພັນໂທ ຄຳແດງ ແພງພົງພັນ ຄະນະພັກ ຫົວໜ້າພະແນກເຕັກ ນິກ ກອງພັນໃຫຍ່ 641 ໄດ້ຂຶ້ນ ລາຍງານໂດຍສັງເຂບ ໂດຍສະ ເພາະແມ່ນວຽກງານການຄຸ້ມ ຄອງພາຫະນະ ແລະ ອາວຸດຍຸດ ໂທປະກອນຕ່າງໆ, ວຽກງານ ກວດກາສ້ອມແປງພາຫະນະ- ເຕັກນິກ, ການບົວລະບັດຜັດ ເຊັດແມ່ນມີຄວາມຮັບປະກັນ ໃນທ່າກຽມພ້ອມສູ້ຮົບໄດ້ທຸກ
ເວລາ, ນອກຈາກນັ້ນຍັງໄດ້ຈັດ
ຕັ້ງອົບຮົມການນຳໃຊ້ກໍຄືບັນ
ດາຫຼັກການບົວລະບັດຕ່າງໆ
ໃຫ້ພະນັກງານ-ນັກຮົບທີ່ເຮັດ
ວຽກງານການຄຸ້ມຄອງລົດ ແລະ ອາວຸດກະສູນໃນກົມກອງໃຫ້ມີ ຄວາມເຂົ້າໃຈເຮັດວຽກວິຊາສະ ເພາະຂອງຕົນໄດ້ຮັບຜົນດີທາງ ດ້ານປະລິມານ ແລະ ຄຸນນະ ພາບອີກດ້ວຍ, ພ້ອມທັງໄດ້ຍົກ ໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບາງບັນຫາທີ່ຈະຕ້ອງໄດ້ ພ້ອມກັນແກ້ໄຂໃນຕໍ່ໜ້າ.
ສະຫາຍ ພົນຕີ ກິລາກອນ ບຸນນະຜົນ ໄດ້ໃຫ້ທິດຊີ້ນຳແກ່ຄະນະພັກ-ຄະນະບັນຊາ, ພະນັກງານ ວິຊາການທີ່ກ່ຽວຂ້ອງຕ້ອງ ເອົາໃຈໃສ່ປະຕິບັດໜ້າທີ່ວຽກ ງານການເມືອງຂອງຕົນທີ່ໄດ້ ຮັບມອບໝາຍໃຫ້ມີຜົນສຳເລັດ, ຊຸກຍູ້ທຸກຂະບວນການໃຫ້ມີ ທ່າກ້າວຂະຫຍາຍຕົວ ແລະ ມີ ຄວາມຟົດຟື້ນກວ້າງຂວາງ ຈາກ ນັ້ນ ໄດ້ລົງກວດກາວຽກງານ ເຕັກນິກຢູ່ບັນດາກົມກອງທີ່ຂຶ້ນ ກັບກອງພັນໃຫຍ່ 641 ເປັນ ຕົ້ນແມ່ນກວດກາການຄຸ້ມຄອງ ນຳໃຊ້ ແລະ ການບົວລະບັດ ຜັດເຊັດພາຫະນະ-ເຕັກນິກ, ອາ ວຸດ-ຍຸດໂທປະກອນ ເພື່ອຮັບປະ ກັນໃນການນຳໃຊ້ໄດ້ປົກກະຕິ.
ໂດຍ: ກອງເພັດ ຄຳມາວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















