ກອງພັນໃຫຍ່ 584 ສະຫຼຸບຖອດຖອນບົດຮຽນວຽກງານຮອບດ້ານປະຈຳປີ 2019
ເວລາອອກຂ່າວ: 2020-03-18 10:08:14 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 342 | ຄວາມນິຍົມ: ![]()
ໃນວັນທີ 3 ມີນາ 2020, ກອງພັນໃຫຍ່ 584 ໄດ້ເປີດກອງ
ປະຊຸມວຽກງານຮອບດ້ານປະຈໍາ
ປີ 2019 ແລະ ວາງທິດທາງແຜນ
ການປະຈຳປີ 2020 ຂຶ້ນໂດຍ
ການເປັນປະທານຂອງ ສະຫາຍ
ພັນເອກ ບຸນຕາ ສິນນະວົງ
ເລຂາຄະນະພັກ ຫົວໜ້າການ
ເມືອງກອງພັນໃຫຍ່ 584, ມີ
ຄະນະພັກ-ຄະນະບັນຊາ, ກອງພັນ
ໃຫຍ່, ກອງພັນນ້ອຍ, ພະແນກ
ການ, ພະນັກງານຫຼັກແຫຼ່ງເຂົ້າ ຮ່ວມ.
ສະຫາຍ ພັນໂທ ໄພພອນ ພຸດ
ທຳມະລາດ ຫົວໜ້າພະແນກບໍລິ
ຫານໄດ້ຂຶ້ນສະຫຼຸບຕີລາຄາໃນ
ການຈັດຕັ້ງປະຕິບັດໃນໄລຍະ
ຜ່ານມາເປັນຕົ້ນ ໄດ້ເອົາໃຈໃສຊີ້
ນໍາ-ນໍາພາວຽກງານປ້ອງກັນ
ຊາດ-ປ້ອງກັນຄວາມສະຫງົບ
ສົມ ທົບກັບການຫັນລົງເຮັດໜ້າທີ່
ກໍ່ສ້າງຮາກຖານການເມືອງແບບ
ມູນເຊື້ອຢູ່ບ້ານລ້ອງແຈ້ງ ເມືອງ
ລ້ອງແຈ້ງ ແຂວງໄຊສົມບູນ, ກຸ່ມບ້ານຄັງວຽງ ເມືອງໝອກ
ແຂວງຊຽງຂວາງ ນຳເອົາ 4
ເນື້ອໃນ, 4 ຄາດໜາຍ ລົງໃກ້
ຊິດຕິດແທດກັບອຳນາດການ
ປົກຄອງ ແລະ ປະຊາຊົນບັນ
ດາເຜົ່າ ພ້ອມກັນນັ້ນ ໄດ້ສຶກ
ສາອົບຮົມການເມືອງ-ນໍາພາ
ແນວຄິດ, ໂຄສະນາອົບຮົມໃຫ້
ພະນັກງານ- ນັກຮົບໃຫ້ເຂົ້າໃຈຮັບຮູ້ເຊື່ອມຊຶມກໍາແໜ້ນໄດ້ແນວ ທາງນະໂຍບາຍຂອງພັກ-ລັດ, ກົດໝາຍຂອງລັດ ຮູ້ຈໍາແນກມິດ ແລະ ສັດຕູ ຄຽງຄູ່ກັນນັ້ນ ໄດ້ເອົາໃຈໃສ່ໃນການກໍ່ສ້າງແນວຫຼັງຍຸດ
ທະສາດໂດຍປິ່ນອ້ອມ 4 ໜ້າທີ່
ໃຫຍ່ 26 ແຜນງານທີ່ຄະນະພັກກະ
ຊວງປ້ອງກັນປະເທດວາງອອກ ໂດຍສະເພາະແມ່ນການກໍ່ສ້າງ ເສັ້ນທາງ 01728 ທະລຸເຂົ້າສູນ
ບັນຊາໃຫຍ່ເລກ 1 ສ້າງໄດ້ 30,30
ກິໂລແມັດ, ສ້າງຂົວໃໝ່ໄດ້ 17
ແຫ່ງ, ທະລຸເຂົ້າສູນບັນຊາເລກ
2 ສ້າງໄດ້ 30,10 ກິໂລແມັດ
ແລະ ເສັ້ນທາງເຂົ້າປ້ອມສັງ
ເກດການໄດ້ 8,50 ກິໂລແມັດ,
ເຂົ້າປ້ອມປ້ອງກັນອາກາດສ້າງ
ໄດ້ 3,80 ກິໂລແມັດ, ສ້ອມແປງ
ໂຄງການທາງທ່າສີ-ຄັງວຽງ
ສໍາເລັດ, ອອກແບບສໍາຫຼວດ
ເສັ້ນທາງປຸງທ່າ-ດອນຫຍ້າ-
ພູນົກກົກ ແຂວງໄຊສົມບູນ ຍາວ 90 ກິໂລແມັດ ສໍາເລັດ 100% , ສໍາຫຼວດອອກແບບ ແຕ່
ແຍກນໍ້າງື່ມ 5 - ພູນົກກົກ ຍາວ 50
ກິໂລແມັດ ສໍາເລັດ 100%.
ຄຽງຄູ່ກັນນັ້ນໄດ້ເອົາໃສ່ປະຕິ
ບັດຄໍາຂວັນ: “ເພິ່ງຕົນເອງ
ກຸ້ມຕົນເອງ, ສ້າງຄວາມເຂັ້ມ
ແຂງດ້ວຍຕົນເອງ”, 4 ປູກ
4 ລ້ຽງ ສາມາດຕອບສະໜອງ
ທາງດ້ານສະບຽບອາຫານ
ເປັນຕົ້ນແມ່ນສາມາດປູກຕົ້ນ
ໄມ້ປະດັບ ແລະ ຕົ້ນໄມ້ກິນໝາກ
ຢູ່ບວມລອດ ໄດ້ 38 ຄັ້ງຈໍານວນ 558 ຕົ້ນ, ປູກຕົ້ນກ້ວຍ 6.840 ຕົ້ນ, ປູກມັນຕົ້ນ 745 ຕົ້ນ, ປູກພືດ
ລົ້ມລຸກໄດ້ 14.238 ກິໂລ ເປັນ
ມູນຄ່າທັງໝົດ 71.190.000
ກີບ, ລ້ຽງງົວ 87 ໂຕ, ໝູ 45 ໂຕ,
ແບ້ 18 ໂຕ, ມີໜອງປາ 15 ໜອງ ປ່ອຍປາແລ້ວ 11.600 ໂຕ.
ໂດຍ: ນາງ ດວງມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















