ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ກໍລະກົດ 2026

  

ທະຫານແຂວງຫຼວງພະບາງ ປະກາດເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2020-03-19 10:20:23 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 278 | ຄວາມນິຍົມ:



ໃນວັນທີ 11 ມີນານີ້, ກອງ ບັນຊາການທະຫານແຂວງ ຫຼວງພະບາງໄດ້ປະກາດເລື່ອນ ຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍ ທະຫານ, ໃນນັ້ນ ມີຜູ້ທີ່ໄດ້ຮັບ ການເລື່ອນຊັ້ນຮ້ອຍເອກ ຂຶ້ນ ພັນຕີ ຈຳນວນ 34 ສະຫາຍ, ເລື່ອນຊັ້ນຮ້ອຍໂທ ຂຶ້ນ ຮ້ອຍເອກ ຈຳນວນ 123 ສະຫາຍ, ເລື່ອນ ຊັ້ນຮ້ອຍຕີ ຂຶ້ນ ຮ້ອຍໂທ ຈຳນວນ 200 ສະຫາຍ, ເລື່ອນ ຊັ້ນວາທີ ຂຶ້ນ ຮ້ອຍຕີ ຈຳນວນ 50 ສະ ຫາຍ, ປະດັບຊັ້ນໃຫ້ນັກຮຽນທີ່ ຮຽນຈົບຈາກສາຍລັດຈຳນວນ 5 ສະຫາຍ, ໂດຍການເປັນປະທານ ແລະ ປະດັບຊັ້ນຂອງ ສະຫາຍ ພັນເອກ ວິລ່ຽມ ວົງທິສານ ຮອງ ເລຂາຄະນະພັກ ຫົວໜ້າການ ເມືອງກອງບັນຊາການທະຫານ ແຂວງ, ມີຄະນະພັກ-ຄະນະບັນ ຊາອົງການ 5 ຫ້ອງ, ພະນັກ ງານຫຼັກແຫຼ່ງບັນດາກົມກອງ ທົ່ວທະຫານແຂວງ ແລະ ພະ ນັກງານ-ນັກຮົບເຂົ້າຮ່ວມ. ອີງຕາມກົດໝາຍນາຍທະ ຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ II ໝວດທີ 3 ມາດຕາ 22 ແລະ 23 ວ່າດ້ວຍ ການເລື່ອນຊັ້ນ ນາຍທະຫານ ແລະ ຕາມຂໍ້ຕົກ ລົງຂອງກະຊວງປ້ອງກັນປະ ເທດ, ວ່າດ້ວຍການເລື່ອນຊັ້ນ- ເລື່ອນທຽບຊັ້ນໃຫ້ນາຍທະຫານ ທີ່ມີຜົນງານດີເດັ່ນ, ມີມາດ ຖານເງື່ອນໄຂຄົບຖ້ວນ ແລະ ຮອດກໍານົດການເລື່ອນຊັ້ນໃຫ້ ນາຍທະຫານທົ່ວກອງບັນຊາ ການທະຫານແຂວງຫຼວງພະ ບາງ. ສະຫາຍ ພັນເອກ ວິລ່ຽມ ວົງທິສານ ໄດ້ໂອ້ລົມ ແລະ ໃຫ້ ທິດຊີ້ນໍາຫຼາຍບັນຫາສໍາ ຄັນຕໍ່ ນາຍທະຫານທີ່ໄດ້ຮັບການເລື່ອນ ຊັ້ນໃໝ່ໃນຄັ້ງນີ້, ພ້ອມທັງເນັ້ນ ໜັກໃຫ້ແຕ່ລະສະຫາຍສືບຕໍ່ເພີ່ມ ທະວີຄວາມສາມັກຄີໃຫ້ເປັນປຶກ ແຜ່ນແໜ້ນໜາ, ປັບປຸງແບບແຜນ ວິທີເຮັດວຽກແບບມີວິທະຍາສາດ ສອດຄ່ອງກັບໜ້າທີ່ການເມືອງ ຂອງຕົນ, ເປັນແບບຢ່າງໃນການ ເຝິກຝົນຫຼໍ່ຫຼອມຕົນເອງຮອບ ດ້ານ, ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ນໍາພາແນວຄິດເປັນ ປົກກະຕິຕໍ່ເນື່ອງ ແລະ ຕັ້ງໜ້າເຮັດ ວຽກງານວິຊາສະເພາະຂອງຕົນ ຕາມທີ່ການຈັດຕັ້ງມອບໝາຍໃຫ້ ດ້ວຍໝາກຜົນສູງ. ໂດຍ: ສົມພອນ ສຸວັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ