ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 11 ກໍລະກົດ 2026

  

ກອງພົນທີ 2 ສຳເລັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານຮອບດ້ານປະຈຳປີ 2019
ເວລາອອກຂ່າວ: 2020-03-20 10:01:19 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 295 | ຄວາມນິຍົມ:



ໃນວັນທີ 12 ມີນາ 2020 ນີ້, ກອງພົນທີ 2 ສໍາເລັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ວຽກງານຮອບດ້ານປະຈຳປີ 2019 ແລະ ວາງທິດທາງແຜນ ການ 2020 ໂດຍການເປັນປະ ທານຂອງສະຫາຍ ພັນເອກ ປອ ສີພອນ ແກ້ວສະໄໝ ເລຂາຄະ ນະພັກ, ຫົວໜ້າການເມືອງ ກອງ ພົນທີ 2, ມີບັນດາສະຫາຍຄະນະ ພັກ-ຄະນະບັນຊາ, 5 ອົງການ, ກອງພັນໃຫຍ່, ກອງພັນນ້ອຍ ແລະ ກອງຮ້ອຍເອກະລາດ ຕະຫຼອດ ຮອດພະນັກງານຫຼັກແຫຼ່ງເຂົ້າ ຮ່ວມ. ສະຫາຍ ພັນໂທ ຄຳພາ ພຸດ ຫຼຽນທອງ ຫົວໜ້າຫ້ອງການ ກອງພົນທີ 2 ໄດ້ຂຶ້ນຜ່ານບົດສະ ຫຼຸບຕີລາຄາຂົງເຂດວຽກງານ ຕ່າງໆໃນປີຜ່ານມາ ອົງຄະນະ ພັກຄະນະພັກ-ຄະນະບັນຊາໄດ້ ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ນຳພາແນວຄິດໃຫ້ພະ ນັກງານນັກຮົບທົ່ວກົມກອງ ຕິດພັນ 4 ໜ້າທ່ີໃຫຍ່ 26 ແຜນ ງານຂອງຄະນະພັກກະຊວງ ປ້ອງກັນປະເທດ ໂດຍໄດ້ຫັນ ລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນ ນະບົດຮອບດ້ານວຽກງານ 3 ສ້າງ, ວຽກງານການກໍ່ສ້າງພັກ ກໍ່ສ້າງພະນັກງານ, ວຽກງານ ການກໍ່ສ້າງພັກໃນໄລຍະຜ່ານມາ ກົມກອງປັບປຸງຂະຫຍາຍພັກ ຢ່າງຕໍ່ເນື່ອງ ມີ 1 ອົງຄະນະພັກ ກອງພົນມີ 2 ອົງຄະນະພັກກອງ ພັນໃຫຍ່, ມີ 15 ຄະນະພັກຮາກ ຖານມີ 96 ໜ່ວຍພັກ, ມີຈໍານວນ ສະມາຊິກພັກ 2.343 ສະຫາຍ, ຍິງ 161 ສະຫາຍ. ສະມາຊິກສຳ ຮອງ1 18 ສະຫາຍ, ຂະຫຍາຍ ໃໝ່ 147 ສະຫາຍ, ດ້ານຄຸນ ນະພາບຂອງສະມາຊິກພັກໜ່ວຍ ພັກແຂງ 79 ໜ່ວຍ, ກາງ 17 ໜ່ວຍ, ມີສະມາຊິກພັກແຂງ 2.123 ສະ ຫາຍ, ກາງ 167 ສະຫາຍ. ດ້ານ ວຽກງານອົບຮົມ-ຫັດແອບ, ປັບປຸງລະບຽບແບບແຜນເຝິກ ຝົນກຳລັງແຮງກາຍ ໄດ້ເອົາ ໃຈໃສ່ຫັດແອບປະຈຳປີປະຈຳໄຕ ມາດ 1, 2 ໃນນີ້ , ໄດ້ຜົນສຳເລັດ ຢ່າງສູງມີຈຳນວນພົນເຂົ້າຮ່ວມ 5.414 ສະຫາຍ, ຜົນໄດ້ຮັບ ພາກການທະຫານ 80%, ພາກ ການເມືອງ 84%, ພາກພະລາ ທິການ 88,25%, ພາກເຫຼົ່າຮົບ ວິຊາສະເພາະ 85% ສະເລ່ຍ ປະຕິ ບັດໄດ້ 85,15%. ດ້ານວຽກງານ ປັບປຸງກໍ່ສ້າງຮັບປະກັນດ້ານ ວຽກງານພະລາທິການ-ເຕັກ ນິກຂອງກົມກົມກອງ, ການຮັບ ການຈ່າຍລະບົບເງິນເດືອນ, ເງິນບໍລິຫານ, ເງິນຊື້ເຂົ້າ, ອັດ ຕາກິນ, ຂົນສົ່ງ ແລະ ເຊື້ອໄຟ ປະຕິບັດຕາມຫຼັກການຂອງຂັ້ນ ເທິງກໍານົດໃຫ້. ໄດ້ເຄື່ອນໄຫວ ຢ່າງຕັ້ງໜ້າສຸມໃສ່ໃນການປັບ ປຸງເຮືອນນອນ, ຄ້າຍຄູ ແລະ ແກ້ໄຂຊີວິດການເປັນຂອງ ພະ ນັກງານ-ນັກຮົບຢູ່ທົ່ວກອງພົນ ຕາມເງື່ອນໄຂເພິ່ງຕົນເອງ, ກຸ້ມ ຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ. ດ້ານວຽກ ງານການກໍ່ສ້າງກຸ້ມຕົນເອງ ທັງໝົດ 30 ໂຄງການ ແບບຖາ ວອນ 2 ໂຄງການ ມູນຄ່າ 17.464.000 ກີບ, ເຄິ່ງຖາ ວອນ 21 ໂຄງການ ລວມມູນຄ່າ 299.386.000 ກີບ, ກໍ່ສ້າງ ແບບຊົ່ວຄາວ 7 ໂຄງການ, ມູນຄ່າ 59.210.000 ກີບ. ວຽກ ງານ 4 ປູກ 4 ລ້ຽງ ໃນປີຜ່ານ ມາປະຕິບັດໄດ້ດັ່ງນີ້: ການ ລ້ຽງງົວ-ຄວາຍ 801 ໂຕ, ໝູ 541 ໂຕ, ແບ້ 74 ໂຕ, ສັດປີກ 14.958 ໂຕ, ມີໜອງປາ 40 ໜອງ, ປ່ອຍປາແລ້ວ 321.800 ກີບ, ລ້ຽງກົບກະຊັງ 45 ກະຊັງ ຈໍານວນ 70.220 ໂຕ, ມີໂຮງ ງານນ້ໍາດຶ່ມ 1 ແຫ່ງ ຜະລິດໃຫ້ ກົມກອງສ້າງລາຍຮັບໄດ້ 347.436.000 ກີບ. ວຽກງານ ການປູກຝັງ, ມີເນື້ອທີ່ນາ 28,77 ເຮັກຕາ, ເນື້ອທີ່ນາໂຄກ 6,2 ເຮັກຕາ, ປູກຜັກປ້ອນເຂົ້າເຮືອນ ຄົວລວມ 86.321 ກິໂລ, ເນື້ອທີ່ ປູກພືດເປັນສິນຄ້າ 109 ເຮັກຕາ ຜົນໄດ້ຮັບ 412.850 ກິໂລ, ເນື້ອ ທ່ີປູກຕົ້ນໄມ້ອຸດສາຫະກໍາ 62 ເຮັກຕາ, ມີ 38.968 ຕົ້ນ, ເນື້ອທີ່ປູກຕົ້ນຢາງພາລາ 22,5 ເຮັກຕາ ແລະ ປູກຕົ້ນໄມ້ໃຫ້ໝາກ ຈໍານວນ 4.968 ຕົ້ນ. ໃນ 1 ປີຜ່ານ ມາສ້າງລາຍຮັບໄດ້ຈາກການ ປູກຝັງ 2.267.086.000 ກີບ, ລາຍຮັບການລ້ຽງສັດ 2.367.404.000 ກີບ, ລາຍຮັບ ການບໍລິການ 1.066.894.000 ກີບ, ລາຍຮັບຈາກອື່ນໆ 27.613.000 ກີບ, ລວມຍອດ ລາຍຮັບ 5.977.521.000 ກີບ. ໂດຍ: ຄຳສອນ ຄໍາມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ