ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 11 ກໍລະກົດ 2026

  

ກອງພັນໃຫຍ່ 102 ກອງພົນທີ 1 ເປີດຊຸດອົບຮົມປະຈຳປີ 2020
ເວລາອອກຂ່າວ: 2020-03-20 10:06:24 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 280 | ຄວາມນິຍົມ:



ໃນວັນທີ 11 ມີນາ 2020 ນີ້, ກອງພັນໃຫຍ່ 102 ຂຶ້ນກັບກອງ ພົນທີ 1 ໄດ້ເປີດຊຸດອົບຮົມ-ຫັດ ແອບ ການເມືອງ, ການທະຫານ, ພະລາທິການ-ເຕັກນິກ ປະຈຳປີ 2020 ຂຶ້ນ, ໂດຍການເປັນປະທານ ຂອງ ສະຫາຍ ພັນໂທ ປັນຍາ ສຸສະ ພັນ ຮອງຫົວໜ້າການທະຫານ ກອງພັນໃຫຍ່ ຫົວໜ້າພະແນກເສ ນາທິການ, ມີຄະນະພັກ-ຄະນະ ບັນຊາ 5 ພະແນກການ,ຂະແໜງ ການ, ກອງພັນນ້ອຍ, ກອງຮ້ອຍ ເອກະລາດ ຕະຫຼອດຮອດພະນັກ ງານເຂົ້າຮ່ວມ. ໂອກາດນີ້ ສະຫາຍ ພັນໂທ ປັນ ຍາ ສຸສະພັນ ໃຫ້ຮູ້ວ່າ: ການອົບ ຮົມ-ຫັດແອບການເມືອງ, ການ ທະຫານ, ພະລາທິການ-ເຕັກນິກ ປະຈຳປີ 2020 ໃນຄັ້ງນີ້ ເພື່ອ ເປັນການຍົກສູງລະດັບຄວາມຮູ້-ຄວາມສາມາດທາງດ້ານສິລະປະ ຍຸດ-ຍຸດທະວິທີ ແລະ ລະດັບວິ ຊາສະເພາະຂອງເຫຼົ່າຮົບໃຫ້ນາຍ ແລະ ພົນທະຫານໃນກົມກອງສູງ ຂຶ້ນ ກຳໄດ້ບັນດາຫຼັກການເນື້ອໃນ ບົດຮຽນທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ໃຫ້ມີຄວາມ ຄ່ອງແຄ້ວຊຳນານໃນການກຽມ ພ້ອມສູ້ຮົບໃນສະເພາະໜ້າ ແລະ ຍາວນານ ທັງເປັນການຍົກສູງ ດ້ານສະຕິຄວາມຕື່ນຕົວຕໍ່ການປະ ຕິບັດກົດລະບຽບ ແລະ ແບບແຜນ ຂອງກອງທັບ, ຮູ້ໝູນໃຊ້ເຂົ້າໃນ ຊີວິດປະຈຳວັນຂອງ ກົມກອງ ຢ່າງມີປະສິດທິຜົນສູງ. ການອົບ ຮົມ-ຫັດແອບ ຄັ້ງນີ້ແບ່ງອອກ ເປັນ 4 ໄລຍະ ໃນນັ້ນ, ອົບຮົມ ວຽກງານການເມືອງຈະໃຊ້ເວລາ 5 ວັນ, ອົບຮົມການທະຫານ, ສິລະປະຍຸດ-ຍຸດທະວິທີ 130 ວັນ, ອົບຮົມວຽກງານພະລາທິການ- ເຕັກນິກ 5 ວັນ ແລະ ອົບຮົມວຽກ ງານເຫຼົ່າຮົບວິຊາສະເພາະ 10 ວັນ ລວມການອົບຮົມ-ຫັດແອບທັງ ໝົດ 150 ວັນ. ເພື່ອເຮັດໃຫ້ການຈັດຕັ້ງອົບ ຮົມ-ຫັດແອບ ປະຈໍາປີບັນລຸໄດ້ ຕາມຈຸດປະສົງ, ສະຫາຍປະ ທານໄດ້ເນັ້ນໜັກມາຍັງຄະນະ ພັກ-ຄະນະບັນຊາອົງການ, ກົມກອງທີ່ຂຶ້ນກັບກອງພັນໃຫຍ່ 102 ເອົາໃຈໃສ່ສຶກສາອົບຮົມ ການເມືອງນໍາພາແນວຄິດ, ການ ທະຫານ, ພະລາທິການ-ເຕັກນິກ ແລະ ວຽກງານເຫຼົ່າຮົບວິຊາສະ ເພາະເປັນກົກ ສົບທົບແໜ້ນປຸກ ລະດົມນາຍ ແລະ ພົນທະຫານໃຫ້ ມີມານະຈິດປະຕິວັດ, ຮັບຮູ້ ແລະ ເຂົ້າໃຈແຈ້ງຄວາມໝາຍຄວາມ ສໍາຄັນຂອງ ການອົບຮົມ-ຫັດ ແອບວຽກງານການເມືອງ, ການ ທະຫານ, ພະລາທິການ-ເຕັກນິກ ແລະ ວຽກງານເຫຼົ່າຮົບວິຊາສະ ເພາະ ປະຈໍາປີ 2020 ກໍາໄດ້ທິດ ສະດີຫຼັກການຕິດພັນກັບການ ປະຕິບັດຕົວຈິງ, ເອົາໃຈໃສ່ປະ ຕິບັດຂໍ້ກໍານົດກົດລະບຽບ 7 ລະ ບອບ 18 ວຽກໃນມື້ໜຶ່ງຂອງກອງ ທັບໃຫ້ເຂັ້ມງວດ ຮັບປະກັນດັບສູນ ເປົ້າໝາຍ ມີຄວາມຊໍານິຊໍານານ ມີພິກໄຫວຄ່ອງແຄ້ວ, ເຂົ້າໃນ ການປະຕິບັດໜາ້ທີ່ວຽກງານຕົວ ຈິງໃຫ້ໄດ້ຮັບຜົນ ແລະ ມີຄວາມ ປອດໄພ 100%. ໂດຍ: ແພງທອງ ສີດາເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ