ຄະນະໜ່ວຍສະເພາະກິດສະກັດກັ້ນ ແລະ ຕ້ານໂຄວິ-19 ກອງພົນທີ3 ລົງກວດກາ ຕິດຕາມສະພາບຢູ່ບັນດາກົມກອງຂອງຕົນ
ເວລາອອກຂ່າວ: 2020-04-09 14:33:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 611 | ຄວາມນິຍົມ: ![]()
ໂດຍປະຕິບັດຕາມແຈ້ງການເພີ່ມເຕີມຂອງລັດຖະມົນຕີກະຊວງປ້ອງກັນປະເທດສະບັບເລກທີ1712/ກປທ ລົງວັນທີ26 ມີນາ 2020 ວ່າດ້ວຍການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19 ບໍ່ໃຫ້ແຜ່ຂະຫຍາຍອອກໃນວົງກວ້າງ ເລີມແຕ່ວັນທີ2 ເມສາ 2020 ນີ້, ຄະນະໜ່ວຍສະເພາະກິດສະກັດກັ້ນ ແລະ ຕ້ານໂຄວິດ-19 ຂອງກອງພົນທີ 3 ໄດ້ລົງເຄື່ອນໄຫວ່ຕິດຕາມກວດກາການປະຕິບັດໃນການຄວບຄຸມແລະປ້ອງກັນພະຍາດໄວລັດສາຍພັນໃໝ່ໂຄວິດ-19 ໂດຍໄດ້ຈັດຕັ້ງໜ່ວຍງານລົງກວດກາຕິດຕາມຢູ່ບັນດາກົມກອງເຊິ່ງໄດ້ແບ່ງອອກເປັນ2 ຈຸຮັບຜິດຊອບລົງກວດຢ່າງເປັນປົກະຕິ.
ການລົງເຄື່ອນໄຫວກວດກາຂອງຄະນະໜ່ວຍສະເພາະກິດທັງ2 ຈຸນີ້, ແມ່ນໄດ້ກວດກາຕິດຕາມຮັບຟັງການລາຍງານຂອງຄະນະພັກ-ຄະນະບັນຊາຕາມສຳນັກງານ,ອົງການ, ກົມກອງເປັນຕົ້ນແມ່ນການຈັດຕັ້ງປະຕິບັດໃນການສະກັດກັ້ນ ແລະ ຕ້ານໂຄວິດ-19, ກວດກາຕິດຕາມດ້ານຈຳນວນພົນຜູ້ທີລາພັກໄປຢາມບ້ານມາຮອດກົມກອງຕ້ອງໄດ້ກັກບໍລິເວນເພື່ອຕິດຕາມອາການພາຍໃນ14 ວັນກ່ອນທີຈະເຂົ້າປະຈຳການຢູ່ກົມກອງ, ມອບໃຫ້ແຕ່ລະກົມກອງຈັດຕັ້ງໜ່ວຍງານແພດໝໍມາປະຈຳການຢູ່ປະຕູໂຂງເຂົ້າ-ອອກສຳນັກງານຂອງຕົນເພື່ອຕິດຕາມກວດກາວັດອຸ່ນຫະພູມຂອງພະນັກງານ-ນັກຮົບຂອງຕົນທຸກມື້, ຖ້າພົບເຫັນມີກໍລະນີຕ້ອງສົງໃສແມ່ນໃຫ້ແຈ້ງທັງໜ່ວຍສະເພາະກິດຂອງກອງພົນຢ່າງຮີບດ່ວນເພື່ອແກ້ໄຂຫຼືນຳສົ່ງຕົວຢ່າງໄປບອນທີມີເງື່ອນໄຂ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















