ຖະແຫຼງຂ່າວ ຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ປະຈໍາວັນທີ 9 ເມສາ ປີ2020
ເວລາອອກຂ່າວ: 2020-04-09 16:25:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 740 | ຄວາມນິຍົມ: ![]()
ໂດຍ: ທ່ານ ຮສ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ,
ຜູ້ປະຈໍາການຄະນະສະເພາະກິດ
I. ສະພາບການ COVID-19 ໃນທົ່ວໂລກ
ມາຮອດເວລາ 6:00 ໂມງເຊົ້າ ຂອງວັນທີ 09 ເມສາ 2020, ທົ່ວໂລກມີລາຍງານກໍລະນີທັງໝົດ 209 (ປະເທດ/ເຂດ)
ກໍລະນີຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 1,508,924 (ໃໝ່ 77,943).
ເສຍຊິວິດ 88,318 (ໃໝ່ 6,282) ແລະ
ປີ່ນປົວຫາຍດີ 329,556
ອັດຕາຄວາມຮ້າຍແຮງ 5.85 % (ມື້ວານນີ້ 5, 74)
II. ການເຝົ້າລະວັງ COVID-19 ປະຈຳດ່ານ ໃນ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 8 ເມສາ 2020 ຕາມດ່ານຊາຍແດນ ແລະ ສະໜາມບິນສາກົນ
1. ວຽກງານຈຸດຜ່ານດ່ານ
ຈໍານວນຜູ້ເດີນທາງເຂົ້າມາ ທັງໝົດມີ 1,528 ຄົນ
• ຈໍານວນຜູ້ເດີນມທາງຜ່ານທາງດ່ານລາວ-ໄທ ທັງໝົດ 776 ຄົນ, ໃນນັ້ນ 668 ຄົນ ແມ່ນພະນັກງານຂັບລົດບັນທຸກຂົນສິນຄ້າ ແລະ 108 ຄົນ ແມ່ນແຮງງານລາວ ທີ່ຍັງເດີນທາງກັບບ້ານ.
• ຜູ້ເດີນມທາງຜ່ານ ດ່ານລາວ-ຈີນ ທັງໝົດ 124 ຄົນ, ພະນັກງານຂັບລົດທັງໝົດ
• ຜູ້ເດີນ ຜ່ານດ່ານລາວ-ຫວຽດ ທັງໝົດ 628 ຄົນ, ພະນັກງານຂັບລົດທັງໝົດ
• ຜ່ານສະໜາມບິນ 00 ຄົນ
• ໃນທຸກດ່ານແມ່ນໄດ້ກວດວັດ ອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້
2. ການເຝົ້າລະວັງ ແລະ ວິເຄາະ
ວັນທີ 8 ເມສາ 2020 ໄດ້ເກັບຕົວຢ່າງມາກວດ 122 ຄົນ, ໃນນີ້ແມ່ນຜູ້ສຳພັດໃກ້ຊິດກັບຜູ້ຕິດເຊື້ອ ມີ 73 ຄົນ, ຈາກ ບໍລິສັດພູເບັຍມາຍນິງ 42, ແຮງງານລາວມາຈາກປະເທດໄທ 2, ກໍລະນີ ສົງໃສ 5,ໃນນີ້ ພົບຜູ້ຕິດເຊື້ອ 1 ຄົນ.
ນັບແຕ່ເດືອນ ມັງກອນ ຮອດ ວັນທີ 8 ເມສາ 2020, ລວມມີ 903 ຄົນ, ຕິດເຊື້ອ ທັງໝົດ 16 ຄົນ (ເພີ້ມ1), ເຊິ່ງມີ 5 ກຸ່ມ ການສຳພັດ ແລະ ຕິດພະຍາດ
ກໍລະນີຕິດເຊື້ອພະຍາດຄົນທີ 16, ເພດຍິງ ອາຍຸ 23 ປີ, ນັກສຶກສາຢູ່ວິທະຍາໄລລັດຕະນະ, ບ້ານໜອງດ້ວງ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ
ປະຫວັດການສຳພັດກັບພະຍາດ:
o ວັນທີ 26 ມີນາ ແມ່ນໄດ້ມີການຊຸມແຊວກັບ ກໍລະນີທີ # 10 (ພະນັກງານ DHL)
o ວັນທີ 27 ມີນາ ໄດ້ຮູ້ຂ່າວວ່າ ກໍລະນີທີ # 10 (ພະນັກງານ DHL) ຕິດພະຍາດ ລາວຈິ່ງຈຳກັດບໍລິເວນໂຕເອງຢູ້ຫ້ອງພັກ, ບໍ່ໄດ້ອອກໄປ ທາງໃດ ຈົນຮອດວັນທີ 6 ເມສາ.
o ວັນທີ 7 ເມສາ ເລີ່ມຮູ້ສຶກເຈັບຫົວ, ຖືຄີງໄຂ້, ລີ້ນຊາ, ດັງບໍ່ໄດ້ກິ່ນ, ມີຂີ້ກະເທີ ແລະ ຫາຍໃຈຝືດ ແຕ່ຍັງບໍ່ກວດ
o ວັນທີ 8 ເມສາ, ອາການລີ້ນຊາຫຼາຍຂຶ້ນ, ດັງບໍ່ມີກິ່ນ, ຫາຍໃຈແສບດັງ, ໄຂ້ ແລະ ມີອາການຫາຍໃຈຝືດ, ຜູ້ກຽວໂທປຶກສາແພດ, ລົດນຳສົ່ງຄົນເຈັບໄດ້ຮັບໄປໂຮງໝໍ ມິດຕະພາບ ພ້ອມເກັບຕົວຢ່າງ ແລະ ກວດພົບວ່າ ຕິດເຊື້ອ,
o ມີຜູ້ສຳພັດໃກ້ຊິດກັັບຜູ້ກ່ຽວ 9 ຄົນ, ເຊິ່ງໄດ້ມີເບີໂທລະສັບຕິດຕໍ່ ແລະ ໄດ້ແນະນຳ ຈຳກັດລິເວນຕົນເອງແລ້ວ.
- ຈຳານວນຜູ້ສໍາຜັດໃກ້ຊິດທັງໝົດທີ່ໄດ້ຕິດຕາມ ແຕ່ວັນທີ 23 ມີນາ ຮອດວັນທີ 8 ເມສາ 2020 ມີ ທັງໝົດ 292 ຄົນ . ໝົດກໍານົດຕິດຕາມທັງໝົດ 217 ຄົນ. ໃນວັນທີ 8 ເມສາ 2020 ຍັງສືບຕໍ່ຕິດຕາມທັງໝົດ 84
ສຳລັບການຕິດຕາມ ສະຖານທີ່ຈຳກັດບໍລິເວນ ໃນທົ່ວປະເທດ
o ສະຖານທີ່ຈຳກັດບໍລິເວນໃນຂອບເຂດທົ່ວປະເທດ ມີ 1,657 ແຫ່ງ,
o ຈຳນວນຄົນທີ່ຕິດຕາມຢູ່ ສູນຈຳກັດບໍລິເວນ ມີ 47,508 ຄົນ,
o ຈຳນວນທີ່ຈຳກັດບໍລິເວນທີ່ເຮືອນຂອງຕົນເອງ ມີ 20,185 ຄົນ.
o ການຕິດຕາມ ໃນວັນທີ 8 ເມສາ ພົບວ່າ ມີ 2 ຄົນ ມີໄຂ້, ທີມງານໄດ້ ເກັບຕົວຢ່າງມາກວດ ຜົນວິເຄາະແມ່ນບໍ່ພົບເຊື້ອ.
3. ຂໍ້ແນະນຳ
ວັນທີ 8 ເມສາ 2020, ຫ້ອງການ ສນຍ ໄດ້ອອກແຈ້ງການ ເພີ້ມເຕີມ ເລກທີ 461/ຫສນຍ, ເພື່ອຜັນຂະຫຍາຍ ຄຳສັ່ງ ນາຍຍົກລັດຖະມົນຕິ ເລກທີ 06/ນຍ, ເຊິ່ງປະກອບມີ 13 ຂໍ້ທີ່ສຳຄັນທີ່ຕ້ອງໄດ້ຈັດຕັ້ງປະຕິບັດຢ່າງຄັ່ງຄັດ ເພື່ອຮັບປະກັນ ໃຫ້ການປ້ອງກັນ ແລະ ຄວບຄຸມ ການແຜ່ລາມການລະບາດຂອງພະຍາດ ເປັນໄປຢ່າງມີປະສິດທິພາບ.
- ສຳລັບແຮງງານລາວທີ່ເຂົ້າມາແລ້ວ ໃຫ້ນະຄອນຫຼວງ ແລະ ບັນດາແຂວງຊີ້ນຳບັນດາປົກຄອງເມືອງ, ບ້ານ ແຕ່ງຕັ້ງເຈົ້າໜ້າທີ່ ປກສ, ປກຊ,ສົມທົບກັບທີມແພດໝໍລົງເກັບກຳ ແລະ ຂື້ນບັນຊີ ບັນດາແຮງງານເລົ່ານັ້ນໃຫ້ລະອຽດ ເພື່ອຕິດຕາມ ແລະ ກວດກາ ສຸຂະພາບ
- ບ່ອນທີ່ກຳນັດໃຫ້ຈຳກັດບໍລິເວນຮ່ວມກັນ ຕ້ອງບໍ່ໃຫ້ມີຄວາມແອອັດ ໂດຍຮັກສາໄລຍະຫ່າງ ປະຕິບັດຕາມມາດຕະຖານທີ່ວາງອອກ ມີການຄຸ້ມຄອງ ຕີິດຕາມ ກວດກາ ສຸຂະພາບແຕ່ວັນຢ່າງເຂັ້ມງວດ
- ໃຫ້ອຳນາດການປົກຄອງທ້ອງຖິ່ນ ໂດຍສະເພາະເມືອງ ແລະ ບ້ານ ເຂັ້ມງວດໃນການ ຈຳກັດ ປະຊາຊົນ ທົ່ວໄປ ໃຫ້ ຢູ່ເຮືອນ ຫຼື ບ່ອນພັກອາໃສ ບໍ່ຄວນອອກຈາກບ້ານຖ້າບໍ່ມີຄວາມຈຳເປັນ.
- ອີກນື່ງອາທິດທີ່ຈະມາເຖິງ ນີ້ ແມ່ນເປັນບຸນ ປີໃໝ່ລາວ ແມ່ນຢາກຮຽກຮ້ອງໃຫ້ທຸກໆຄົນ ເອົາໃຈໃສ່ຮ່ວມມືທີ່ສຸດ ໃນການຈັດຕັ້ງປະຕິບັດ ຄຳສັ່ງ ເລກທີ 06/ ນຍ ທີ່ໄດ້ເນັ້ນໜັກ, ຈຳກັດການເດີນທາງ, ຈຳກັດການອອກເຮືອນ ຖ້າບໍ່ມີຄວາມຈຳເປັນແທ້, ໃຫ້ມີການຮັກສາໄລຍະຫ່າງ, ຫຼີກລ້ຽງງານຊຸມແຊວເປັນກຸ່ມ, ການປະກອບວຽກງານທາງສາດສະໜາກໍ່ຄວນປະຕິບັດ ແບບ ບໍ່ມີການລວມກຸ່ມໃຫ່ຍ.
ຂໍຂອບໃຈ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















