ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 07 ມີນາ 2026

  

ນັກສຶກສາ ເສນາ-ພະລາ ມອບເຄື່ອງໃຫ້ ວພກ
ເວລາອອກຂ່າວ: 2020-04-10 10:52:23 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 585 | ຄວາມນິຍົມ:



ວັນທີ 09 ເມສາ 2020 ນີ້ ສະຫາຍ ຮ້ອຍໂທ ທິບພະຈັນ ສຸພາວົງໄຕ ແລະ ສະຫາຍ ສິບເອກ ວຽງແກ້ວ ວິຍະເຂດ ໄດ້ມອບໜ້າກາກອະນາໄມ ( ຜ້່າປິດປາກ-ດັງ ) ຈຳນວນໜຶ່ງ ລວມມູນຄ່າ 8,000,000 ກີບ ( ແປດລ້ານກີບ ) ໃຫ້ ວິທະຍາຄານພະລາທິການກອງທັບ ເພື່ອປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດ Covid-19 ຢູ່ທີ່ວິທະຍາຄານພະລາທິການກອງທັບ ເຊິ່ງກ່າວມອບໂດຍສະຫາຍ ຮ້ອຍໂທ ທິບພະຈັນ ສຸພາວົງໄຕ ນັກສຶກສາເສນາ-ພະລາ ປີທີ 04 ແລະ ກ່າວຮັບໂດຍສະຫາຍ ພັນເອກ ບຸນສານ ຈັນທະສອນ ຄະນະພັກ-ຄະນະອຳນວຍການ, ຫົວໜ້າຫ້ອງການເມືອງ, ເຂົ້າຮ່ວມເປັນສັກຂີພິຍານມີຄະນະພັກ-ຄະນະບັນຊາ 06 ຫ້ອງ 02 ກອງພັນ ແລະ ວິຊາການແພດໝໍຈຳນວນໜຶ່ງເຂົ້າຮ່ວມ. ຮ້ອຍໂທ ທິບພະຈັນ ສຸພາວົງໄຕ ໄດ້ກ່າວວ່າ ການມອບໜ້າກາກອະນາໄມໃຫ້ແກ່ ວິທະຍາຄານພະລາທິການກອງທັບ ໃນຄັ້ງນີ້ແມ່ນຍ້ອນຄວາມເປັນຫ່ວງເປັນໄຍພະນັກງານ-ນັກຮົບທົ່ວວິທະຍາຄານ ແລະ ເປັນສ່ວນໜຶ່ງໃນການປະກອບສ່ວນເພື່ອປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດ Covid-19 ໃນ ສປປລາວ. ໂອກາດດັ່ງກ່າວ ສະຫາຍ ພັນເອກ ບຸນສານ ຈັນທະສອນ ກໍ່ໄດ້ກ່າວສະແດງຄວາມຂອບໃຈນຳທັງສອງສະຫາຍ ທີ່ເປັນສ່ວນໜຶ່ງໃນການປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດ Covid-19 ຈະນໍາເອົາເຄື່ອງທີ່ມາມອບຈໍານວນດັ່ງກ່າວນີ້ໄປແບ່ງປັນໃຫ້ພະນັກງານ-ນັກຮົບໄດ້ນຳໃຊ້ເພື່ອເຮັດໃຫ້ ວິທະຍາຄານ ຂອງພວກເຮົາຜ່ານວິກິດນີ້ໄປດ້ວຍດີ. ບົດ: ພັນໂທ ບຸນມີ ເພັງມີໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ