ຫົວໜ້າຫ້ອງເສນາທິການກອງພົນທີ 2 ລົງຕິດຕາມການເຝົ້າລະວັງ ແລະ ການຕ້ານພະຍາດໂຄວິດ-19 ຢູ່ບັນດາກົມກອງ.
ເວລາອອກຂ່າວ: 2020-04-10 11:47:36 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 689 | ຄວາມນິຍົມ: ![]()
ໃນວັນທີ 8 ເມສາ 2020 ນີ້. ສະຫາຍ ພັນເອກ ຄຳດີ ໄຊຍະວົງ ຫົວໜ້າຫ້ອງເສນາທິການກອງພົນທີ 2 ໄດ້ລົງເຄື່ອນໄຫວຕິດຕາມການເຝົ້າລະວັງ ແລະ ການຕ້ານສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ຢູ່ບັນກົມກອງທີ່ຂຶ້ນກັບກອງພົນທີ 2. ໃນການລົງກວດກາຕິດຕາມຄັ້ງນີ້ ສະຫາຍກໍໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວຂອງບັນດາກົມກອງຈາກຄະນະພັກ-ຄະນະບັນຊາແຕ່ລະກົມກອງ ເຊິ່ງຕະຫຼອດໄລຍະຜ່ານ ນັບແຕ່ໄດ້ຮັບຄຳສັ່ງແຈ້ງການຂອງຂັ້ນເທິງວ່າດ້ວຍການເພີ່ມທະວີ ເຝົ້າລະວັງພະຍາດລະບາດ ໂຄວິດ-19 ບັນດາກົມກອງກໍໄດ້ຈັດຕັ້ງປະຕິບັດ ປ້ອງກັນເວຍາມຕາມສະຖານທີ່ຄ້າຍຄູ ແລະ ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ອອກສາລະເວເກັບກຳຂໍ້ມູນກຸ້ມຄົນທີ່ເດີນທາງມາຈາກຕ່າງແຂວງ ຫຼື ຕ່າງປະເທດໃນຂອບເຂດກົມກອງຂອງຕົນຮັບຜິດຊອບ ທີ່ອາດມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດລະບາດ ໂຄວິດ-19.
ໂອກາດດັ່ງກ່າວ ສະຫາຍຫົວໜ້າຫ້ອງເສນາ ກໍໄດ້ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ ຈົ່ງເອົາໃຈໃສ່ເພີ່ມທະວີເຝົ້າວັງ ຕ້ານສະກັດກັ້ນການລະບາດ ຂອງພະຍາດໂຄ-19 ເພື່ອບໍ່ໃຫ້ເກີດຂື້ນຢູ່ບັນດາກົມກອງຫັນເອົາພະນັກງານ-ນັກຮົບເປັນຕົ້ນແມ່ນອ້າຍນ້ອງໂສດເຂົ້າສູລະບົບປະຈຳການໃຫ້ເຂັ້ມງວດ ແລະ ເອົາໃຈໃສ່ເຮັດວຽກງານສືກສາອົບຮົມການເມືອງນຳພາແນວຄິດຕ້ານສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ເອົາໃຈໃສ່ຊີ້ນຳເພີ່ມພູນຜະລິດຜົນ ດ້ວຍການປູກ ການລ້ຽງ ທ່າແຮງບົ້ງຊ້ອນຂອງກົມກອງ ເພື່ອສ້າງເສດຖະກິດ ເຮັດໃຫ້ຊີວິດການເປັນຂອງພະນັກງານ-ນັກຮົບດີຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ ສຸວັນໂນ ທະລັງສີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















