ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 07 ມີນາ 2026

  

ໂຮງໝໍທະຫານແຂວງວຽງຈັນ ເອົາໃຈໃສ່ຄວບຄຸມ ແລະ ປ້ອງກັນການລະບາດຂອງ ພະຍາດ COVID-19
ເວລາອອກຂ່າວ: 2020-04-10 11:53:06 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 554 | ຄວາມນິຍົມ:



ອີງຕາມການຊີ້ນໍາຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ການລະບາດຂອງພະຍາດ COVID-19 ກອງບັນຊາການທະຫານແຂວງວຽງຈັນ, ເລີ່ມແຕ່ວັນທີ 1 ເມສາ 2020 ມາຮອດປະຈຸບັນ ໂຮງໝໍທະຫານແຂວງວຽງຈັນ ໄດ້ແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບຕ້ານ ກັບພະຍາດ COVID -19, ສະຫາຍ ພັນໂທ ດຣ ນາງຂັນແສ່ວ ກົມບຸດຕະວົງ ອໍານວຍການໂຮງໝໍ 30 ຕຽງ ໄດ້ໃຫ້ຮູ້ວ່າ: ໂດຍປະຕິບັດຄຳສັ່ງຂອງຂັ້ນເທິງໃນການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດອັກເສບປອດສາຍພັນໃໝ່ ຫຼື ໂຄວິດ-19 ທະຫານແຂວງວຽງຈັນ ກໍຄືຄະນະສະເພາະກິດຊີ້ນຳໃຫ້ທາງ ໂຮງໝໍຈັດຕັ້ງກວດ, ຄັດກອງຢ່າງເຂັ້ມງວດຕໍ່ ພະນັກ ງານ-ນັກຮົບ ກໍຄືແພດ-ໝໍ ພ້ອມທັງ ຄົນເຈັບທີ່ເຂົ້າມາປິ່ນປົວ ຫຼື ພີ່ນ້ອງຄົນເຈັບທີ່ເຂົ້າ-ອອກ ປະຕູໂຂງ ຕະຫຼອດ 24 ຊົ່ວໂມງ, ສ່ວນກໍລະນີຄົນເຈັບແແມ່ນໄດ້ກວດວັດແທກອຸນຫະພູມທຸກໆເຊົ້າແລງ ຖ້າກວດພົບເຫັນກໍລະນີສົງໃສ ຫລື ເຂົ້າຕາມຫຼັກການຂອງການເຝົ້າລະວັງພະຍາດໂຄວິດ-19 ແມ່ນຈະໄດ້ກັກໂຕ ແລະ ແຍກດ່ຽວຢູ່ ຫ້ອງຮັບຮອງທີ່ໄດ້ກະກຽມໄວ້ ແລ້ວ ລາຍງານໃຫ້ຂັ້ນເທິງຮັບຊາບ ພ້ອມທັງ ປະຕິບັດຕາມຂັ້ນຕອນການແພດຕໍ່ໄປ. ຜ່ານການກວດຄັດກອງເຫັນວ່າບໍ່ທັນມີຜູ້ສົງໃສຕິດເຊື້ອພະຍາດດັ່ງກ່າວເທື່ອ, ທັງນີ້ກໍ່ເພື່ອເປັນການສະກັດກັ້ນ, ປ້ອງກັນການລະ ບາດຂອງພະຍາດ ໂຄວິດ 19 ຢູ່ພາຍໃນໂຮງໝໍກໍຄືກົມກອງໃຫ້ມີຄວາມເປັນລະບຽບຮຽບຮ້ອຍປອດໄພດີ. ໂດຍ: ສາຍຄໍາ ພອນມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ