ວິທະຍາຄານການແພດກອງທັບ ຕ້ອນຮັບຄະນະທີມແພດຊ່ຽວຊານ ສສ ຫວຽດນາມ.
ເວລາອອກຂ່າວ: 2020-04-10 14:10:02 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 744 | ຄວາມນິຍົມ: ![]()
ວັນທີ 9 ເມສາ 2020 ວິທະຍາຄານການແພດກອງທັບ ຕ້ອນຮັບຄະນະທິມແພດຊ່ຽວຊານ ສສ ຫວຽດນາມ ເຊິ່ງນຳໂດຍ ສະຫາຍ ພົນຈັດຕະວາ ຫງວຽນຮຸງຖັງ ຮອງຫົວໜ້າກົມໃຫຍ່ພະລາທິການຫອງທັບ ສສ ຫວຽດນາມພ້ອມດ້ວຍຄະນະ, ໃຫ້ກຽດຕ້ອນຮັບໂດຍສະຫາຍ ພັນເອກ ປອ ຈັນສະໝອນ ມະຫາວົງ ຄະນະປະຈຳພັກ ຫົວໜ້າການທະຫານ ວິທະຍາຄານການແພດກອງທັບ, ມີສະຫາຍ ພັນເອກ ດຣ ຄຳຜາຍ ຜັນສີຣິ ຮອງຫົວໜ້າກົມເສນາຮັກ ພ້ອມດ້ວຍຄະນະພັກ-ຄະນະບັນຊາວິທະຍາຄານການແພດກອງທັບ ເຂົ້າຮ່ວມ.
ໃນການພົບປະທັງສອງຝ່າຍໄດ້ແລກປ່ຽນບົດຮຽນປະສົບການກ່ຽວກັບການສະກັດກັ້ນພະຍາດອັກເສບປອດສາຍພັນໃໝ່ໂຄວິດ-19, ສະຫາຍ ພົນຈັດຕະວາ ຫງວຽນຮຸງຖັງ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ສສ ຫວຽດນາມ ໄດ້ໃຫ້ທິດຊີ້ນຳວິທີປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດອັກເສບປອດສາຍພັນໃໝ່ໂຄວິດ-19 ໂດຍແນະນໍາໃຫ້ເອົາໃຈໃສ່ ແລະ ເຂັ້ມງວດພ້ອມກັນປະຕິບັດມາດຕະການຂອງຂັ້ນເທິງກໍຄືຄະນະສະເພາະກິດຂອງກະຊວງສະທາລະນະສຸກ ກ່ຽວກັບການສະກັດກັ້ນ, ສຳຄັນການເຂົ້າ-ອອກປະເທດ, ຕ້ອງເພີ່ມທະວີການຕິດຕາມຄົນທີ່ມາຈາກຕ່າງປະເທດ ເພື່ອສະກັດກັ້ນການນຳເຊື້ອພະຍາດທີ່ຈະແຜ່ລະບາດ, ເອົາໃຈໃສ່ຫຼັກການສຸຂະສຶກສາ ເພື່ອບໍ່ໃຫ້ເກີດມີການຕິດເຊື້ອໃນກຳລັງປ້ອງກັນຊາດ, ຮັບປະກັນສຸຂະພາບຂອງຄະນະນຳ, ພະນັກງານ-ນັກຮົບໃຫ້ແຂງແຮງ.
ໂອກາດນີ້ ສະຫາຍ ພັນເອກ ປອ ຈັນສະໜອນ ມະຫາວົງ ຄະນະປະຈໍາພັກ ຫົວໜ້າການທະຫານວິທະຍາຄານການແພດກອງທັບ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງສູງ ທີ່ຄະນະທິມແພດຊ່ຽວຊານ ສສ ຫວຽດນາມໄດ້ໃຫ້ທິດຊີ້ນຳ ແລະ ແບ່ງປັນປະສົບການໃນການສະກັດກັ້ນພະຍາດອັກເສບປອດສາຍພັນໃໝ່ໂຄວິດ-19, ລາວ-ຫວຽດນາມເປັນປະເທດທີ່ມີຊາຍແດນຕິດຈອດກັນແຕ່ເໜືອເຖິງໃຕ້, ໂອກາດທີ່ພະຍາດຈະແຜ່ລະບາດລະຫວ່າງປະເທດແມ່ນມີຄວາມສ່ຽງສູງ, ສະນັ້ນ ທັງສອງປະເທດເວົ້າລວມ, ເວົ້າສະເພາະສອງກອງທັງລາວ-ຫວຽດນາມ ຕ້ອງເພີ່ມທະວີປະສານງານ ແລະ ແລກປ່ຽນປະສົບການໃນການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຜ່ານພົ້ນໄປ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















