ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 07 ມີນາ 2026

  

ພາກສ່ວນຕ່າງໆ ມອບເງິນ ແລະ ເຄື່ອງຊ່ວຍເຫຼືອ ເພື່ອຊຸກຍູ້ເຂົ້າໃນການ ປ້ອງກັນ ແລະ ແກ້ໄຂ ການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19.
ເວລາອອກຂ່າວ: 2020-04-10 14:11:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 239839471 | ຄວາມນິຍົມ:



ໃນວັນທີ 10 ເມສາ 2020 , ທີ່ສໍານັກງານ ນາຍຍົກລັດຖະມົນຕີ ພາກສ່ວນຕ່າງໆ ໄດ້ມອບເງິນ ແລະເຄື່ອງຊ່ວຍເຫຼືອ ເພື່ອຊຸກຍູ້ເຂົ້າໃນການ ປ້ອງກັນ ແລະ ແກ້ໄຂ ການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19 ໂດຍ ການ ກ່າວຮັບຂອງ ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19. ພາກສ່ວນຕ່າງໆ ທີ່ນຳເຄື່ອງຊ່ວຍເຫລືອມາມອບໃນຄັ້ງນີ້ ປະກອບມີ : ຄອບຄົວການນຳ ແລະ ນັກທຸລະກິດຍິງໜຸ່ມ ,ໂດຍແມ່ນການກ່າວມອບຂອງ ທ່ານ ນາງ ອາລຸນີ ກົມມະສິດ ພັນລະຍາ ທ່ານລັດຖະມົນຕີກະຊວງການຕ່າງປະເທດ; ໂດຍ ທ່ານ ນາງ ຈັນທະຈອນ ວົງໄຊ, ປະທານສະມາຄົມນັກທຸລະກິດຍິງໜຸ່ມ ມອບເປັນເຄື່ອງ ປະກອບມີ: ເຄື່ອງວັດແທກອຸນນະພູມ 200 ອັນ; ຜ້າອັດປາກອະນາໄມ 08 ແກັດ ລວມເປັນມູນຄ່າ 214.000.000 ກີບ,ສະມາຄົມໃຫຍ່ຊາວຫວຽດນາມ ຢູ່ ສປປ ລາວ ຮ່ວມກັບນັກທຸລະກິດຫວຽດນາມຮ່ວມມື ແລະ ລົງທຶນ ຢູ່ ສປປ ລາວ, ໂດຍ ທ່ານ ວິໄຊ ນະວຽງຈັນ, ປະທານສະມາຄົມໃຫຍ່ຊາວຫວຽດນາມ ຢູ່ ສປປ ລາວ; ໂດຍ ທ່ານ ຟ້າມ ກວາງ ຝູ, ຮອງປະທານສະມາຄົມນັກທຸລະກິດຫວຽດນາມຮ່ວມມື ແລະ ລົງທຶນ ຢູ່ ສປປ ລາວ ມອບເງິນ: 113.900.000 ກີບ, ບໍລິສັດ ສະກາຍໂທລະຄົມ ໂດຍ ທ່ານ ສຸບັນ ພັນທະວີ, ຜູ້ອຳນວຍການໃຫຍ່ ບໍລິສັດ ສະກາຍໂທລະຄົມ ມອບເງິນ: 100.000.000 ກີບ,ສຳນັກງານປົກປ້ອງເງິນຝາກ ໂດຍ ທ່ານ ຄຳໄຊ ພົມມະວີ, ຮອງຫົວໜ້າສຳນັກງານປົກປ້ອງເງິນຝາກ ມອບເງິນ: 50.000.000 ກີບ ແລະ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ໂດຍ ທ່ານ ວັດດານາ ສຸຂະບັນດິດ, ຜູ້ອຳນວຍການໃຫຍ່ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ມອບເງິນ: 100.000.000 ກີບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ