ລັດຖະມົນຕີ ກະຊວງປ້ອງກັນປະເທດ ຕ້ອນຮັບ ຄະນະຊຽວຊານການແພດ ສສ ຫວຽດນາມ.
ເວລາອອກຂ່າວ: 2020-04-10 16:00:16 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 612 | ຄວາມນິຍົມ: ![]()
ວັນທີ 10 ເມສາ 2020, ທີ່ສະໂມສອນ ຫ້ອງວ່າການກະຊວງປ້ອງກັນປະເທດ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງຄະນະຊ່ຽວຊານການແພດ ຈາກກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ເຊິ່ງນຳໂດຍສະຫາຍ ພົນຈັດຕະວາ ຫງວຽນ ຮຸງ ຖັງ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ ໃນໂອກາດມາຊ່ວຍເຫຼືອ, ເຄື່ອນໄຫວເຮັດວຽກເກັບກໍາຂໍ້ມູນ ແລະ ວາງແຜນເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ 19 ຢູ່ ສປປ ລາວ ຕາມຄໍາສະເໜີ ຂອງລັດຖະບານ ກໍຄືກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ຄະນະຊ່ຽວຊານ ທີ່ໄດ້ເດີນທາງມາເຄື່ອນໄຫວເຮັດວຽກ ຊ່ວຍເຫຼືອສປປ ລາວ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ 19, ແລະ ຕີລາຄາສູງ ຕໍ່ບົດຮຽນ, ປະສົບການ ແລະ ຄວາມພ້ອມ ທາງດ້ານການແພດຂອງ ສສ ຫວຽດນາມ ໃນການຮັບມືກັບການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ 19 ກໍຄືຄະນະຊ່ຽວຊານ ທີ່ເດີນທາງມາເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເຊື່ອໝັ້ນວ່າ ຄະນະຊ່ຽວຊານ ຈະເກັບກຳຂໍ້ມູນ, ຖ່າຍທອດບົດຮຽນ ແລະ ປະສົບການ ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ ເພື່ອນໍາໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ສາມາດຮັບມືກັບການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ 19 ຢູ່ ສປປ ລາວ. ການມາຢ້້ຽມຢາມ ສປປ ລາວໃນຄັ້ງນີ້ ນອກຈາກຈະເປັນການຊ່ວຍເຫຼືອໃນການຕ້ານພະຍາດໂຄວິດ -19 ແລ້ວ ຍັງເປັນການສະແດງເຖິງນໍ້າໃຈມິດຕະພາບອັນສູງສົ່ງ ຄວາມສະມັກຄີແບບພິເສດ ແລະ ຮອບດ້ານລະຫວ່າງ ສປປ ລາວ-ສສ ຫວຽດນາມເວົ້າລວມເວົ້າສະເພາະກໍ່ຄື່ກະຊວງປ້ອງກັນປະເທດ ລາວ-ຫວຽດນາມອີກດ້ວຍ.
ໂອກາດນີ້ ສະຫາຍ ພົ.ວ ຫງວຽນ ຮຸງ ຖັງ ໄດ້ກ່າວສະແດງຄວາມຂອບໃຈມາຍັງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ທີ່ໄດ້ສະຫຼະເວລາໃຫ້ການຕ້ອນຮັບຢ່າງອົບອຸ່ນ ທີ່ເຕັມໄປດ້ວຍນໍ້າໃຈໄມຕີຈິດມິດຕະພາບ, ພ້ອມທັງລາຍງານຈຸດປະສົງໃນການມາເຄື່ອນໄຫວ ແລະ ເຮັດວຽກຢູ່ ສປປ ລາວໃນຄັ້ງນີ້ ໃຫ້ສະຫາຍລັດຖະມົນຕີໄດ້ຊາບ ແລະ ຂໍໃຫ້ ສປປ ລາວ ຈົ່ງຜ່ານພົ້ນວິກິດນີ້ໄປໂດຍໄວ.
ແສງເດືອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















