ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ຮຽນຮູ້ວິທີການປ້ອງກັນ ແລະ ຕອບໂຕ້ພະຍາດໂຄວິດ-19
ເວລາອອກຂ່າວ: 2020-04-12 15:57:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 643 | ຄວາມນິຍົມ: ![]()
ວັນທີ 10 ເມສາ 2020 ນີ້, ບັນດາພະນັກງານວິຊາການສະເພາະກິດຕ້ານພະຍາດໄວຣັດອັກເສບປອດສາຍພັນໃໝ່ COVID-19 ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ໄດ້ຈັດຕັ້ງຝຶກອົບຮົມກ່ຽວກັບຫຼັກການປ້ອງກັນ ແລະ ຕອບໂຕ້ພະຍາດ ໂຄວິດ-19 ຂຶ້ນ, ໂດຍການເຂົ້າຂອງ ສະຫາຍ ພັ.ທ ດຣ ໂພສະເດັດ ເສນາມຸນຕີ ຫົວໜ້າການທະຫານ, ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ, ມີຄະນະພັກ-ຄະນະບັນຊາ, ພະນັກງານວິຊາການ, ຈຸທີມງານສະເພາະກິດຕ້ານພະຍາດໂຄວິດເຂົ້າຮ່ວມ.
ສະຫາຍ ພັນເອກ ປອ. ດຣ. ຮາເຖເຕິນ ຜູ້ຊ່ຽວຊານດ້ານລະບາດວິທະຍາກອງທັບປະຊາຊົນຫວຽດນາມ ໄດ້ແນະນຳຄວາມຮູ້ກ່ຽວກັບສະພາບການລະບາດຂອງພະຍາດໄວຣັດອັກເສບປອດສາຍພັນ ໃໝ່ COVID-19 ທີ່ແພ່ລະບາດໄປທົ່ວທຸກມູມໂລກໃນໄລຍະ 4 ເດຶອນຜ່ານມາ ເວົ້າລວມ, ເວົ້າສະເພາະໃນຂົງເຂດປະເທດອາຊີ ເຮັດໃຫ້ມີຜູ້ຄົນເຈັບປ່ວຍ, ລົ້ມຕາຍເປັນຈໍານວນຫຼາຍ. ເຊີ່ງໄດ້ສະເໜີຄວາມຮູ້ປະສົບການ ແລະ ບົດຮຽນການປ້ອງກັນ, ການກະກຽມຄວາມພ້ອມທາງດ້ານວິຊາການ, ພາຫະນະເຕັກນິກ, ເຄຶ່ອງມື, ວັດຖຸອຸປະກອນ ແລະ ນໍ້າຢາຂ້າເຊຶ້ອທີ່ຈໍາເປັນ, ຫຼັກການນໍາໃຊ້ຊຸດ PPE, ການປະສົມຢາເຄມີຂ້າເຊຶ້ອ, ຫຼັກການພົ່ນຢາທີ່ຖືກຕ້ອງ, ຫຼັກການທໍາລາຍສິ່ງເສດເຫຼຶອ ໃນເວລາປະຕິບັດການຂອງວິຊາການຕ້ານພະຍາດ ໂຄວິດ-19 ແລະ ໄດ້ເໜັ້ນໜັກຫຼັກການກັກກັນຕົນເອງ, ວິທີປ້ອງກັນຕົນເອງ -ຄອບຄົວ, ຊຸມຊົນ ເປັນຕົ້ນແມ່ນເວລາຢູ່ເຮຶອນ, ຫ້ອງການໃຫ້ໄຂປະຕູປ່ອງຢ້ຽມ ເພຶ່ອໃຫ້ອາກາດລ່ວງເຊຶ້ອພະຍາດລະບາຍອອກສູ່ແດດພາຍນອກພະຍາດຈະຕາຍ, ໝັ່ນຕາກເຄື່ອງນຸ່ງ-ເຄື່ອງນອນ, ເກີບ, ໝັ່ນລ້າງມືດ້ວຍເຈວແອວກໍຮໍ 70-90 ອົງສາ, ເນັ້ນລ້າງດ້ວຍສະບູຈະໄດ້ຮັບຜົນດີກວ່າ, ຫຼີກເວັ້ນການເປີດແອ ເພາະອຸນຫະພູມຕໍ່າຈະກາຍເປັນບ່ອນບົ່ມຊ້ອນພະຍາດໂຄວິດໄດ້ດົນ ແລະ ສາມາດຕິດແປດໄດ້ງ່າຍ.
ໂດຍ. ອ້ອຍພັນ ແພງບຸນມີ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















