ກອງບັນຊາການທະຫານນະຄອນຫຼວງວຽງຈັນ ປະຕິບັດມາດຕະການ ປ້ອງກັນພະຍາດ ໂຄວິດ-19
ເວລາອອກຂ່າວ: 2020-04-12 16:00:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 674 | ຄວາມນິຍົມ: ![]()
ນັບແຕ່ວັນທີ 1 ມີນາ 2020 ເປັນຕົ້ນມາ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ປະຕິບັດມາດຕະການຕ່າງໆໃນການປ້ອງກັນພະຍາດ ໂຄວິດ-19 ຢ່າງເຂັ້ມງວດ ແລະ ຈະປະຕິບັດຈົນກວ່າຈະມີຄຳສັ່ງຢຸດກວດກາ ໂດຍປະຕິບັດຕາມຂັ້ນຕອນຕ່າງໆ ໃນການປ້ອງກັນ ຄືໃຫ້ພະນັກງານ-ນັກຮົບເຂົ້າ-ອອກປະຕູດຽວ, ປະຕິບັດການເຂົ້າຄ້າຍອອກຄ້າຍຕາມໂມງເວລາທີ່ໄດ້ກຳນົດ, ນຳໃຊ້ນໍ້າຢາລ້າງມື, ຜ້າອັດປາກໃນເວລາປະຕິບັດໜ້າທີ່ຮ່ວມກັນ, ຫຼີກລ້ຽງຈາກການເຕົ້າໂຮມກັນຫຼາຍຄົນ ແລະ ຜູ້ໄປປະຕິບັດໜ້າທີ່ນອກຄ້າຍ ຖ້າມີມີຄວາມສ່ຽງແມ່ນຈະໄດ້ກັກຕົວຕິດຕາມອາການ ເພື່ອຮັບປະກັນບໍ່ໃຫ້ພະຍາດດັ່ງກ່າວແຜ່ລະບາດຢູ່ກົມກອງ.
ສະຫາຍພັນໂທ ບຸນມີ ແສງມະນີ ຫົວໜ້າພະແນກເສນາຮັກ ທະຫານນະຄອນຫຼວງວຽງຈັນ, ໄດ້ໃຫ້ສຳພາດກັບນັກຂ່າວວ່າ: ພາຍຫຼັງທີ່ໄດ້ຮັບຄຳສັ່ງແຈ້ງການຂອງກອງບັນຊາການທະຫານນະຄອນຫຼວງວຽງຈັນ ສະບັບເລກທີ 612/ກບຊ, ວ່າດ້ວຍການສະກັດກັ້ນຕ້ານພະຍາດໂຄວິດ-19 ກົມກອງພວກເຮົາກໍ່ໄດ້ມີຄວາມເອົາໃຈໃສ່ ປະຕິບັດໜ້າທີ່ວຽກງານວິຊາສະເພາະໃສ່ຢ່າງຕັ້ງໜ້າ ມີການກະກຽມຄວາມພ້ອມຂອງອຸປະກອນການແພດ, ນໍ້າຢາຂ້າເຊື້ອ ແລະ ໃສ່ຜ້າອັດປາກທຸກຄັ້ງໃນເວລາປະຕິບັດໜ້າທີ່, ໃນການກວດກາອຸນຫະພູມຮ່າງກາຍຂອງນາຍ ແລະ ພົນທະຫານທີ່ເຂົ້າ-ອອກຄ້າຍໃນແຕ່ລະວັນບໍ່ໄດ້ຂາດ ພ້ອມທັງເຜີຍແຜ່ແຈ້ງການຂອງກອງບັນຊາການໃຫ້ພະນັງານ-ນັກຮົບຮັບຮູ້ຢ່າງທົ່ວເຖິງ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມຄຳສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ ໂອກາດນີ້ ສະຫາຍ ຫົວໜ້າພະແນກເສນາຮັກ ຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ກັບແພດໝໍ ທີ່ກໍາລັງປະຕິບັດໜ້າທີ່ ໃນການຕໍ່ສູ້ຕ້ານກັບພະຍາດໂຄວິດ-19 ພ້ອມທັງອວຍພອນໃຫ້ມີສຸຂະພາບແຂງແຮງ ຜ່ານຜ່າວິກິດການພະຍາດຮ້າຍນີ້ດ້ວຍຄວາມອົດທົນ ແລະ ມີຜົນສຳເລັດ.
ຂ່າວພາບ ໂດຍ ຮທ ສຸລິຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ














