ບໍລິສັດ ເອັດສ ວີກຸຣບ ມອບອຸປະກອນການແພດ ໃຫ້ກອງບັນຊາການທະຫານແຂວງຄຳມ່ວນ
ເວລາອອກຂ່າວ: 2020-04-13 16:33:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 662 | ຄວາມນິຍົມ: ![]()
ໃນວັນທີ 11 ເມສາ 2020 ນີ້, ທ່ານ ໄຊສົງຄາມ ວໍລະຈິດ ປະທານບໍລິສັດ ເອັດສ ວີ ກຸຣບ ໄດ້ນຳເອົາອຸປະກອນການແພດຈຳນວນໜຶ່ງໄປມອບໃຫ້ແກ່ກອງບັນຊາການທະຫານແຂວງ
ຄຳມ່ວນ ເຊິ່ງໃຫ້ກຽດຮັບຂອງທ່ານ ພັນເອກ ຄຳສາຍ ເພັດນວນສີ ຄະນະປະຈຳພັກກອງ
ບັນຊາການ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຄຳມ່ວນ ພ້ອມດ້ວຍ
ພະແນກການທີ່ກ່ຽວຂ້ອງ, ເຄື່ອງທີ່ມອບໃນຄັ້ງນີ້ ມີ : ເຄື່ອງວັດແທກອຸນຫະພູມຈຳ
ນວນ 2 ຊຸດ ແລະ ຜ້າປ້ອງກັນປິດປາກ - ດັງ ຈຳນວນ 2ແກັດ ເພື່ອເປັນການປະກອບ
ສ່ວນເຂົ້າໃນການຄວບຄຸມປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດສາຍພັນໃໝ່ COVID -19 ທີ່ກຳລັງພວມແຜ່ລະບາດຢູ່ໃນປັດຈຸບັນ.
ໂດຍ: ລາກີ ພົມມີສິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ














