ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 07 ມີນາ 2026

  

ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບລົງພົ່ນຢາຂ້າເຊຶ້ອພະຍາດຢູ່ກອງພັນສ້ອມແປງ 704
ເວລາອອກຂ່າວ: 2020-04-13 16:36:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 723 | ຄວາມນິຍົມ:



ຕອນບ່າຍວັນທີ 11 ເມສາ ນີ້, ທີມງານສະເພາະກິດຕ້ານພະຍາດໄວຣັດອັກເສບປອດສາຍພັນໃໝ່-19 ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບໄດ້ລົງເຄຶ່ອນໄຫວພົ່ນຢາຂ້າເຊຶ້ອພະຍາດໂຄວິດ-19 ຢູ່ທີ່ກອງພັນສ້ອມແປງ 704 ເຊິ່ງເປັນກົມກອງໜຶ່ງທີ່ຢູ່ໃນເປົ້າໝາຍຄວາມສ່ຽງທີ່ມີພະນັກງານ ແລະ ຄອບຄົວສັງກັດກົມກອງດັ່ງກ່າວເຄີຍໄດ້ໃກ້ຊິດກັບບຸກຄົນຜູ້ທີ່ໄດ້ຮັບການຢັ້ງຢືນຕິດເຊຶ້ອພະຍາດໂຄວິດ -19 ຜ່ານມາ, ການລົງຄັ້ງນີ້ກໍ່ເພຶ່ອເປັນການພົ່ນຢາປ້ອງກັນ ແລະ ສະກັດກັ້ນບໍ່ໃຫ້ມີເຊຶ້ອພະຍາດແຜ່ລາມໄປໃນວົງກວ້າງ, ທັງຮັບປະກັນໃຫ້ພະນັກງານ-ນັກຮົບໃນກົມກອງປາສະຈາກເຊື້ອພະຍາດ, ຮັບປະກັນເຮັດສໍາເລັດໜ້າທີ່ການເມຶອງຂອງຕົນ. ໂດຍ. ອ້ອຍພັນ ແພງບຸນມີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ