ກອງບັນຊາການທະຫານແຂວງ ແລະ ນັກທຸລະກິດ ແຂວງ ເທື່ອທຽນເຫວ້ ມອບເຄື່ອງຊ່ວຍເຫຼືອໃຫ້ກອງບັນຊາການທະຫານແຂວງສາລະວັນ
ເວລາອອກຂ່າວ: 2020-04-15 15:14:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 648 | ຄວາມນິຍົມ: ![]()
ໃນວັນທີ 11 ເມສາ 2020 ນີ້ ກອງບັນຊາການທະຫານແຂວງ ເທື່ອທຽນເຫວ້ ພ້ອມດ້ວຍບັນດາ ນັກທຸລະກິດ ພາຍໃນແຂວງ ເທື່ອທຽນເຫວ້ ແຫ່ງ ສສ ຫວຽດນາມ ໄດ້ນຳເອົາເຄື່ອງບໍລິໂພກ ແລະ ອຸປະກອນການແພດ ຈຳນວນໜື່ງ ມາມອບໃຫ້ກອງບັນຊາການທະຫານແຂວງ ສາລະວັນ ເພື່ອປະກອບສ່ວນເຂົ້າໃນການຄວບຄຸມ ຕ້ານ ແລະ ສະກັດກັ້ນ ການແຜ່ລະບາດພະຍາດ ໂຄວິດ - 19,
ເຄື່ອງທີ່ໄດ້ນຳມາມອບໃນຄັ້ງນີ້: ປະກອບມີ ເຂົ້າສານ 2 ໂຕນ,ຜ້າອັດປາກ-ດັງ 2.000 ອັນ ແລະ ເຈວລ້າງມື 50 ກວດ ລວມມູນຄ່າທັງໝົດ 66.000.000 ລ້ານດົ້ງ(ສະກຸນເງິນຫວຽດນາມ), ໂດຍເປັນກຽດ ກ່າວມອບ ຂອງສະຫາຍ ພັນເອກ ຮາວັນອ້າຍ ຮອງຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ເທື່ອທຽນເຫວ້ ແລະ ກ່າວຮັບຂອງສະຫາຍ ພັນໂທ ວິໄລ ພີມມະວົງ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການບໍລິຫານ ກອງບັນຊາການທະຫານແຂວງ ສາລະວັນ ແລະ ທັງໄດ້ກ່າວສະແດງຄວາມຂອບໃຈ ຢ່າງລົ້ນເຫຼືອ ນຳ ສະຫາຍ ພັນເອກ ຮາວັນອ້າຍ ພ້ອມດ້ວຍນັກທຸລະກິດ ພາຍໃນແຂວງ ທີ່ໄດ້ນໍາເອົາວັດຖຸ ອຸປະກອນການແພດ ແລະ ເຂົ້າສານ ມາມອບໃຫ້ ກອງບັນຊາການທະຫານແຂວງ ສາລະວັນ ໃນຄັ້ງນີ້ ພ້ອມທັງໄດ້ຕີລາຄາສູງ ຕໍ່ຄະນະນຳ ກອງບັນຊາການທະຫານ ແຂວງ ເທື່ອທຽນເຫວ້ ເຊິ່ງຍາມໃດ ກໍມີຄວາມເປັນຫ່ວງເປັນໃຍ ໃຫ້ຄວາມສຳຄັນຕໍ່ກຳລັງປະກອບອາວຸດຂອງພວກເຮົາ ແລະ ໃຫ້ການຊວ່ຍເຫຼືອຕະຫຼອດມາ ບົ້ນພື້ນຖານເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານ ແລະ ມູນເຊື້ອສຳພັນສູ້ລົບ, ຄວາມສາມັກຄີແບບພິເສດ ແລະ ການຊ່ວຍເຫຼື່ອເຊິ່ງກັນ ແລະ ກັນ ມາແຕ່ດົນນານ ລະຫວ່າງລາວ - ຫວຽດນາມ, ຫວຽດນາມ - ລາວ ທີ່ຫາໄດ້ຍາກໃນໂລກ, ພ້ອມກັນຮັກສາສາຍພົວພັນແບບພິເສດລະຫວ່າງສອງພັກ. ສອງລັດ, ສອງກອທັບ, ເວົ້າລວມ, ເວົ້າສະເພາະ ສອງກອງບັນຊາການທະຫານແຂວງສາລະວັນ ກັບ ກອງບັນຊາການທະຫານແຂວງ ເທື່ອທຽນເຫວ້ ແຫ່ງສ.ສ ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນ ເພີ່ມພູນຄູນສ້າງງອກງາມຍິ່ງໆຂຶ້ນ, ພ້ອມທັງ ໃຫ້ຄຳໝັ້ນສັນຍາວ່າຈະນຳເອົາເຄື່ອງອຸປະກອນການແພດ ແລະ ເຂົ້າສານ ດັ່ງກ່າວ ໄປແຈກຢາຍໃຫ້ບັນດາພະນັກງານ - ນັກຮົບໃນທົ່ວກົມກອງ ໃຫ້ທົ່ວເຖິງ ແລະ ນຳໃຊ້ເຂົ້າໃນການ ສະກັດກັ້ນ ການແຜ່ລະບາດຄວບຄຸມ ແລະ ກຽມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19, ພິທີມອບ - ຮັບດັງກ່າວ ແມ່ນຈັດຂຶ້ນຢູ່ທີ່ດ່ານສາກົນລະໄລ.
ພາບ:ຂ່າວ:ຂາວທອງ ໄຊຍະທິລາດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ














