3 ມື້ແລ້ວຢູູປະເທດເຮົາຍັງບໍ່ມີຜູ້ຕິດເຊື້ອໂຄວິດເພີ່ມ
ເວລາອອກຂ່າວ: 2020-04-15 15:35:22 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 681 | ຄວາມນິຍົມ: ![]()
ທ່ານ ຮສ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດໄດ້ໃຫ້ຮູ້ວ່າ: ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 14 ເມສາ 2020 ໄດ້ມີຜູ້ເດີນທາງຜ່ານດ່ານເຂົ້າປະເທດ ມີທັງໝົດ 1,111 ຄົນໂດຍຜ່ານດ່ານລາວ-ໄທ ທັງໝົດ 239 ຄົນ, ທັງໝົດ ແມ່ນ ພະນັກງານຂັບລົດບັນທຸກຂົນສິນຄ້າ, ຜ່ານ ດ່ານລາວ-ຈີນ ທັງໝົດ 197 ຄົນ, ທັງໝົດ ແມ່ນພະນັກງານຂັບລົດບັນທຸກຂົນສິນຄ້າ, ຜ່ານ ດ່ານລາວ-ຫວຽດ ທັງໝົດ 675 ຄົນ, ທັງໝົດແມ່ນພະນັກງານຂັບລົດບັນທຸກຂົນສິນຄ້າ ແລະ ຜ່ານສະໜາມບິນ 00 ຄົນ, ໃນທຸກດ່ານ ແມ່ນໄດ້ກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້.
ການເຝົ້າລະວັງ ແລະ ວິເຄາະມາຮອດເວລາ 5 ໂມງແລງຂອງວັນທີ 14 ເມສາ 2020, ໄດ້ ເກັບຕົວຢ່າງມາກວດທັງໝົດ 30 ຄົນ, ໃນນັ້ນ ມີຜູ້ສຳຜັດໃກ້ຊິດ ກັບຜູ້ຕິດເຊື້ອ 01 ຄົນ, ກໍລະນີມີອາການສົງໄສ 29 ຄົນ (ໃນນີ້ ມີແຮງງານລາວ ທີ່ກັບມາແຕ່ໄທ 03 ຄົນ). ໃນຈຳນວນ 30 ຄົນທີ່ມາກວດນັ້ນ ມີນະຄອນຫຼວງວຽງຈັນ 21 ຄົນ ແລະ ຕ່າງແຂວງ 09 ຄົນ ດັ່ງລຸ່ມນີ້: ຫຼວງພະບາງ 06 ຄົນ, ຄຳມ່ວນ 03 ຄົນ, ຜົນກວດທັງໝົດ 30 ກໍລະນີ ແມ່ນບໍ່ພົບເຊື້ອ.
ນັບແຕ່ເດືອນມັງກອນ ຮອດ ວັນທີ 14 ເມສາ 2020 ໄດ້ເກັບຕົວຢ່າງມາກວດ ທັງໝົດ ມີ 1,265 ຄົນ, ກວດພົບເຊື້ອທັງໝົດ 19 ຄົນ ແລະ ທັງໝົດ 19 ຄົນ ແມ່ນນອນປິ່ນປົວ - ຕິດຕາມ ຢູ່ໂຮງໝໍ (03 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອ). ຈໍານວນຜູ້ສໍາຜັດໃກ້ຊິດທັງໝົດ ທີ່ໄດ້ຕິດຕາມ ແຕ່ວັນທີ 23 ມີນາ - 14 ເມສາ 2020 ມີ ທັງໝົດ 488 ຄົນ, ໝົດກໍານົດຕິດຕາມ ທັງໝົດ 417 ຄົນ, ຍັງສືບຕໍ່ຕິດຕາມທັງໝົດ 71 ຄົນ ເຊິ່ງມີລາຍລະອຽດ ດັ່ງລຸມນີ້: ນະຄອນຫຼວງວຽງຈັນ 32 ຄົນ, ແຂວງໄຊສົມບູນ 38 ຄົນ, ແລະ ແຂວງ ວຽງຈັນ 01 ຄົນ.
ສຳລັບ ການຕິດຕາມ ສະຖານທີ່ຈຳກັດບໍລິເວນ ແລະ ຜູ້ຈຳກັດບໍລິເວນ ຢູ່ເຮືອນ ໃນທົ່ວປະເທດ. ເລີ້ມແຕ່ວັນທີ 20 ມີນາ 2020 ມີແຮງງານລາວຈໍານວນຫຼວງຫຼາຍຈາກປະເທດໄທໄດ້ກັບເຂົ້າມາລາວຕາມຈຸດຜ່ານແດນຕ່າງໆ ມີທັງໝົດ 113,404 ຄົນ, ເພື່ອຮອງຮັບສະຖານນະການດັ່ງກ່າວ ອໍານາດການປົກຄອງ ໄດ້ມີການຈັດຕຽມສະຖານທີຈໍາກັດບໍລິເວນໃນແຕ່ລະເມືອງ, ກຸ່ມບ້ານທົ່ວປະເທດມີ 2,142 ສູນ ເຊິ່ງຮອງຮັບແຮງງານທັງໝົດ 68,534 ຄົນ ແລະ ໄດ້ຈໍາກັດບໍລິເວນຕົນເອງຢູ່ເຮືອນ 44,870 ຄົນ ໂດຍມີຄອບຄົວເປັນຜູ້ຢັ້ງຢືນ. ມາຮອດວັນທີ 15 ເມສາ 2020 ທົ່ວປະເທດ ຍັງມີ 1,929 ສູນ, ມີຜູ້ຈຳກັດບໍລິເວນຢູ່ສູນ 29,161 ຄົນ, ຈໍາກັດບໍລິເວນຢູ່ເຮືອນ 22,850 ຄົນ, ເກັບຕົວຢ່າງມາກວດວິເຄາະຫາເຊື້ອ ມີທັງໝົດ 115 ຄົນ ທັງໝົດບໍ່ພົບເຊື້ອ. ເວລາ 9:00 ຂອງມື້ນີໄດ້ມີແຮງງານລາວທີ່ຕົກຄ້າງຢູ່ໜອງຄາຍໄດ້ຖືກນຳສົ່ງ ເຂົ້າມາຈຳນວນ 25 ຄົນ, ທັງໝົດແມ່ນພື້ນຖານຢູ່ແຂວງ ຫຼວງພະບາງ, ຜ່ານການກວດວັດແທກອຸນຫະພູມ ບໍ່ມີໃຜມີອາການໄຂ້ ແລະ ໄດ້ນຳສົ່ງໄປຈຳກັດບໍລິເວນຢູ່ແຂວງຫຼວງພະບາງຈົນ ຄົບ 14 ວັນ. ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ 19 ຄົນນັ້ນ ຈຳນວນ 3 ຄົນຢູ່ໂຮງໝໍແຂວງຫຼວງພະບາງ ເຫັນວ່າມີອາການຄົງຕົວ ຂັ້ນເບົາບາງ ຍັງຕິດຕາມການກວດຫາເຊື້ອເພື່ອຢັ້ງຢືນ, ຈຳນວນ 16 ຄົນຢູ່ໂຮງໝໍມິດຕະພາບ ທັງໝົດເຫັນວ່າ ມີອາການເບົາບາງ, ໃນນີ້ 01 ຄົນໄດ້ອອກໂຮງໝໍວານນີ້ ແລະ ໄປຕິດຕາມຕົນເອງຢູ່ເຮືອນ 14 ວັນ.
ຂໍ້ແນະນຳ: ຄະນະສະເພາະກິດ ແມ່ນມີຄວາມເປັນຫ່ວງເປັນໄຍ ຕໍ່ສຸຂະພາບຂອງປະຊາຊົນ ເປັນທີ່ສຸດ ແລະ ໄດ້ປະຊຸມປືກສາຫາລືຕີລາຄາຄືນຜົນການຈັດຕັ້ງປະຕິບັດຄຳສັ່ງເລກທີ່ 06 ຂອງທ່ານນາຍົກລັດຖະມົນຕີ ເຊີ່ງເຫັນວ່າ: ບັນດາກະຊວງ, ອົງການຈັດຕັ້ງຂັ້ນສູນກາງ, ອົງການປົກຄອງທ້ອງຖີ່ນໄດ້ຜັນຂະຫຍາຍຄຳສັ່ງຢ່າງລະອຽດ, ມີການໂຄສະນາເຜີຍແຜ່ ແລະ ຊີ້ນຳການຈັດຕັ້ງປະຕິບັດໄດ້ດີສົມຄວນ. ເຊົ້າມື້ນີ້ ກໍ່ໄດ້ລາຍງານຕໍ່ກອງປະຊຸມຂອງທ່ານນາຍົກ/ທ່ານຮອງນາຍົກ ເພື່ອພິຈາລະນາ ຜ່ອນຜັນວາງມາດຕະການ ແລະ ສືບຕໍ່ປະຕິບັດຄຳສັ່ງເລກທີ່ 06 ຕໍ່ໄປອີກໄລຍະໜື່ງ, ສະນັ້ນ ຈີ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຈົ່ງສືບຕໍ່ຮ່ວມໄມ້ຮ່ວມມືເປັນເຈົ້າການຮ່ວມກັນປະຕິບັດບັນດາຂໍ້ແນະນຳຕ່າງໆຢ່າງເຂັ້ມງວດ ເພື່ອໃຫ້ສະພາບການລະບາດຂອງພະຍາດໂຄວິດຜ່ອນຄາຍລົງ ຈີ່ງຈະສາມາດກັບມາດໍາລົງຊີວິດຕາມປົກກະຕິສະພາບການຕິດເຊື້ອ COVID-19 ໃນທົ່ວໂລກ ມາຮອດເວລາ 6:00 ໂມງເຊົ້າ ຂອງວັນທີ 15 ເມສາ 2020, ທົ່ວໂລກມີລາຍງານກໍລະນີທັງໝົດ 210 (ປະເທດ/ເຂດ). ກໍລະນີຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ມີ 1,992,189 (ໃໝ່ 71,931) ເສຍຊິວິດ 126,066 (ໃໝ່ 6,653) ປີ່ນປົວຫາຍດີ 467,207 ຄົນ (ໃໝ່ 23,421) ມີບາງປະເທດ ຈຳນວນຄົນຕິດເຊື້ອມື້ດຽວ ມີເຖິງ 26,294 ຄົນ ແລະ ເສຍຊີວິດຫຼາຍກວ່າ 2,369 ຄົນ ຕໍ່ມື້, ອັດຕາຄວາມຮ້າຍແຮງເພີ້ມຂື້ນເປັນ 6.32% (ມື້ວານນີ້ 6.21%)
ອາທິດນີ້ ແມ່ນເປັນບຸນປີໃໝ່ລາວ ແມ່ນຢາກຮຽກຮ້ອງໃຫ້ທຸກໆຄົນ ເອົາໃຈໃສ່ຮ່ວມມືທີ່ສຸດ ໃນການຈັດຕັ້ງປະຕິບັດ ຄຳສັ່ງ ເລກທີ 06/ ນຍ ທີ່ໄດ້ເນັ້ນໜັກ, ຈຳກັດການເດີນທາງ, ຈຳກັດການອອກເຮືອນ ຖ້າບໍ່ມີຄວາມຈຳເປັນແທ້, ໃຫ້ມີການຮັກສາໄລຍະຫ່າງ, ຫຼີກລ້ຽງ ງານຊຸມແຊວເປັນກຸ່ມ, ການປະກອບວຽກງານ ທາງສາດສະໜາກໍ່ຄວນປະຕິບັດ ແບບ ບໍ່ມີການລວມກຸ່ມໃຫຍ່.
ຂໍອວຍພອນປີໃໝ່ໃຫ້ບັນດາຜູ້ນຳພັກ-ລັດ, ພະນັກງານ, ລັດຖະກອນ ຕະຫຼອດເຖີງພໍ່ແມ່ປະຊາຊົນບັນດາເຜົ່າທຸກທ່ານ ຈົ່ງມີສຸຂະພາບແຂງແຮງມີ ຄວາມຜາສຸກ ແລະ ໂຊກດີປີໃໝ່
ຂໍຂອບໃຈ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















