ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 07 ມີນາ 2026

  

ຄະນະແພດຊ່ຽວຊານກອງທັບ ຫວຽດນາມ ສຳເລັດພາລະກິດຢູ່ລາວ​ຢ່າງຈົບງາມ ​ແລະ​ ເດີນທາງກັບປະເທດດ້ວຍຄວາມສະຫວັດດີພາບ
ເວລາອອກຂ່າວ: 2020-04-16 10:10:20 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 239838784 | ຄວາມນິຍົມ:



ວັນທີ 16 ເມສາ, ທີ່ໂຮງແຮມເມືອງແທັງ ໄດ້ມີພິທີສົ່ງຄະນະຊ່ຽວຊານການແພດຊ່ຽວຊານຈຳນວນ 7 ສະຫາຍ ກັບຄືນປະເທດ ຢ່າງເປັນທາງການ, ພາຍຫລັງທີ່ໄດ້ເດີນທາງມາປະຕິບັດໜ້າທີ່ ໃຫ້ການຊ່ວຍເຫລືອວຽກງານການຕ້ານ ແລະ ສະກັດກັ້ນ ພະຍາດອັກເສບປອດຈາກເຊື້ອຈຸລະໂລກ ສາຍພັນໃໝ່ (COVID-19) ຢູ່ ສປປ ລາວ, ແຕ່ວັນທີ 7 ເມສາ ເຖິງ 15 ເມສາ 2020. ເປັນກຽດເຂົ້າຮ່ວມຂອງ ສະຫາຍ​ພົນຕີ​ດຣ​ ວົງຄຳ ພົມມະກອນ​ ຫົວໜ້າກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍຄະນະ, ມີຄະນະຜູ້ແທນຈາກສະຖານທູດທະຫານ ສສ​ຫວຽດນາມ ປະຈຳ ລາວ ແລະ ພະນັກງານກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ. ໃນໂອກາດນີ້, ສະຫາຍຫົວໜ້າກົມໃຫຍ່ພະລາທິການກອງທັບ ໄດ້ຕາງໜ້າລັດຖະບານ, ຄະນະສະເພາະກິດກະຊວງປ້ອງກັນປະເທດ,​ພະນັກງານແພດໝໍ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງມາຍັງກະຊວງປ້ອງກັນປະເທດຫວຽດນາມກໍຄື ພັກ ແລະ ລັດຖະບານສສຫວຽດນາມທີ່ໄດ້ໃຫ້ການຊ່ວຍເຫລືອສະໜັບສະໜູນ ສປປ ລາວ ຕະຫລອດໄລຍະຜ່ານມາ ໂດຍສະເພາະ ການສົ່ງຄະນະຊ່ຽວຊານການແພດທະຫານ ແລະ ບັນດາອຸປະກອນຈຳເປັນຕ່າງໆທາງການແພດ ໂດຍມີມູນຄ່າມະຫາສານ ມາຊ່ວຍເຫລືອແກ່ກອງທັບປະຊາຊົນລາວກໍຄືປະຊາຊົນລາວ ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (Covid-19) ທີ່ກຳລັງແຜ່ລະບາດຢູ່ ສປປ ລາວ ແລະ ໃນທົ່ວໂລກ. ຕະຫລອດໄລຍະການປະຕິບັດໜ້າທີ່ຂອງຄະນະຊ່ຽວຊານຫວຽດນາມ ຜ່ານມາເຊິ່ງ ໄດ້ຮ່ວມເຮັດວຽກກັບແພດຝ່າຍລາວ ທັງຢູ່ຂັ້ນສູນກາງ ແລະ ບັນດາແຂວງ ທັງພາກກາງ-ພາກໃຕ້ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ, ມາດຕະການ ແລະ ມາດຕະຖານໃນການປ້ອງກັນພະຍາດ Covid-19 ເປັນຕົ້ນແມ່ນ ໄດ້ຈັດຝຶກອົບຮົມ, ຖ່າຍຖອດບົດຮຽນ ແລະ ປະສົບການຕົວຈິງ, ທັງໃຫ້ຄຳປຶກສາ ແລະ ແນະນຳ, ປັບປຸງແບບແຜນວິທີເຮັດວຽກ, ຄຸ້ມຄອງກໍລະນີຜູ້ຖືກສົງໄສ, ການຮັກສາອະນາໄມສິ່ງແວດລ້ອມ, ອາຄານສະຖານທີ່, ວິທີການກວດກາຊອກຫາເຊື້ອຈຸລະໂລກ Covid-19 ແລະ ການປິ່ນປົວພະຍາດ ດ້ວຍການນໍາໃຊ້ຢາຫລວງ-ຢາພື້ນເມືອງ ລວມມີ ປຶ້ມຄູ່ມືຈຳນວນໜື່ງ ເພື່ອໃຫ້ແພດຝ່າຍລາວ ນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ. ນອກນີ້, ຄະນະຊ່ຽວຊານການແພດ ຍັງໄດ້ລົງໄປຢ້ຽມຢາມ, ກວດກາຄວາມພ້ອມ ແລະ ການໃຫ້ບໍລິການປິ່ນປົວຄົນເຈັບ ທີ່ເປັນພະຍາດ Covid-19 ຢູ່ບັນດາໂຮງໝໍສູນກາງຫລາຍແຫ່ງ ແລະ ສູນຈຳກັດບໍລິເວນຫລາຍແຫ່ງ ຢູ່ນະຄອນຫລວງວຽງຈັນ​ແລະ​ກົມກອງທ້ອງຖີ່ນ ພ້ອມທັງໃຫ້ຄຳປຶກສາ ແນະນຳຕ່າງໆໃນການຮັບມື ແລະ ຮັບປະກັນບໍ່ໃຫ້ມີການແຜ່ລະບາດຂອງພະຍາດນີ້ໃນວົງກວ້າງ. ສະຫາຍຫົວໜ້າກົມໃຫຍ່ພະລາທິການ ຍັງໄດ້ອວຍພອນໃຫ້ຄະນະຊ່ຽວຊານການແພດທະຫານ ກອງທັບຫວຽດນາມ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ, ອວຍພອນໃຫ້ສາຍພົວພັນມິດຕະພາບແບບພິເສດ, ຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ສອງກອງທັບກໍຄື ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ໃຫ້ນັບມື້ຈະເລີນງອກງາມ ແລະ ທະວີຄູນຂຶ້ນໄປເລື້ອຍໆ. ຈິດ​ ເພັດພູທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ